ໃນວັນທີ 9 ມິຖຸນາ 2026, ຢູ່ທີ່ສະໜາມບິນວັດໄຕ ໄດ້ມີພິທີອອກສົ່ງ ພົຕ ກອງສະຫວັດ ບຸນລ້ຽງ ຮອງລັດຖະມົນ ຕີ ກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າກົມໃຫຍ່ຕຳຫຼວດ ພ້ອມດ້ວຍຄະນະຜູ້ແທນ ເພື່ອເດີນທາງເຂົ້າຮ່ວມກອງປະຊຸມສອງຝ່າຍ ລາວ – ໄທ, ( ລະດັບລັດຖະມົນຕີ ) ວ່າດ້ວຍການຮ່ວມມື ເພື່ອຄວບຄຸມຢາເສບຕິດ ຄັ້ງທີ 21.

ກອງປະຊຸມສອງຝ່າຍຄັ້ງນີ້ ຈະໄດ້ຈັດຂຶ້ນຢ່າງເປັນທາງ ການ ໃນວັນທີ 10 ມິຖຸນາ 2026, ເຊິ່ງຖືເປັນຂີດໜາຍສຳຄັນໃນການຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສອງອົງການຄວບຄຸມຢາເສບຕິດ ລາວ – ໄທ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.



ຄະນະຜູ້ແທນທັງສອງຝ່າຍຈະໄດ້ປຶກສາຫາລືແລກປ່ຽນຄຳຄິດເຫັນຮ່ວມມືກັນ ເປັນຕົ້ນແມ່ນ: ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ, ການຮ່ວມມືພາຍໃຕ້ສູນປະສານງານແມ່ນໍ້າຂອງປອດໄພ ເພື່ອຄວບຄຸມຢາເສບຕິດ 6 ປະ ເທດ, ການວິໄຈຢາເສບຕິດ, ການບຳບັດ, ປິ່ນປົ່ວ ແລະ ຟື້ນຟູສຸຂະພາບຂອງຜູ້ຕິດຢາເສບຕິດ. ທັງພ້ອມກັນສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ຕາມບໍລິເວນຊາຍແດນ ແລະ ຮ່ວມກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສອງຊາດໃຫ້ດີຂຶ້ນເລື້ອຍໆ.
