ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ (26 ມິຖຸນາ 1987 – 26 ມິຖຸນາ 2026).
– ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ! ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ (26 ມິຖຸນາ 1987 – 26 ມິຖຸນາ 2026).

ໃນນາມຕາງໜ້າໃຫ້ ພັກ ແລະ ລັດຖະບານ ແຫ່ງ ສາ ທາລະນະລັດ ປະຊາທິ ປະໄຕ ປະຊາຊົນ ລາວ ແລະ ໃນ ນາມສ່ວນຕົວ, ຂ້າພະເຈົ້າ ຂໍນໍາເອົາຄວາມຢ້ຽມຢາມຖາມ ຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ ອັນສະໜິດ ສະ ໜົມ ມາຍັງພໍ່ແມ່ປະຊາຊົນ, ເພື່ອນມິດສະຫາຍ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ແລະ ພະນັກງານລັດຖະກອນ ໃນຂອບເຂດ ທົ່ວປະເທດ, ຖືໂອກາດນີ້ ເພື່ອເປັນການຢືນຢັນຄືນ ເຖິງມານະຈິດທາງ ການເມືອງ ແລະ ຄວາມໝາຍໝັ້ນອັນແຮງກ້າ ຂອງວົງຄະນະຍາດ ສາກົນ ໃນການຮ່ວມມືກັນ ປະກອບສ່ວນ ເຂົ້າໃນຂະບວນການປ້ອງກັນ, ກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ທັງຍັງເປັນໂອກາດອັນດີ ທີ່ພວກເຮົາຈະໄດ້ພ້ອມກັນ ກວດກາທົບທວນ ແລະ ສັງເກດຕີລາຄາຄືນ ກ່ຽວກັບຜົນສຳເລັດ ແລະ ບັນຫາຂໍ້ຄົງຄ້າງ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນປີ 2021-2025 ຜ່ານມາ ເຊິ່ງໄດ້ ຮັບໝາກຜົນສໍາເລັດອັນຈົບງາມ.
ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ! ດັ່ງທີ່ພວກເຮົາຮັບຮູ້ນຳກັນດີແລ້ວວ່າ: ຢາເສບຕິດ ເປັນບັນຫາຂອງ ໂລກ ເຊິ່ງບັນດາປະເທດໃນພາກພື້ນ ແລະ ສາກົນ ຕ່າງກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຮ່ວມມືກັນ ໃນການປ້ອງ ກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວ.
ປັດຈຸບັນ ຢູ່ປະເທດເຮົາ ກໍພວມປະເຊີນໜ້າກັບໄພ ຂົ່ມຂູ່ຈາກບັນຫາຢາເສບຕິດເຊັ່ນກັນ, ເຊິ່ງໄດ້ແພ່ລະບາດເປັນວົງກວ້າງ ນັບທັງຢູ່ຕົວເມືອງໃຫຍ່ ໄປຮອດເຂດຊົນນະ ບົດຫ່າງໄກສອກຫຼີກ; ບັນຫາຢາເສບຕິດ ເປັນບັນຫາຕົ້ນຕໍ ທີ່ພາໃຫ້ເກີດບັນດາປະກົດການຫຍໍ້ທໍ້ ທາງສັງຄົມ; ການລະບາດຂອງຢາເສບຕິດ ໄດ້ເປັນໜໍ່ແໜງ, ເປັນສາເຫດ ຂອງການເກີດຄວາມຮຸນແຮງ ກໍ່ອາຊະຍາກຳ ແລະ ສິ່ງຫຍໍ້ທໍ້ຕ່າງໆ ໃນສັງຄົມ ເຊິ່ງເປັນໄພອັນຕະລາຍ ຕໍ່ຄວາມໝັ້ນຄົງຂອງຊາດ, ໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການສ້າງສາພັດ ທະນາເສດຖະກິດ-ສັງຄົມ, ຕໍ່ຊິວິດ, ຕໍ່ສຸຂະພາບຂອງປະ ຊາຊົນ, ພົນລະເມືອງລາວ ໂດຍສະເພາະ ໄດ້ເບື່ອເມົາຊາວ ໜຸ່ມ, ເຍົາວະຊົນ ທີ່ ເປັນຜູ້ສືບທອດພາລະກິດປະຕິວັດ, ເປັນກຳລັງແຮງງານ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນອະນາຄົດ.
ການລັກລອບຄ້າຂາຍຢາເສບຕິດ, ສິ່ງເສບຕິດ ໄດ້ກາຍເປັນຂະບວນການຂ້າມຊາດ ທີ່ລັດຖະບານ ແລະ ປະ ຊາຊົນລາວ ກໍຄືບັນດາປະຊາຊາດໃນທົ່ວໂລກ ໄດ້ພ້ອມກັນປ້ອງກັນ, ສະກັດກັ້ນ ແລະ ຕໍ່ຕ້ານຢ່າງແຂງແຮງ. ເຖິງແມ່ນ ວ່າຫຼາຍ ປະເທດ ໄດ້ເພີ່ມທະວີມາດຕະການທີ່ເດັດຂາດ, ມີຄວາມພະຍາຍາມຮ່ວມກັນ ໃນການຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວ ຢ່າງຕໍ່ເນື່ອງຫຼາຍປານ ໃດກໍຕາມ ແຕ່ການລັກລອບຜະລິດ, ຄອບຄອງ, ຄ້າຂາຍ, ຈໍາໜ່າຍ, ນໍາໃຊ້ ແລະ ການລຳລຽງຂົນສົ່ງຢາເສບຕິດ ຢູ່ໃນທົ່ວໂລກ ກໍຍັງບໍ່ຫຼຸດລົງ ທັງຍັງມີຢາເສບຕິດ ຊະນິດໃໝ່ເກີດຂຶ້ນ ແລະ ມີທ່າອ່ຽງເພີ່ມຂຶ້ນ ຢ່າງໜ້າເປັນຫ່ວງ.
ຍ້ອນເຫັນໄດ້ເຖິງພິດໄພ ຜົນຮ້າຍຄວາມ ເປັນອັນຕະ ລາຍ ແລະ ຄວາມຈໍາເປັນພາວະວິໄສ ໃນການແກ້ໄຂບັນ ຫາຢາເສບຕິດ ໃຫ້ມີຄວາມເດັດ ຂາດ. ໃນຊຸມປີຜ່ານມາ, ພັກ-ລັດຖະບານພວກເຮົາ ໄດ້ຊີ້ນໍາ-ນໍາພາ ການຈັດ ຕັ້ງປະຕິບັດວຽກງານວິຊາສະເພາະດັ່ງກ່າວ ຢ່າງຈົດຈໍ່ຈິງຈັງຕະຫຼອດມາ ໂດຍ ສະເພາະ ແມ່ນໄດ້ອີງໃສ່ຜົນສຳເລັດ ຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2025) ລັດຖະບານ ຈຶ່ງໄດ້ກຳ ນົດການແກ້ໄຂບັນຫາຢາເສບຕິດ ໃຫ້ເປັນແຜນງານແຫ່ງຊາດໃນຕໍ່ໜ້າ ຕາມ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 171/ສພຊ, ລົງວັນທີ 21 ພະຈິກ 2025. ມາຮອດເວລານີ້ ກໍໄດ້ ເນັ້ນໜັກ ເລັ່ງໃສ່ວຽກງານສ້າງຄວາມຮັບຮູ້ທົ່ວສັງຄົມ ດ້ວຍການໂຄສະນາ ເຜີຍແຜ່ລະ ບຽບກົດໝາຍ, ຜົນຮ້າຍຂອງຢາເສບຕິດ ເປັນວຽກນໍາໜ້າ ຜ່ານ ພາຫະນະສື່ມວນຊົນ ໃນຮູບແບບຂອງ ລະຄອນສັ້ນ, ສະປອດໂຄສະນາ, ບົດເພງ, ຂັບ-ລຳ, ຕິດປ້າຍຄຳຂວັນທີ່ມີເນື້ອໃນ ຍົກໃຫ້ເຫັນຜົນຮ້າຍຂອງຢາເສບຕິດ ຊຶ່ງເປັນເຄື່ອງມືສໍາຄັນ ໃຫ້ແກ່ການເຮັດວຽກງານ ສ້າງຄວາມຮັບຮູ້ທົ່ວສັງຄົມ ໃຫ້ ພະນັກງານ-ລັດຖະກອນ, ທະຫານ, ຕຳ ຫຼວດ, ນັກຮຽນ-ນັກສຶກສາ, ຊາວໜຸ່ມ, ໄວໜຸ່ມ ແລະ ປະ ຊາຊົນລາວບັນດາເຜົ່າ ໄດ້ຊົມ, ໄດ້ຟັງ, ໄດ້ອ່ານ ຈຶ່ງຕີລາຄາໄດ້ວ່າ ພົນລະເມືອງລາວພວກເຮົາ ແມ່ນມີຄວາມຮັບຮູ້-ເຂົ້າ ໃຈ ຢ່າງ ຖືກຕ້ອງ ຕໍ່ກັບພິດໄພ, ຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງຢາເສບຕິດ. ພ້ອມກັນນີ້, ການສ້າງຄວາມເຂັ້ມແຂງທົ່ວປວງຊົນ ທີ່ເລີ່ມຕົ້ນຈາກສະຖາບັນ ຄອບຄົວ, ຊຸມຊົນ, ບ້ານ, ພາກລັດ, ເອກະຊົນ ຕ້ອງໄດ້ເຂົ້າຮ່ວມກັນສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເປັນແຮງຍູ້ທີ່ສໍາຄັນ ໃນການແກ້ໄຂບັນຫາຢາ ເສບຕິດ ໂດຍທຸກພາກສ່ວນ, ທຸກໜ່ວຍງານທີ່ກ່ຽວຂ້ອງແມ່ນໄດ້ເອົາໃຈໃສ່ ໃກ້ຊິດຕິດແທດເຖິງຮາກຖານປະຊາຊົນ ດ້ວຍການຊີ້ນໍາ-ນໍາພາ ເຮັດຕົວຈິງດ້ວຍຫຼາຍວິທີ ທີ່ເປັນລະບົບ, ຮັບປະກັນດ້ານການເມືອງ, ກົດໝາຍວິຊາສະເພາະທີ່ກ່ຽວຂ້ອງ. ນອກນັ້ນ, ພວກເຮົາ ຍັງໄດ້ເອົາໃຈໃສ່ສ້າງ ເງື່ອນໄຂອຳນວຍຄວາມສະດວກ ໃຫ້ບັນດາຄອບຄົວປະຊາຊົນບັນດາເຜົ່າ ທີ່ ອາ ໃສຢູ່ເຂດພູດອຍ ຫັນໄປປະກອບອາຊີບໃໝ່ ແລະ ມີອາຊີບທີ່ໝັ້ນຄົງ, ຖືກ ກົດໝາຍ ດ້ວຍການປູກພືດທົດແທນ ພືດທີ່ມີສານເສບຕິດ ເຊັ່ນ: ການ ສົ່ງເສີມລ້ຽງສັດ, ປູກພືດເປັນສິນຄ້າ ສາມາດຈໍາໜ່າຍ ຢູ່ພາຍໃນ ແລະ ຕ່າງປະເທດຢ່າງຕໍ່ເນື່ອງ; ສໍາລັບຜູ້ຖືກເຄາະຮ້າຍຈາກຢາເສບຕິດ ແມ່ນໄດ້ຮັບການບຳບັດປິ່ນປົວ ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບຢູ່ໃນສູນປິ່ນປົວ ແລະ ໂຮງໝໍຊຸມ ຊົນຂອງລັດ ຢ່າງມີປະ ສິດທິພາບ, ເຮັດໃຫ້ຜູ້ຖືກເຄາະຮ້າຍຈາກຢາເສບ ຕິດ ໄດ້ກັບຄືນເປັນພົນລະເມືອງດີ ຂອງສັງຄົມ ແລະ ຄອບຄົວ.
ພ້ອມກັນນີ້, ລັດຖະບານ ຍັງໄດ້ສຸມໃສ່ ໃຫ້ທຸກພາກ ສ່ວນ ຮ່ວມກັນປະຕິບັດວຽກງານ 3 ສ້າງ ຕິດພັນກັບການສ້າງຕາແສງ-ບ້ານ ໃຫ້ເປັນຫົວ ໜ່ວຍພັດທະນາໂດຍໄດ້ສ້າງສໍານັກງານອົງການ, ຕາແສງ-ບ້ານ, ສະຖາບັນການສຶກສາ, ໂຮງຮຽນ, ຫົວໜ່ວຍການຜະລິດ, ການບໍລິການ ທັງພາກລັດ ແລະ ເອກະ ຊົນ ຢູ່ຕາມທ້ອງຖິ່ນທົ່ວປະເທດ ປອດຈາກຢາເສບຕິດເພີ່ມຂື້ນໃນແຕ່ລະປີ. ຄຽງຄູ່ກັນນັ້ນ, ລັດຖະບານ ຍັງໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນ ໃນການ ປະຕິບັດມາດຕະການດ້ານກົດໝາຍ ຕໍ່ຜູ້ກະທຳຜິດ. ໃນປີນີ້ ເຈົ້າໜ້າທີ່ປ້ອງ ກັນຄວາມສະຫງົບ ແມ່ນສາມາດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ຫຼາຍກໍລະນີ, ພ້ອມທັງ ໄດ້ເພີ່ມທະວີຄວາມເປັນເຈົ້າການ ໃນການຕິດຕາມກວດກາ ແລະ ແກ້ໄຂບັນຫາດັ່ງກ່າວ ຢ່າງຕັ້ງໜ້າ ໂດຍໄດ້ມ້າງຄະດີ, ຢຶດຢາເສບ ຕິດ, ອາວຸດເສິກ, ຊັບສິນ, ວັດຖຸມີຄ່າ, ສານເຄມີຕັ້ງຕົ້ນຕ່າງໆ ທີ່ພວກ ກຸ່ມຄົນບໍ່ດີ ຈະນໍາໄປຜະລິດເປັນຢາເສບຕິດໄດ້ເປັນຈຳນວນຫຼວງຫຼາຍ. ສິ່ງສໍາຄັນ ແມ່ນສາມາດຈັບກຸມຜູ້ກະທຳຜິດ ມາດຳເນີນຄະດີ ຕາມກົດ ໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ.
ພີ່ນ້ອງຮ່ວມຊາດທີ່ນັບຖື ແລະ ຮັກແພງທັງຫຼາຍ!
ເນື່ອງໃນວັນສາກົນຕ້ານຢາເສບຕິດ ວັນທີ 26 ມິຖຸນາ 2026 ຄົບຮອບ 39 ປີ ໃນປີນີ້, ຕາງໜ້າໃຫ້ ພັກ-ລັດຖະ ບານ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈ ຕໍ່ ຄະນະກຳມະການແກ້ໄຂຢາເສບຕິດລະດັບຊາດ, ເຈົ້າໜ້າ ທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ທຸກພາກ ສ່ວນທີ່ກ່ຽວຂ້ອງ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຕະ ຫຼອດ ຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ ໃນຂອບເຂດ ທົ່ວປະເທດ ທີ່ໄດ້ໃຫ້ການຮ່ວມມືປະກອບສ່ວນເຂົ້າໃນການແກ້ໄຂບັນຫາຢາເສບຕິດ ໃນໄລຍະທີ່ຜ່ານມາ.
ນະໂອກາດນີ້,ຕາງໜ້າ ໃຫ້ພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະ ເຈົ້າ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນ ຄຸນ ມາຍັງບັນ ດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການບໍ່ສັງກັດລດຖະບານ ແລະ ພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ ໃຫ້ການຮ່ວມມື, ສະ ໜັບສະໜູນ, ຊ່ວຍເຫຼືອ ໃຫ້ແກ່ລັດຖະບານ ແລະ ປະຊາ ຊົນລາວ ໃນການຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໄດ້ຮັບຜົນສຳເລັດຕະຫຼອດມາ ແລະ ຫວັງວ່າ ຈະສືບຕໍ່ໄດ້ຮັບ ການສະໜັບສະໜູນຊ່ວຍເຫຼືອ ຕໍ່ໄປອີກໃນອານາຄົດ.
– ພີ່ນ້ອງຮ່ວມຊາດ ທີ່ ນັບຖື ແລະ ຮັກແພງທັງຫຼາຍ!
ຢາເສບຕິດ ເປັນບັນຫາທີ່ມີຄວາມເປັນອັນຕະລາຍຮ້າຍ ແຮງ, ເປັນໄພຂົ່ມຂູ່ ຕໍ່ຄວາມສະຫງົບສຸກ, ຄວາມເປັນລະ ບຽບຮຽບຮ້ອຍ ຂອງສັງຄົມ ແລະ ຄວາມໝັ້ນ ຄົງ ຂອງບັນ ດາປະຊາຊາດໃນໂລກ. ດັ່ງນັ້ນ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ພະນັກ ງານ-ລັດຖະກອນ, ທະຫານ, ຕຳຫຼວດ, ປະຊາ ຊົນລາວບັນດາເຜົ່າ, ທຸກເພດ-ໄວ ໃນທົ່ວສັງຄົມ ຕະຫຼອດຮອດ ບັນດາອົງການຈັດຕັ້ງພັກ-ລັດ, ອົງການປົກຄອງທ້ອງຖິ່ນ, ສະຖາບັນການສຶກສາ, ອົງການພຸດທະສາສະ ໜາ ແລະ ສະຖາບັນຄອບຄົວ ຕະຫຼອດເຖິງຊາວຕ່າງປະ ເທດ ທີ່ດຳລົງຊີວິດ, ທຳມາ ຫາກິນ ແລະ ດໍາເນີນທຸລະກິດ ຢູ່ ສປປ ລາວ ຈົ່ງໄດ້ພ້ອມກັນເປັນເຈົ້າການ ເຂົ້າຮ່ວມໃນການຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເພື່ອເຮັດໃຫ້ບັນຫາຢາເສບຕິດ ຢູ່ໃນສັງຄົມລາວ ໄດ້ຫຼຸດລົງຢ່າງຊັດເຈນ ກ້າວໄປສູ່ ສັງຄົມລາວ ປອດຢາເສບຕິດໃຫ້ໄດ້ໃນທີ່ສຸດ.
ຂໍຂອບໃຈ
See less
