ພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ) ຄົບ ຮອບ 46 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ຈັດຂຶ້ນວັນທີ 1 ມິຖຸນາ 2026 ຈັດຂຶ້ນທີ່ໂຮງຮຽນປະຖົມວຽງຄຳ ບ້ານວຽງຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ແຫ່ງ ສປປ ລາວ ພ້ອມພັນລະຍາ ມີການ ນໍາພັກ-ລັດ ພະນັກງານ ຄູ-ອາຈານ ຕະຫຼອດຮອດນ້ອງໆເຍົາວະ ຊົນ ແລະ ອະນຸຊົນທັນວາເຂົ້າຮ່ວມ.


ທ່ານ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານ ສູນ ກາງຊາວໜຸ່ມປະຊາຊົນປະຕິວັດລາວ ກ່າວວ່າ: ການຈັດງານໃນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍນະໂຍບາຍ ແຜນພັດທະນາ ແລະ ມະຕິກອງປະຊຸມ ທັງເປັນການຢັ້ງຢືນເຖິງຄວາມເປັນຫ່ວງເປັນໃຍຢ່າງສະເໝີຕົ້ນສະເໝີປາຍ ຂອງພັກ-ລັດ ທີ່ມີຕໍ່ເດັກນ້ອຍລາວ ໃນການປົກປ້ອງ ລ້ຽງດູ ສົ່ງເສີມ ແລະ ພັດທະນາ ພ້ອມທັງ ສຶກ ສາອົບຮົມຮຸ່ນຄົນສືບທອດໃຫ້ກາຍເປັນພົນລະເມືອງດີຂອງຊາດ ກາຍເປັນກຳລັງແຮງທີ່ແຂງແກ່ນໃຫ້ແກ່ພັກ ທັງເປັນປຸກລະ ດົມທົ່ວສັງຄົມໃຫ້ຍົກສູງຄວາມຮັບຜິດຊອບ ສ້າງສະພາບແວດ ລ້ອມທີ່ປອດໄພ ສະກັດກັ້ນປະກົດການຫຍໍ້ທໍ້ ໂດຍສະ ເພາະແມ່ນບັນຫາສຸຂະພາບ ສິ່ງເສບຕິດການສຶກສາ ຄຽງຄູ່ກັບການເຝິກຝົນຫຼໍ່ຫຼອມແນວຄິດຮັກຊາດ ຄຸນສົມບັດສິນທຳປະຕິວັດ ແລະ ປູກຈິດສຳນຶກໃຫ້ຮັກທຳມະຊາດຜ່ານຂະບວນການປູກຕົ້ນ ໄມ້ ແລະ ຮັກ ສາສິງແວດລ້ອມ.


ສໍາລັບ ວຽກງານການສ້າງຄວາມເຂັ້ມແຂງໃຫ້ເຍົາວະຊົນ- ອະນຸຊົນ ພວກເຮົາໄດ້ເອົາໃຈໃສ່ປັບປຸງນິຕິກໍາສໍາຄັນ ເປັນຕົ້ນແມ່ນກົດໝາຍວ່າດ້ວຍເຍົາວະຊົນລາວ ກົດລະບຽບການຈັດຕັ້ງເຍົາ ວະຊົນທັນວາ ປັບປຸງຄູ່ມືຂໍ້ແຂ່ງຂັນ 3 ດີ 4 ຮູ້ ພ້ອມທັງສໍາເລັດການຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາທົ່ວປະເທດ ຄັ້ງທີ VI ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ແລະ ເນື່ອງໃນໂອກາດວັນເດັກນ້ອຍສາກົນນີ້ ສຊປລ ໄດ້ກະ ກຽມບັນດາກິດຈະກຳປິ່ນອ້ອມຫຼາຍຢ່າງ ເປັນຕົ້ນແມ່ນຂະບວນການຮ່ວມກັນປູກຕົ້ນໄມ້ ການມອບອຸປະ ກອນການສຶກສາໃຫ້ເດັກນ້ອຍ ແລະ ພິເສດແມ່ນການຈັດການແຂ່ງຂັນລະຄອນສັ້ນພາຍໃຕ້ຫົວຂໍ້ “ຕ້ານສິ່ງເສບຕິດ” ເພື່ອປົກປ້ອງເດັກນ້ອຍຈາກໄພສັງຄົມຕິດພັນກັບກິດຈະກໍາຖາມ-ຕອບວິທະຍາສາດ ແລະ ງານສິລະປະວັນນະຄະ ດີຢ່າງເບີກບານມ່ວນຊື່ນ.

ໂອກາດນີ້, ທ່ານປະທານປະເທດ ພ້ອມພັນລະຍາ ກໍໄດ້ມອບອຸປະກອນການສຶກສາໃຫ້ເຍົາວະຊົນ ພ້ອມແຈກຢາຍເຂົ້າໜົມ ແລະ ຮ່ວມປູກຕົ້ນໄມ້.


