ວັນທີ 26 ມິຖຸນາ 2026,ທ່ານ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ແມວ ບາໂລ ເອກອັກຄະລັດຖະທູດແຫ່ງ ສະຫະຣາຊະອານາຈັກ ອັງ ກິດ ປະຈຳ ສປປ ລາວ.

ໂອກາດນີ້, ທ່ານ ນາງ ແມວ ບາໂລ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ ທ່ານ ພົນໂທ ວັນທອງ ກອງມະນີ ທີ່ໄດ້ຮັບໜ້າທີ່ເປັນລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ ຜູ້ໃໝ່ ແລະ ຂອບໃຈທີ່ໃຫ້ກຽດຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງກ່າວສະແດງຄວາມພູມໃຈຕໍ່ການຮ່ວມ ມື ລາວ-ອັງກິດ ໃນໄລຍະຜ່ານມາ ໂດຍສະເພາະ ແມ່ນການພົວພັນຮ່ວມມືໃນການປາບປາມບັນຫາການກໍ່ອາຊະຍາກຳຂ້າມຊາດ ແລະ ຍິນດີເປັນຝ່າຍປະສານງານ ໄປຍັງພາກສ່ວນຕ່າງໆ ທີ່ກ່ຽວຂ້ອງກັບການຮ່ວມມື ໃນອະນາຄົດ.


ໂອກາດດຽວກັນ, ທ່ານ ພົນໂທ ວັນທອງ ກອງມະນີ ກໍໄດ້ກ່າວສະແດງຄວາມຊົມເຊີຍ ທ່ານເອກອັກຄະລັດຖະ ທູດອັງກິດ ທີ່ໄດ້ສໍາເລັດການປະຕິບັດໜ້າທີ່ທາງການທູດ ຢູ່ ສປປ ລາວ ແລະ ທ່ານ ຍັງໄດ້ສະແດງຄວາມຂອບໃຈຕໍ່ທ່ານເອກອັກຄະລັດຖະທູດ ກໍຄື ລັດຖະບານອັງກິດ ທີ່ໄດ້ໃຫ້ການຊ່ວຍເຫຼືອໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ.

