ໃນວັນທີ 11 ມິຖຸນາ 2026 ສູນຝືກວິຊາສະເພາະ ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປາຖະກະຖາວັນກຳມະ ກອນສາກົນ ຄົບຮອບ 140 ປີ ( 1 ພຶດສະພາ 1886 – 1 ພຶດສະພາ 2026 ), ການຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ ( 18 ພຶດສະພາ 1959-18 ພຶດສະພາ 2026 ) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳຂອງພັກ ແລະ ແນວລາວສ້າງຊາດ ຄົບຮອບ 66 ປີ ( 24 ພຶດສະພາ1960-24 ພຶດສະພາ 2026) ປາຖະກະຖາໂດຍ ພັອ ໄກສອນ ແກ້ວມະນີ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີບັນດາຄະນະສູນ, ຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ພັອ ໄກສອນ ແກ້ວມະນີ ໄດ້ກ່າວວ່າ: ການຜ່າວົງປິດລ້ອມຂອງກອງພັນທີ 2 ແມ່ນໄຊຊະນະອັນໃຫຍ່ຫຼວງ ຂອງກຳລັງປະກອບອາວຸດເຮົາທີ່ຢູ່ໃຕ້ການນຳພາຂອງພັກ, ເປັນເຫດການປະຫວັດສາດອັນສຳຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນລ້ຳຄ່າທີ່ສຸດໃຫ້ແກ່ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາຍາດເອົາໄຊຊະນະໃນໄລຍະຕໍ່ມາ ສະແດງໃຫ້ເຫັນເຖິງຄວາມບໍລິສຸດພຸດຜ່ອງ, ຄວາມຈົ່ງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວບໍ່ຄອນແຄນຕໍ່ການນາບຂູ່ ຫຼອກຫຼວງຂອງສັດຕູ, ນ້ຳໃຈສູ້ຮົບພິລະອາດຫານ ແລະ ມີໄຫວພິບ ກອງພັນທີ 2 ໄດ້ເປັນແວ່ນແຍງ, ເປັນການປຸກລະດົມ ອັນແຮງກ້າໃຫ້ແກ່ຂະບວນການປະຕິວັດ ເພື່ອຕີເອົາຊະນະກັບຈັກກະພັດອາເມລິກາ ແລະ ລູກແຫຼ້ງຕີນມື ພ້ອມດຽວກັນນັ້ນ ກໍ່ເຮັດໃຫ້ກຳລັງປະຕິວັດ,ໂດຍສະເພາະ ແມ່ນກຳລັງປະກອບອາວຸດປະຊາຊົົນ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ, ເຮັດໃຫ້ຊື່ສຽງ ອິດທິພົນ ຂອງກຳລັງຝ່າຍປະເທດລາວ ( ແນວລາວສ້າງຊາດ ) ນັບມື້ພົ້ນ ເດັ່ນຂື້ນໃນເທີສາກົນ.

ເຫດການໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳໄປສູ່ເຂດທີ່ໝັ້ນປະຕິວັດຢ່າງປອດໄພ ຍ້ອນການນຳອັນສະຫຼາດສ່ອງໃສ ແລະ ປີຊາສາມາດຂອງ ທ່ານ ໄກສອນ ພົມວິຫານ ຍ້ອນນ້ຳໃຈຮັກຊາດ ອັນແຮງກ້າຂອງບັນດາຜູ້ນຳເຮົາທີ່ມີຄວາມກ້າຫານ, ຕັດສິນໃຈຕໍ່ສູ້ຍອມເສຍສະຫຼະ ມີຄວາມປີຊາສາມາດຂົນຂວາຍ, ສຶກສາອົມຮົມສາລະວັດທະຫານເຮັດໃຫ້ສັດຕູກາຍເປັນມິດສະຫາຍ ຮ່ວມຕາຍນຳກັນ, ຍ້ອນສາລະວັດທະຫານມີນ້ຳໃຈຮັກຊາດອັນດູດດື່ມ, ເບື່ອໜ່າຍຕໍ່ອຳນາດປົກຄອງຫຸ່ນປະຕິການ ເຂົາເຈົ້າມີຄວາມຈົ່ງຮັກພັກດີ,ຊື່ສັດຕໍ່ຜູ້ນຳຂີດກາຍເປັນຜູ້ໄຂປະຕູຫ້ອງຄຸມຂັງແຕ່ລະຫ້ອງ ແລະ ໄຂປະຕູຄຸກແລ້ວປ້ອງກັນ ແລະ ພາທາງຜູ້ນຳພັກ ແລະ ແນວລາວຮັກຊາດຍ່າງອອກຈາກຄຸກໂພນເຄັງຢ່າງປອດໄພ.

ຈາກນັ້ນ, ຍັງໄດ້ຍົກໃຫ້ເຫັນພາລະບົດບາດທີ່ສຳຄັນກ່ຽວກັບວັນກຳມະກອນສາກົນເປັນຕົ້ນແມ່ນ ໃນຂະບວນວິວັດແຫ່ງການຕໍ່ສູ້ຕ້ານກັບສົງຄາມຈັກກະພັດ,ບັນດາອົງການຈັດຕັ້ງກຳມະບານໃນຫຼາຍປະເທດໄດ້ຂະຫຍາຍຕົວ ແລະ ເຮັດໃຫ້ຂະບວນການກຳມະກອນໃນທົ່ວໂລກມີການປ່ຽນແປງ ເມື່ອສົງຄາມສິ້ນສຸດລົງ ຈຳນວນສະມາຊິກກຳມະບານ ໄດ້ເພີ່ມຂື້ນເຖິງ 21 ລ້ານຄົນ ໄປຄຽງຄູ່ກັບບັນຫາດັ່ງກາວສະຕິຕື່ນຕົວທາງດ້ານຊົນຊັ້ນ,ທາງດ້ານການຈັດຕັ້ງກຳມະບານ ແລະ ການຈັດຕັ້ງອື່ນໆກໍ່ໄດ້ເພີ່ມຂື້ນ,ຄຳຂວັນທີ່ເປັນຍຸດທະສາດເລນິນແມ່ນ: “ ຫັນເອົາສົງຄາມຈັກກະພັດມາເປັນສົງຄາມປະຕິວັດພາຍໃນ” ໄດ້ຊຸກດັນຂະບວນການກຳມະກອນ, ກຳມະບານ ໃນຫຼາຍປະເທດໃຫ້ຂະຫຍາຍຕົວແຂງແຮງ, ສະນັ້ນ, ພາລະກໍາປະຫວັດສາດຂອງຊົນຊັ້ນກຳມະ ກອນ ໄດ້ຊີ້ໃຫ້ພວກເຮົາເຫັນຢ່າງຈະແຈ້ງວ່າ: ຊົນຊັ້ນກຳມະກອນແມ່ນຊົນຊັ້ນນໍາໜ້າຂອງຍຸກສະໄໝ ທັງຕິດພັນກັບພື້ນຖານການຜະລິດ, ມີລະບຽບວິໄນໃນການອອກແຮງງານ, ເປັນຜູ້ມີຫົວຄິດປະດິດສ້າງ, ມີຄວາມສາມາດພຽງພໍໃນການສ້າງສັງຄົມໃໝ່ທີ່ກ້າວໜ້າປະເທດຊາດເຂັ້ມແຂງ, ປະຊາຊົນຮັ່ງມີ, ສັງຄົມມີຄວາມສາມັກຄີປອງດອງ ແລະ ຍຸຕິທຳມາເຖິງທຸກວັນນີ້.
