ໃນໂອກາດຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ, ໃນຕອນບ່າຍວັນທີ 4 ມິຖຸນາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິການງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ຢ້ຽມ ຢາມ ໂຮງຮຽນພັກສູນກາງພັກກອມມູນິດຈີນ (ສະຖາບັນການປົກຄອງແຫ່ງຊາດຈີນ) ທີ່ ນະຄອນຫລວງປັກກິ່ງ ຊຶ່ງໂຮງຮຽນດັ່ງກ່າວ ແມ່ນສະຖາບັນການສຶກສາຂັ້ນສູງສຸດ ແລະ ເປັນຄັງຄວາມຄິດ-ປັນຍາ ທີ່ສຳຄັນທີ່ສຸດຂອງພັກ ແລະ ລັດຖະບານຈີນ.

ໃນໂອກາດດັ່ງກ່າວ, ສະຫາຍ ເຊ້ຍ ຊຸ່ນ ທ່າວ ກໍາມະການສູນກາງພັກ, ຮອງຫົວໜ້າໂຮງຮຽນພັກສູນກາງ ພ້ອມດ້ວຍຄະນະພັກ-ຄະນະນໍາໂຮງຮຽນດັ່ງກ່າວ ໄດ້ໃຫ້ການຕ້ອນຮັບ ແລະ ລາຍງານສະພາບລວມຂອງໂຮງຮຽນພັກສູນກາງ ໃຫ້ຊາບ ໂດຍສະເພາະ ພາລະບົດບາດສໍາຄັນຂອງໂຮງຮຽນ ໃນການບຳລຸງສ້າງພະນັກງານນຳພາ-ຄຸ້ມຄອງລະດັບສູງ ແລະ ກາງ ຂອງພັກ, ລັດຖະບານ, ກອງທັບຈີນ ແລະ ສະ ພາບການພົວພັນຮ່ວມມື-ແລກປ່ຽນບົດຮຽນກັບຕ່າງປະ ເທດຢ່າງກວ້າງຂວາງ, ລວມທັງການຕ້ອນຮັບຄະນະຜູ້ ແທນຈາກ ພັກປະຕິວັດ ແລະ ພັກກຳອຳນາດຈາກທົ່ວໂລກ ມາຢ້ຽມຢາມ ແລະ ຖອດຖອນບົດຮຽນ ກ່ຽວກັບການພັດ ທະນາ ແລະ ການປົກຄອງປະເທດ ຢູ່ໂຮງຮຽນດັ່ງກ່າວ, ລວມທັງການຮ່ວມມືກັບພັກ, ລັດຖະບານລາວ.

ໃນໂອກາດນີ້, ສະຫາຍ ເລຂາທິການໃຫຍ່, ປະທານປະ ເທດ ທອງລຸນ ສີສຸລິດ ໄດ້ຕີລາຄາສູງ ຕໍ່ພາລະບົດບາດ ແລະ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງໂຮງ ຮຽນພັກສູນກາງ ທີ່ເປັນສູນກາງການຄົ້ນຄວ້າທິດສະດີມາກ-ເລນິນ, ແນວຄິດສີຈິ້ນຜິງ ແລະ ເປັນຄັງປັນຍາໃຫ້ແກ່ສູນກາງພັກກອມມູນິດຈີນ; ຕີລາຄາສູງ ການປະກອບສ່ວນຂອງໂຮງຮຽນພັກສູນກາງ ໃນການພົວພັນຮ່ວມມືກັບ ພັກ, ລັດຖະບານລາວ ໂດຍສະເພາະແມ່ນການຊ່ວຍເຫຼືອບໍາລຸງສ້າງພະນັກງານນໍາພາ-ຄຸ້ມຄອງຂອງລາວ ທາງດ້ານທິດສະດີ-ການເມືອງ, ການກໍ່ສ້າງພັກ, ການບໍລິຫານລັດ- ປົກຄອງປະເທດ ແລະ ອື່ນໆ.

ໃນຕອນບ່າຍວັນດຽວກັນ, ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງພັກ, ລັດຖະບານລາວ ຍັງໄດ້ຢ້ຽມຢາມ ສູນຄົ້ນຄວ້າ ແລະ ວາງສະແດງເຕັກນິກອາວະກາດປັກກິ່ງ (Beijing Aerospace City) ຊຶ່ງແມ່ນສູນກາງເຕັກໂນໂລຊີ ແລະ ການຄົ້ນຄວ້າດ້ານອະວະກາດ ທີ່ສໍາຄັນທີ່ສຸດແຫ່ງໜຶ່ງ ຂອງປະເທດຈີນ ແລະ ໄດ້ພົບປະໂອ້ລົມກັບ ບັນດາອະດີດທູດ ແລະ ທະຫານອາສາສະໝັກຈີນ ທີ່ເຄີຍໄປຊ່ວຍລາວ ຕໍ່ສູ້ປົດປ່ອຍຊາດ ແລະ ກໍ່ສ້າງເສັ້ນທາງຢູ່ເຂດພາກເໜືອຂອງ ສປປ ລາວ ໃນຊຸມປີ 1960-1970.


