ວັນທີ 11 ມິຖຸນາ 2026, ກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປາຖະກະຖາ 3 ວັນປະຫວັດສາດ ຄື: ວັນກຳມະກອນສາ ກົນ ຄົບຮອບ 140 ປີ (1 ພຶດສະພາ 1886 – 1 ພຶດສະພາ 2026 ), ວັນຜ່າວົງປິດ ລ້ອມຂອງກອງພັນທີ 2 ວິລະຊົນທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ ( 18 ພຶດສະ ພາ 1959-18 ພຶດສະພາ 2026 ) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ຄົບຮອບ 66 ປີ ( 24 ພຶດສະພາ 1960-24 ພຶດສະພາ 2026 );ໃຫ້ກຽດປາຖະກະຖາ ໂດຍ ພັອ ສຸລິເດດ ກອງທະວີໄຊ ຮອງຫົວໜ້າກອງບັນຊາ ການປ້ອງກັນສູນກາງ, ມີຄະນະພັກ-ຄະນະ ບັນຊາ, ພ້ອມດ້ວຍຫ້ອງ, ກອງພັນ, ໂຮງ ຮຽນ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພັອ ສຸລິເດດ ກອງທະວີໄຊ ໄດ້ປາຖະກະຖາເລົ່າຄືນມູນເຊື້ອ 3 ວັນ ວ່າ: ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ເປັນວັນທີ່ມີຄວາມໜາຍຄວາມສໍາຄັນ, ສ່ອງແສງໃຫ້ເຫັນວ່າການນໍາພາຂອງພັກຖືກຕ້ອງສະຫຼາດສ່ອງໃສ, ຂະບວນການຕໍ່ສູ້ຂອງພວກເຮົາແມ່ນເປັນທຳ. ສະນັ້ນ, ການຜ່າວົງປິດລ້ອມຂອງກອງພັນທີ 2 ໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງວ່າເຮັດດີໄດ້ດີ ແລະ ການຜ່າວົງປິດລ້ອມຂອງກອງພັນທີ 2 ແມ່ນໄຊຊະນະອັນໃຫຍ່ຫຼວງຂອງກໍາລັງປະກອບອາວຸດ ທີ່ຢູ່ໃຕ້ການນໍາພາຂອງພັກ,ເປັນເຫດການປະຫວັດສາດອັນສໍາຄັນຂອງຊາດຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດໃຫ້ແກ່ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາຍາດເອົາໄຊຊະນະໃນໄລຍະຕໍ່ມາ,ສະແດງໃຫ້ເຫັນເຖິງຄວາມບໍລິສຸດພຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກ ຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວບໍ່ຄອນແຄນຕໍ່ການນາບຂູ່, ຫຼອກຫຼວງຂອງສັດຕູ, ນໍ້າໃຈສູ້ຮົບພິ ລະອາດຫານ ແລະ ມີໄຫວພິບຂອງກອງພັນທີ 2 ໄດ້ເປັນແວ່ນແຍງ,ເປັນການປຸກລະດົມອັນແຮງກ້າໃຫ້ແກ່ຂະບວນ ການປະຕິວັດ ເພື່ອຕີເອົາຊະນະກັບຈັກກະພັດຜູ້ຮຸກຮານ ແລະ ລູກແຫຼ້ງຕີນມື. ພ້ອມດຽວກັນນັ້ນ, ກໍເຮັດໃຫ້ກຳລັງປະຕິວັດ ໂດຍສະເພາະ ແມ່ນກໍາລັງປະກອບອາວຸດປະຊາຊົນນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ.

ວັນໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບ ຮອບ 66 ປີ ແລະ ຍົກໃຫ້ເຫັນເຖິງພາລະບົດບາດທີ່ສໍາຄັນກ່ຽວກັບວັນກໍາມະກອນສາກົນເປັນຕົ້ນແມ່ນໃນຂະບວນວິວັດແຫ່ງການຕໍ່ສູ້ຕ້ານກັບສົງຄາມຈັກກະພັດ, ບັນດາອົງການຈັດຕັ້ງກຳມະບານໃນຫຼາຍປະເທດໄດ້ຂະຫຍາຍຕົວ ແລະ ເຮັດໃຫ້ຂະບວນ ການກຳມະກອນໃນທົ່ວໂລກມີການປ່ຽນແປງ, ເມື່ອສົງ ຄາມສິ້ນສຸດລົງ ຈໍານວນສະມາຊິກກຳມະບານ ໄດ້ເພີ່ມຂຶ້ນເຖິງ 21 ລ້ານຄົນ ຄຽງຄູ່ກັບບັນຫາດັ່ງກ່າວສະຕິຕື່ນຕົວທາງດ້ານຊົນຊັ້ນ, ທາງດ້ານການຈັດຕັ້ງກຳມະບານ ແລະ ການຈັດຕັ້ງອື່ນໆ ກໍໄດ້ເພີ່ມຂຶ້ນ, ຄໍາຂວັນທີ່ເປັນຍຸດທະ ສາດຂອງເລນິນແມ່ນ ຫັນເອົາສົງຄາມຈັກກະພັດມາເປັນສົງຄາມປະຕິວັດພາຍໃນ ໄດ້ຊຸກດັນຂະບວນການກຳມະ ກອນ, ກຳມະບານໃນຫຼາຍປະເທດໃຫ້ຂະຫຍາຍຕົວຢ່າງແຂງແຮງ.
ສະນັ້ນ, ພາລະກໍາປະຫວັດສາດຂອງຊົນຊັ້ນກຳມະ ກອນ ໄດ້ຊີ້ໃຫ້ພວກເຮົາເຫັນຢ່າງຈະແຈ້ງວ່າ: ຊົນຊັ້ນກຳ ມະກອນແມ່ນຊົນຊັ້ນນໍາໜ້າຂອງຍຸກສະໄໝ ທັງຕິດພັນກັບພື້ນຖານການຜະລິດ, ມີລະບຽບວິໄນໃນການອອກແຮງງານ, ເປັນຜູ້ມີຫົວຄິດປະດິດສ້າງ, ມີຄວາມສາມາດພຽງພໍໃນການສ້າງສັງຄົມໃໝ່ທີ່ກ້າວໜ້າສີວິໄລ, ສ້າງສາ ແລະພັດທະນາປະເທດຊາດໃຫ້ມັ່ງຄັ້ງເຂັ້ມແຂງ,ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິ ປະໄຕ, ສີວິໄລ ແລະ ຍຸຕິທຳ ມາເຖິງທຸກວັນນີ້.
