ໃນວັນທີ 25 ມີຖຸນາ 2026, ພົຈວ ພູທອນ ພົນໂພສີລາຫົງ ຮອງຫົວໜ້າກົມໃຫ່ຍພະລາທິການປ້ອງກັນຄວາມສະ ຫງົບ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້, ຕິດຕາມ, ກວດກາ ແລະ ແນະນໍາການຈັດຕັ້ງປະຕິບັດວຽກງານພະລາທິການປ້ອງກັນຄວາມສະຫງົບ ຢູ່ກອງບັນຊາການ ປກສ ແຂວງເຊກອງ, ໂດຍມີ ພັທ ອ່ອນຕາ ສະສົມບັດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຜູ້ຊີ້ນໍາວຽກ ງານພະລາທິການ ປກສ ແຂວງ, ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ໃນກອງປະຊຸມ, ໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກທ່ານຮອງຫົວໜ້າກອງບັນຊາການ ປກສ ແຂວງ ໃນການຈັດຕັ້ງປະຕິບັດວຽກງານພະລາທິການໃນໄລຍະຜ່ານມາ ເປັນຕົ້ນ ແມ່ນດ້ານດີ, ດ້ານອ່ອນ ແລະ ທິດທາງໃນຕໍ່ໜ້າ; ຈຸດປະສົງ ທີ່ກົມໃຫ່ຍພະລາທິການ ປ້ອງກັນຄວາມສະຫງົບ ລົງມາເຄື່ອນໄຫວໃນຄັ້ງນີ້ກໍເພື່ອເປັນການຊຸກຍູ້, ຕິດຕາມ ແລະ ກວດກາ ຢູ່ກອງບັນຊາການ ປກສ ແຂວງ ເປັນຕົ້ນ ແມ່ນຊຸກຍູ້ວຽກງານຄຸ້ມຄອງການຜະລິດ-ທຸລະກິດ, ວຽກງານອຸປະໂພກ-ບໍລິໂພກ ແລະ ຊຸກຍູ້ວຽກງານຮັກສາຄວາມປອດໄພ.


ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງປະກອບຄໍາຄິດເຫັນຕໍ່ການປະຕິບັດເຄື່ອນໄຫວວຽກງານພະລາທິການໃນທົ່ວກອງບັນຊາການ ປກສ ແຂວງ ເພື່ອຊອກໃຫ້ເຫັນດ້ານທີຈະຕ້ອງທຳການພະລິດ-ທຸລະກິດ ເພື່ອໃຫ້ກອງບັນຊາ ການ ປກສ ແຂວງ ມີທຸລະກິດທີ່ໝັ້ນຄົງ ແລະ ແຂງແຮງ ພ້ອມທັງຄຽງຄູ່ໄປກັບການສ້າງກົມກອງ ໃຫ້ເປັນກົມກອງຮອບດ້ານ.
