ໃນຕອນເຊົ້າຂອງວັນທີ 29 ມິຖຸນາ 2026 ນີ້, ກອງບັນ ຊາການ ປກສ ແຂວງຊຽງຂວາງ ໄດ້ຈັດພິທີຈຸດທຳລາຍຢາເສບຕິດ ທີ່ສານຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວ ຢູ່ທີ່ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ປກສ ແຂວງ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບ ຮອບ 39 ປີ ( 26 ມິຖຸນາ 1987 – 26 ມິຖຸນາ 2026 ) ໂດຍການເປັນປະທານຂອງ ພົຈວ ສີວັນທາ ເພຍສະຂາ ຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ແລະ ເປັນກຽດເຂົ້າຮ່ວມໂດຍ ທ່ານ ຫົງຄຳ ພີມມະສານ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການໄອຍະການປະຊາຊົນ, ສານປະຊາຊົນ, ພະແນກຍຸຕິທຳແຂວງ, ມີຄະນະພັກ – ຄະນະບັນຊາ, ຄະ ນະຫ້ອງ, ພະນັກງານ-ນັກຮົບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ພັອ ຄຳພອນ ນັນທະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຂຶ້ນກ່າວຈຸດປະສົງ ແລະ ສະ ພາບການໂດຍລວມ ເຊິ່ງທ່ານໄດ້ກ່າວວ່າ: ຢາເສບຕິດເປັນສິ່ງທີ່ເກືອດຫ້າມ, ຜິດຕໍ່ລະບຽບກົດໝາຍ, ມີຜົນຮ້າຍຕໍ່ຜູ້ເສບ,ເຮັດໃຫ້ມີຜົນກະທົບຕໍ່ສຸຂະພາບຮ່າງກາຍ ແລະ ຈິດ ໃຈ, ເຮັດໃຫ້ເສຍບົດບາດ,ເສຍກຽດສັກສີ,ເສຍສະຕິ,ເສຍໂອກາດພັດທະນາຕົນເອງ, ຄອບຄົວ ແລະ ປະເທດ ຊາດ. ສະນັ້ນ, ການຈັດພິທີໃນຄັ້ງນີ້ ຈຶ່ງເປັນການສະແດງເຖິງຄວາມມຸ່ງໝັ້ນຂອງພັກ-ລັດ ແລະ ກຳລັງ ປກສ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດ ໃຫ້ມີຄວາມເດັດຂາດ ແລະ ເປັນຮູບປະທຳ.


ຜ່ານການ ສັງລວມຂອງກາງຄະດີຢາເສບຕິດ ທີ່ສານຕັດ ສິນໃຊ້ໄດ້ຢ່າງເດັດຂາດ ນັບແຕ່ເດືອນມັງກອນ 2024 ຫາ ເດືອນມິຖຸນາ 2026 ມີຈຳນວນຫຼວງຫຼາຍ ເຊິ່ງລວມມີຢາບ້າ ຈຳນວນ 186.674 ເມັດ ນ້ຳໜັກ 18.667,4 ກຼາມ,
ເຮໂຣອິນ ຈຳນວນ 67 ແທ່ງ ນ້ຳໜັກ 34,4 ກິໂລກຼາມ ແລະ ເຮໂຣອິນ ຈຳນວນ 178 ຫໍ່ນ້ອຍ ນ້ຳໜັກ 517,30 ກຼາມ, ຢາໄອສ໌ ຈຳນວນ 29 ເປົາ ແລະ 100 ຖົງ ນ້ຳໜັກ 825 ກິ ໂລກຼາມ, ຢາອີ ຈຳນວນ 10 ເມັດ ນ້ຳໜັກ 5 ກຼາມ, ໂຄເຄນ ຈຳນວນ 15 ຫໍ່ນ້ອຍ ນ້ຳໜັກ 857,3 ກຼາມ, ເຄຕາມິນ ຈຳນວນ 1 ຫໍ່ນ້ອຍ ນ້ຳໜັກ 4,2 ກຼາມ.


ໃນຕອນທ້າຍພິທີ,ປະທານ ແລະ ຜູ້ຕາງໜ້າຈາກພາກສ່ວນຕ່າງໆ ໄດ້ຮ່ວມກັນຈຸດໄຟເຜົາທຳລາຍຢາເສບຕິດທັງ ໝົດ ເພື່ອເປັນການຢືນຢັນເຖິງໄຊຊະນະ ແລະ ຄວາມເດັດດ່ຽວໃນການປາບປາມ, ສະກັດກັ້ນ ບໍ່ໃຫ້ຢາເສບຕິດເຫຼົ່ານີ້ກັບຄືນມາທຳລາຍລູກຫຼານ ແລະ ສັງຄົມ ອີກຕໍ່ໄປ.
