ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປູກຕົ້ນໄມ້ ຊົມເຊີຍວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງ ຊາດ ໃນວັນທີ 29 ພຶດສະພາ 2026 ທີ່ສູນທຳການຜະລິດ (ຫຼັກ 67) ຫ້ອງການກົມໃຫຍ່ການເມືອງ ປກສ ໂດຍການເຂົ້າຮ່ວມຂອງ ພົຕ ສຸລິນະ ແກ້ວປະເສີດ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ, ມີຮອງຫົວໜ້າກົມໃຫຍ່, ຫົວໜ້າກົມ-ຮອງຫົວໜ້າກົມ, ຫ້ອງ, ໂຮງຮຽນ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ອ້ອມຂ້າງກົມໃຫຍ່ການເມືອງ ປກສ ເຂົ້າຮ່ວມ.

ພົຈວ ປອ ວຽງໄຊ ທຳມະສິດ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ກ່າວວ່າ: ພິທີປູກຕົ້ນໄມ້ໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຢ່າງຍິ່ງ ເພື່ອຊ່ວຍເພີ່ມເນື້ອທີ່ປົກຫຸ້ມສີຂຽວ, ສ້າງລະບົບນິເວດ ແລະ ສະພາບແວດລ້ອມທຳ ມະຊາດ ໃຫ້ມີຄວາມຊຸ່ມຊື່ນ, ອຸດົມສົມບູນ, ຊ່ວຍປົກປ້ອງສິ່ງແວດລ້ອມ ແລະ ຮັບມືການປ່ຽນແປງດິນຟ້າອາກາດ. ພ້ອມກັນນັ້ນ, ກໍ່ເປັນການປູກຈິດສໍານຶກໃຫ້ນາຍ ແລະ ພົນຕຳຫຼວດ ເຫັນໄດ້ຄວາມສໍາຄັນ, ພ້ອມກັນຖະນຸຖະໜອມສິ່ງແວດລ້ອມຂອງພວກເຮົາໃຫ້ມີຄວາມສວຍສົດງົດງາມ, ຮັກສາໄດ້ລະບົບນິເວດວິທະຍາໃຫ້ມີຄວາມສົມດຸນ, ທັງເປັນແຫຼ່ງທີ່ຢູ່ອາໄສຂອງສັດປ່າ, ເນັ້ນໃສ່ການຢູ່ຮ່ວມກັບທຳມະຊາດຢ່າງກົມກຽວ ແລະ ຢືນຍົງ ດັ່ງທີ່ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກໄດ້ກ່າວໄວ້ວ່າ: “ປ່າໄມ້ຄືຄໍາຂຽວຂອງຊາດເຮົາ”,


ພົຈວ ປອ ວຽງໄຊ ທຳມະສິດ ກ່າວຕື່ມອີກວ່າ: ການປູກຕົ້ນໄມ້ບໍ່ພຽງແຕ່ແມ່ນການສ້າງພື້ນທີ່ສີຂຽວເທົ່ານັ້ນ ແຕ່ແມ່ນການສ້າງອານາຄົດໃຫ້ແກ່ຄົນຮຸ່ນຫຼັງ ເຊິ່ງມັນສະແດງເຖິງການມີສ່ວນຮ່ວມເພື່ອຮັບຜິດຊອບຕໍ່ສິ່ງແວດລ້ອມຂອງພວກເຮົາທຸກຄົນ, ສະເພາະຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້, ແມ່ນປະເພດຕົ້ນໄມ້ກິນໝາກເຊິ່ງມີຈໍານວນຫຼາຍຮ້ອຍກວ່າຕົ້ນ ແລະ ຂໍຮຽກຮ້ອງມາຍັງທຸກພາກສ່ວນຈົ່ງຊ່ວຍຮ່ວມແຮງຮ່ວມໃຈກັນຟື້ນຟູ ແລະ ອະນຸລັກປ່າໄມ້ຂອງພວກເຮົາໃຫ້ຄົງຢູ່ຄູ່ປະເທດຊາດຢ່າງຢືນຍົງຕະຫຼອດໄປ “ເບ້ຍໄມ້ນ້ອຍໆທີ່ພວກເຮົາປູກໃນວັນນີ້ ຈະກາຍເປັນປ່າໄມ້ທີ່ກວ້າງໃຫຍ່ໃນອານາຄົດຂ້າງໜ້າ”.



ໃນວັນດຽວກັນນີ້, ໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບ (ຫຼັກ 67) ກໍໄດ້ຈັດພິທີປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ນຳໂດຍ ພັອ ບຸນຕອມ ພັນທະວົງ ຮອງຫົວໜ້າອຳນວຍການໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບ (ຫຼັກ 67) ໂດຍການເຂົ້າຮ່ວມຂອງ ພົຕ ສຸລິນະ ແກ້ວປະເສີດ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ, ມີຮອງຫົວໜ້າກົມໃຫຍ່, ຫົວໜ້າກົມ-ຮອງຫົວໜ້າກົມ, ຫ້ອງ, ຄະນະອຳນວຍການ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.



