ກະຊວງ ປກສ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ໃນວັນ ທີ 26 ມິຖຸນາ 2026 ເປັນປະທານ ແລະ ເຜີຍແຜ່ເອກະ ສານ ໂດຍ ສະຫາຍ ພົຕ ສຸລິນະ ແກ້ວປະເສີດ ຮອງເລຂາຄະນະພັກກະຊວງ ເລຂາຄະນະພັກກົມໃຫຍ່ ຮອງລັດຖະ ມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ,ມີຄະນະບໍລິຫານ ງານພັກກະຊວງ, ຄະນະພັກກົມໃຫຍ່, ຫ້ອງວ່າການ, ກົມ, ກອງບັນຊາການ, ວິທະຍາຄານ, ເລຂາ-ຮອງເລຂາ, ຄະນະ ພັກຮາກຖານ,ພ້ອມດ້ວຍ ເລຂາ-ຮອງເລຂາໜ່ວຍພັກຮາກ ຖານທີ່ຂຶ້ນກັບກົມໃຫຍ່ ແລະ ຫ້ອງວ່າການ, ກົມກອງອ້ອມຂ້າງກະຊວງ ປກສ ເຂົ້າຮ່ວມ.


ໃນພິທີ, ສະຫາຍ ພົຕ ສຸລິນະ ແກ້ວປະເສີດ ກ່າວວ່າ: ການເຜີຍແຜ່ເຊື່ອມຊຶມກົດລະບຽບຂອງພັກປະຊາຊົນປະ ຕິວັດລາວ ສະໄໝທີ XII ໃນຄັ້ງນີ້ ເພື່ອໃຫ້ຄະນະພັກ-ຄະ ນະບັນຊາ ແຕ່ລະກົມກອງອ້ອມຂ້າງກະຊວງ ປກສ ໄດ້ຮັບ ຮູ້, ເຂົ້າໃຈເປັນເອກະພາບ, ກຳແໜ້ນໃຫ້ເລິກເຊິ່ງ ແລະ ມີສະຕິຕື່ນຕົວສູງກວ່າເກົ່າ, ພ້ອມທັງນໍາໄປຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ຄົບຖ້ວນ, ເຂັ້ມງວດ ແລະ ມີຄວາມເປັນເອກະພາບ ໃນທົ່ວກໍາລັງ ປກສ ເຊິ່ງກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII ປະກອບມີ XV ໝວດ 64 ມາດຕາ; ພັກປະຊາຊົນປະຕິວັດລາວ ແມ່ນກອງນໍາໜ້າທີ່ມີການຈັດຕັ້ງ, ແມ່ນການຈັດຕັ້ງການເມືອງສູງສຸດຂອງຊົນຊັ້ນກຳມະກອນ ແລະ ຂອງລະບອບປະຊາທິ ປະ ໄຕ ປະຊາຊົນລາວ, ເປັນຕົວແທນທີ່ຈົງຮັກພັກດີ ຢ່າງສະ ເໝີຕົ້ນ-ສະເໝີປາຍຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ແລະ ຂອງຊາດລາວທັງໝົດ.


ພັກປະຊາຊົນປະຕິວັດລາວ ສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ໂດຍການສືບທອດພາລະ ກິດຂອງພັກກອມ ມຸຍນິດອິນດູຈີນ ເຊິ່ງແມ່ນ ປະທານ ໄກ ສອນ ພົມວິຫານ ເປັນຫຼັກແຫຼ່ງນໍາພາກໍ່ຕັ້ງ, ທະນຸບຳລຸງ, ຝຶກຝົນຫຼ່ໍຫຼອມ, ກໍ່ສ້າງ ແລະ ປັບປຸງໃຫ້ໜັກແໜ້ນ, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ພັກປະຊາຊົນປະຕິວັດລາວ ປະກອບດ້ວຍບຸກຄົນທີ່ຕື່ນຕົວ, ຫ້າວຫັນປະຕິວັດ, ດີເດັ່ນກວ່າໝູ່ ແລະ ໄດ້ຮັບຄວາມໄວ້ວາງໃຈສູງກວ່າໝູ່ໃນຊົນຊັ້ນກຳມະກອນ, ຊາວກະສິ ກອນ, ຊັ້ນຄົນປັນຍາຊົນ ແລະ ຊາວຜູ້ອອກແຮງງານອື່ນໃນເຜົ່າຕ່າງໆ ເຊິ່ງໄດ້ຜ່ານການທົດສອບໃນຂະບວນການປົກປັກຮັກສາ ແລະ ພັດທະນາປະເທດ ຊາດ, ມີຄວາມສະໝັກໃຈເຂົ້າໃນອົງການຈັດຕັ້ງຂອງພັກ ເພື່ອສູ້ຊົນປະຕິບັດວັດຖຸປະສົງ ແລະ ອຸດົມການຂອງພັກ ຢ່າງສຸດກົກສູດປາຍ,ວັດ ຖຸປະສົງຂອງພັກປະຊາຊົນ ປະຕິ ວັດລາວ ແມ່ນນໍາພາປວງຊົນລາວທັງຊາດ ດໍາເນີນພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ, ກໍ່ສ້າງລະບອບປະຊາ ທິປະໄຕ ໃຫ້ບັນລຸຕາມຈຸດ ໝາຍສັງຄົມນິຍົມ.
ຈາກນັ້ນ. ໃນກອງປະຊຸມ, ພົຈວ ປອ ຫຸມພັນ ຜິວເຂັມພອນ ຄະນະພັກກະຊວງ ຮອງເລຂາຄະນະພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ຍັງໄດ້ເຜີຍແຜ່ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 303/ຄຈສພ ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະ ຊາຊົນປະຕິວັດລາວ ສະໄໝທີ XII ເພື່ອແນະນໍາ, ອະທິ ບາຍບາງເນື້ອໃນ, ຄຳສັບ ແລະ ບາງປະໂຫຍກຄຳເວົ້າທີ່ກຳ ນົດຢູ່ໃນກົດລະບຽບພັກ ຢ່າງຈະແຈ້ງ, ເຂົ້າໃຈງ່າຍ ເພື່ອເຮັດໃຫ້ຄະນະພັກ, ສະມາຊິກພັກ ກຳແໜ້ນ, ຮັບຮູ້ເຂົ້າໃຈ ເລິກເຊິ່ງ, ເປັນເຈົ້າການເຄົາລົບ ແລະ ປະຕິບັດກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XII ຢ່າງເຂັ້ມງວດ ແລະ ເພື່ອຮັບປະກັນໃຫ້ກົດລະບຽບພັກປະຊາຊົນປະຕິ ວັດລາວ ສະໄໝ ທີ XII ໄດ້ຮັບການຈັດຕັ້ງເຜີຍແຜ່,ເຊື່ອມຊຶມ ແລະ ເປັນ ບ່ອນອີງໃຫ້ຄະນະບໍລິຫານງານພັກແຕ່ລະຂັ້ນນຳໄປຈັດຕັ້ງຜັນຂະຫຍາຍ ແລະ ນໍາພາການຈັດຕັ້ງປະ ຕິບັດຢ່າງເປັນ ເຈົ້າການ, ຖືກຕ້ອງ, ຄົບຖ້ວນ, ເປັນເອກະ ພາບໃນທົ່ວພັກ ແລະ ທັນເວລາທີ່ກຳນົດໄວ້.
