ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ ອ້ອມຂ້າງ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ປະຈຳເດືອນ 06 ປີ 2026 ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາ 2026, ທີ່ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ເປັນປະທານໂດຍ ສະຫາຍ ພົຈວ ສາລີ ພຸດທະວົງ ຄະນະພັກກະຊວງ, ປະທານກວດກາພັກ, ຮອງຫົວໜ້າກົມໃຫຍ່ຕຳ ຫຼວດ ກະຊວງ ປກສ, ມີຄະນະພັກກົມໃຫຍ່ຕຳຫຼວດ, ເລ ຂາຄະນະໜ່ວຍພັກກົມ, ຫ້ອງ ແລະ ອົງການຈັດຕັ້ງຊາວ ໜຸ່ມ, ແມ່ຍິງ ອ້ອມຂ້າງກົມໃຫຍ່ຕຳຫຼວດ ເຂົ້າຮ່ວມ.

ສະຫາຍ ພົຈວ ສາລີ ພຸດທະວົງ ໄດ້ມີຄຳເຫັນເຈາະຈີ້ມ ເພື່ອເປັນທິດໃຫ້ຄະນະພັກແຕ່ກົມກອງ ໄດ້ປະກອບຄຳຄິດເຫັນ ເປັນຕົ້ນ ການຕີລາຄາສະພາບການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ຕໍ່ວຽກງານພັກ-ວຽກງານການເມືອງ ໃນໄລຍະ 1 ເດືອນຜ່ານມາ ໂດຍສະເພາະ ດ້ານແບບແຜນ ນໍາພາ-ວິທີເຮັດ ວຽກ ແລະ ຄວາມຮັບຜິດຊອບການເມືອງ ທີ່ນອນໃນຂອບເຂດວຽກງານທີ່ຕົນຮັບຜິດຊອບ, ລວມເຖິງການນໍາພາສຶກສາອົບຮົມການເມືອງ-ແນວຄິດ ແລະ ການແກ້ໄຂສະພາບຫຍໍ້ທໍ້ໃນກໍາລັງ; ຕີລາຄາການນໍາພາດ້ານວຽກງານວິຊາສະເພາະ ກໍຄື ວຽກງານຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໂດຍສະເພາະ ການແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ; ວຽກງານຮັບປະກັນພະລາທິການ, ການຄຸ້ມຄອງລາຍຮັບ-ລາຍຈ່າຍ ແລະ ການນໍາໃຊ້ງົບປະມານ; ຂົງເຂດວຽກງານເສນາທິ ການ ແລະ ພົວພັນຕ່າງປະເທດ, ການປະສານສົມທົບ, ການສ່ອງແສງລາຍງານ ກໍຄື ການຈັດຕັ້ງຜັນຂະຫຍາຍມະຕິ, ຄໍາສັ່ງຂອງຂັ້ນເທິງ.


ຈາກນັ້ນ, ຕາງໜ້າແຕ່ລະກົມກອງ ກໍໄດ້ລາຍງານສະ ພາບການເຄື່ອນໄຫວນຳພາ-ຊີ້ນຳວຽກງານໃນໄລຍະ 1 ເດືອນຜ່ານມາ ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ ແລະ ໄດ້ມີການປະກອບຄຳຄິດເຫັນເຊິ່ງກັນ ແລະ ກັນ.ທັງນີ້, ກໍເພື່ອເປັນການປືກສາຫາລື ແລະ ແລກປ່ຽນບົດຮຽນ, ຊອກໃຫ້ເຫັນດ້ານດີຜົນງານ ແລະ ຫາວິທີແກ້ໄຂຂໍ້ຄົງຄ້າງ ໃນຂົງເຂດວຽກງານຕ່າງໆ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

