ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ ອ້ອມຂ້າງ ກະຊວງ ປກສ ປະຈຳໄຕມາດ II ປີ 2026 ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2026, ທີ່ກະຊວງປ້ອງກັນຄວາມສະຫງົບ, ເປັນປະທານໂດຍ ສະຫາຍ ພົຕ ສຸລິນະ ແກ້ວປະເສີດ ຮອງເລຂາຄະນະພັກກະຊວງ ຮອງລັດຖະ ມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ມີບັນດາຄະນະພັກ, ຄະນະກົມອ້ອມຂ້າງກະຊວງ ປກສ ເຂົ້າຮ່ວມ.



ສະຫາຍ ພົຕ ສຸລິນະ ແກ້ວປະເສີດ ກ່າວຕໍ່ກອງປະຊຸມວ່າ: ບັນດາຄະນະພັກ-ຄະນະກົມອ້ອມຂ້າງກະຊວງ ປກສ ຈົ່ງພ້ອມກັນມີຄຳເຫັນສັງເກດການ ໂດຍຫຍໍ້ຕໍ່ວຽກງານປິ່ນອ້ອມໜ້າທີ່ການເມືອງທີ່ສຳຄັນ ປະກອບ ມີ 4 ຂົງເຂດວຽກງານຄື:
ຂົງເຂດວຽກງານການເມືອງ-ແນວຄິດ ເປັນຕົ້ນແມ່ນວຽກງານພັກ-ພະນັກງານ, ວຽກງານຕິດຕາມກວດການປ້ອງກັນກຳລັງ ແລະ ແກ້ໄຂປະກົດການຫຍໍ້ພາຍໃນກຳລັງ.

ຂົງເຂດວຽກງານການຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໂດຍສະເພາະການລົງເລິກສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ ທີ່ພົ້ນເດັ່ນຢູ່ໃນສັງຄົມປັດຈຸບັນ.
ຂົງເຂດວຽກງານຮັບປະກັນພະລາທິການ ໂດຍກວດຄືນສະພາບລວມ ໃນຜັນຂະຫຍາຍມະຕິ 04 ໃນການຈັດຕັງປະຕິບັດຂົງເຂດວຽກງານ ເປັນຕົ້ນແມ່ນ: ການດັດແກ້ງົບປະມານ, ຮ່ວງງົບປະມານໃນການຮັບໃຊ້ປະຕິບັດວຽກງານ, ຮ່ວງກໍ່ສ້າງພື້ນຖານໂຄງລ່າງ ແລະ ຄວາມຄືບໜ້າບັນດາໂຄງການທີ່ກະຊວງ ປກສ ໄດ້ດຳເນີນ.
ຂົງເຂດວຽກງານເສນາທິການ ພົວພັນຮ່ວມມືກັບຕ່າງປະເທດ, ການປະສານງານຊີ້ນຳ ແລະ ການກຽມພ້ອມສູ້ຮົບ ແລະ ວຽກງານອື່ນໆ.
ທັງນີ້, ກໍເພື່ອເປັນການປຶກສາຫາລື ແລະ ແລກປ່ຽນບົດຮຽນ, ຊອກໃຫ້ເຫັນດ້ານດີຜົນງານ ແລະ ຫາວິທີແກ້ໄຂຂໍ້ຄົງຄ້າງ ໃນຂົງເຂດວຽກງານຕ່າງໆ ທີ່ປິ່ນອ້ອມກະຊວງປ້ອງກັນຄວາມສະຫງົບ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດມີຜົນສຳເລັດຕາມຄາດໝາຍທີ່ວາງໄວ.
