ໃນໂອກາດເຂົ້າຮ່ວມກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ແລະ ໄດ້ເນັ້ນໜັກໃຫ້ທິດຊີ້ນໍາຕໍ່ວຽກງານຈັດຕັ້ງໃນຊຸມປີຕໍ່ໜ້າ ດັ່ງນີ້:





ໜຶ່ງ, ໜ້າທີ່ຍຸດທະສາດຂອງພວກເຮົາໃນຊຸມປີຕໍ່ໜ້າແມ່ນຕ້ອງສືບຕໍ່ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ຮັບປະກັນການກໍາອໍານາດຂອງພັກໄວ້ຢ່າງໝັ້ນຄົງ. ພັກເຮົາ ຍັງສືບຕໍ່ຍຶດໝັ້ນການປັບປຸງ, ກໍ່ສ້າງພັກທັງ 4 ດ້ານ ຢ່າງເຂັ້ມງວດ (ການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາພາ). ຢາກຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ກ່ອນອື່ນຕ້ອງຍົກສູງຄວາມຮັບຜິດຊອບການເມືອງຂອງຜູ້ເປັນເລຂາ ແລະ ຜູ້ເປັນຫົວໜ້າ ຢູ່ແຕ່ລະຂັ້ນ ຕ້ອງເປັນຄັນທຸງເຕົ້າໂຮມຄວາມສາມັກຄີ, ຕ້ອງມີຈິດໃຈກວ້າງຂວາງ, ຮັບຟັງຄວາມຄິດເຫັນທີ່ແຕກຕ່າງ, ເຕົ້າໂຮມສະຕິປັນຍາ ແລະ ການປະກອບສ່ວນຂອງມະຫາຊົນເຂົ້າໃນວຽກງານ ການສ້າງ ແລະ ປັບປຸງພັກ ຢ່າງຕັ້ງໜ້າ ເພື່ອເສີມຂະຫຍາຍດ້ານດີ, ຜົນສໍາເລັດ ຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ; ຕ້ອງເພີ່ມທະວີຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ ຢ່າງແທ້ຈິງ, ສຳຄັນ ແມ່ນຕ້ອງເດັດດ່ຽວຊີ້ນໍາ ຕ້ານກັບ 4 ລັດທິ ແລະ ກໍາຈັດປັດເປົ່າ 5 ພະຍາດ ທີ່ມັກຈະເກີດຂຶ້ນພາຍໃນກົງຈັກຂອງພັກ, ພາຍໃນຖັນແຖວພະນັກງານ ສະມາຊິກພັກ ຂອງພວກເຮົາ, ທັງນີ້ ກໍເພື່ອສ້າງຄວາມສັດທາ ແລະ ເຊື່ອໝັ້ນຂອງປະຊາຊົນ ແລະ ມະຫາຊົນ ຕໍ່ການນໍາພາຂອງພັກ ຄື:
• 4 ລັດທິ ໄດ້ແກ່ :
1) ລັດທິສ່ວນຕົວເອກະຊົນ;
2) ລັດທິພັກພວກ – ທ້ອງຖິ່ນ;
3) ລັດທິຄໍາພີ, ຕາຍຕົວ, ແຂງກະດ້າງ;
4) ລັດທິສະເຫວີຍສຸກ.
• 5 ພະຍາດ ໄດ້ແກ່:
1) ພະຍາດອາຍາສິດ;
2) ພະຍາດສໍ້ລາດບັງຫຼວງ;
3) ພະຍາດສະແຫວງຫາຍົດຖາບັນດາສັກ ແລະ ຕໍາແໜ່ງ ຕິດພັນກັບການເປັນອາຍາ-ເຈົ້ານາຍ, ເລືອກວຽກເລືອກງານ, ເຮັດວຽກແປະໆ ບາງໆ ຢ້ານໆ ກົວໆ ບໍ່ກ້າແຕະຕ້ອງໃຜ, ປ້ອງກັນຕົວເອງ ແລະ ພວກພ້ອງເປັນຫຼັກ;
4) ພະຍາດເສື່ອມຖອຍດ້ານທາດແທ້ການເມືອງ, ບໍ່ໜັກແໜ້ນດ້ານແນວຄິດ ເອນອຽງໄປຕາມກະແສ, ນີ້ລະເຂົາວ່າ ຖືກພະຍາດ ຫັນປ່ຽນດ້ວຍຕົນເອງ;
5) ພະຍາດເອື່ອຍອີງ, ຂາດຄວາມເປັນເຈົ້າ, ຂາດການປະດິດສ້າງ ແລະ ບໍ່ເປັນຕົວຂອງຕົວເອງ, ມັກຫຼົງລືມວ່າຕົນເອງຢືນຢູ່ໃສ, ມີໜ້າທີ່ຮັບຜິດຊອບຫຍັງ.



