ວັນທີ 10 ມິຖຸນາ 2026 ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ປະກາດນະໂຍບາຍໃຫ້ນາຍຕຳຫຼວດ ພັກການຮັບອຸດໜູນບຳນານ ຈຳນວນ 7 ທ່ານ, ໂດຍການເປັນປະທານຂອງ ພົຈວ ບຸນຫຼວງ ວິໄລສຸກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ,ມີຕ່າງໜ້າກົມ,ຫ້ອງ ແລະ ນາຍຕຳຫຼວດ ເຂົ້າຮ່ວມ.

ໃນພິທີ, ພັທ ທະນົງສັກ ຊາມຸນຕີ ຮອງຫົວໜ້າຫ້ອງ ການເມືອງ ກົມໃຫຍ່ຕຳຫຼວດ ໄດ້ຜ່ານຂໍ້ຕົກລົງຂອງລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1543 ຫາ 1549/ກປສ,ລົງວັນທີ 20ພຶດສະພາ 2026 ວ່າດ້ວຍການອະນຸມັດໃຫ້ນາຍຕຳຫຼວດພັກການຮັບອຸດໜູນບຳນານ.
ໂອກາດດັ່ງກ່າວ, ພົຈວ ບຸນຫຼວງ ວິໄລສຸກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ໄດ້ໂອ້ລົມສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະ ຂອງບັນດາທ່ານ ທີ່ຍາດມາໄດ້ ໃນໄລຍະຜ່ານມາ ຢ່າງສຸດອົກສຸດໃຈ. ພາຍຫຼັງໄດ້ຮັບນະ ໂຍບາຍພັກການຮັບອຸດໜູນບຳນານແລ້ວ ເມື່ອໄປຢູ່ບ້ານກໍໃຫ້ເປັນແບບຢ່າງທີ່ດີໃຫ້ແກ່ລູກຫຼານ ແລະ ພະນັກງານຮຸ່ນສືບທອດ, ພ້ອມທັງອວຍພອນໄຊໃຫ້ບັນດາສະຫາຍທີ່ພັກການຮັບອຸດໜູນບຳນານໃນຄັ້ງນີ້ ຈົ່ງມີສຸຂະພາບເຂັ້ມແຂງມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ.

ໂອກາດນີ້,ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະພັກ – ຄະ ນະບັນຊາແຕ່ລະຂັ້ນ,ຕະຫຼອດພະນັກງານ-ນັກຮົບ ຈົ່ງເອົາ ໃຈໃສ່ຕໍ່ວຽກງານປ້ອງກັນຄວາມສະຫງົບ ໃຫ້ໜັກແໜ້ນ, ເຂັ້ມແຂງ ເຮັດໃຫ້ວຽກງານວິຊາສະເພາະ ໃຫ້ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.
