ກອງປະຊຸມລັດຖະມົນຕີ ຄັ້ງທີ 2 ລະຫວ່າງ ກະຊວງພາຍໃນກໍາປູເຈຍ, ກະຊວງປ້ອງ ກັນຄວາມສະຫງົບ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 30 ມິຖຸນາ 2026 ຢູ່ທີ່ນະຄອນພະນົມເປັນ ຣາຊະອານາຈັກກຳປູເຈຍ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ແຫ່ງ ຣາຊະອານາຈັກກຳປູເຈຍ, ທ່ານ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ພົນເອກ ເລືອງ ຕາມ ກວາງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ໜສູງທັງສາມກະຊວງ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານລັດຖະມົນຕີ ສາມກະຊວງ ໄດ້ຜັດປ່ຽນກັນຂຶ້ນນຳສະເໜີສະ ພາບການຂອງໂລກ, ພາກພື້ນ ແລະ ພາຍໃນປະເທດຂອງຕົນ, ພ້ອມທັງເຫັນດີໃນການສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືຂອງສາມກະຊວງ ໃຫ້ນັບມື້ເພີ່ມທະວີຂຶ້ນໄປເລື້ອຍໆ; ກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍ-ຄວາມສຳຄັນຢ່າງຍິ່ງ ເຊິ່ງໄດ້ຮ່ວມມືກັນໃນຫຼາຍດ້ານ ເປັນຕົ້ນແມ່ນ ການເພີ່ມທະວີກຳແໜ້ນສະພາບ ການແລກປ່ຽນຂໍ້ມູນ-ຂ່າວສານທີ່ພົວພັນເຖິງຄວາມສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ; ຮ່ວມມືກັນສະກັດກັ້ນຕ້ານອາຊະຍາກຳຄ້າມະນຸດ, ການປະ ສານສົມທົບສະກັດກັ້ນ ແລະ ຕ້ານຢາເສຍຕິດ, ອາດຊະຍາກຳທາງອອນລາຍ, ທັງເປັນການຍົກສູງໝາກຜົນການຮ່ວມມືໃນຂົງເຂດສັນຕິບານ ປະກອບສ່ວນໃນການປ້ອງກັນຄວາມສະຫງົບແຫ່ງຊາດ ໃນສະພາບການໃໝ່ ແລະ ຮັກສາຄວາມສະຫງົບບໍລິເວນຊາຍແດນຕິດຈອດ ໂດຍສະເພາະ ປະສານສົມທົບ ແລະ ຮ່ວມມືກັນລົງກວດກາລາດຕະເວນຕາມບໍລິເວນຊາຍແດນຂອງສາມປະເທດ ແນໃສຊອກຮູ້ ແລະ ແກ້ ໄຂບັນຫາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໄດ້ຢ່າງທັນການ.




ໂອກາດນີ້, ທ່ານ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງຈາກຄະນະນໍາກະຊວງ ແລະ ພະນັກງານ-ນັກຮົບ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບລາວ ມາຍັງ-ບັນດາທ່ານ ໃນທົ່ວກໍາລັງກະຊວງພາຍໃນກຳປູເຈຍ ແລະ ກະ ຊວງປ້ອງກັນຄວາມສະຫງົບ ຫວຽດນາມ; ພ້ອມທັງໄດ້ສະແດງຄວາມສະໜັບສະໜູນ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງກະຊວງພາຍໃນ ແຫ່ງ ຣາຊະອານາຈັກກຳປູເຈຍ ທີ່ໄດ້ທຸ່ມເທ ແລະ ກະກຽມຄວາມພ້ອມດ້ານຕ່າງໆ ໃນການເປັນເຈົ້າພາບຈັດກອງປະຊຸມໃນຄັ້ງນີ້ ເຊິ່ງນອກຈາກຈະເປັນການສະແດງໃຫ້ເຫັນເຖິງຄວາມເປັນເອກະພາບ ແລະ ຄວາມເອົາໃຈໃສ່ຂອງສາມກະຊວງ ໃນການຈັດຕັ້ງຜັນຂະຫຍາຍຖະແຫຼງການຮ່ວມຂອງສາມລັດຖະບານ ໃຫ້ກາຍເປັນຮູບປະທໍາແລ້ວ, ຍັງເປັນໂອກາດອັນດີ ໃຫ້ແກ່ຄະນະຜູ້ແທນຂອງສາມກະຊວງ ກໍຄືເຈົ້າໜ້າທີ່ບັນດາແຂວງທີ່ມີຊາຍແດນຮ່ວມຂອງສາມປະເທດ ໄດ້ພົບປະແລກປ່ຽນບົດຮຽນນໍາກັນ ເພື່ອຮ່ວມ ກັນສະກັດກັ້ນ ແລະ ຕ້ານການເຄື່ອນໄຫວການກໍ່ອາຊະຍາກຳທຸກຮູບແບບ ແນໃສ່ຮັບປະກັນໃຫ້ບໍລິເວນຊາຍແດນສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ມີຄວາມສະຫງົບປອດໄພຟດຍພື້ນຖານ.


ຈາກນັ້ນ, ລັດຖະມົນຕີ ສາມກະຊວງ ກໍໄດ້ອອກຖະແຫຼງການຮ່ວມບັນຫາທີ່ສໍາຄັນ ເພື່ອຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ເພື່ອສະຖຽນລະພາບ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ ກໍຄື ການຮັບມືຢ່າງມີປະສິດທິພາບ ຕໍ່ສິ່ງທ້າທາຍຕ່າງໆດ້ານຄວາມສະຫງົບ ທີ່ກຳລັງເກີດຂຶ້ນ ລວມທັງອາຊະຍາກຳຂ້າມຊາດຢູ່ພາກພື້ນ ແລະ ສາກົນ ໃນສະພາບການຟື້ນຟູເສດ ຖະກິດ-ສັງຄົມ.

ໃນໂອກາດເດີນທາງໄປເຂົ້າຮ່ວມກອງປະຊຸມລະດັບສູງໃນຄັ້ງນີ້, ທ່ານ ພົທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສົມເດັດບໍວໍທິບໍດີ ຮຸ່ນ ມາເນັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ ພາຍຫຼັງທີ່ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຄັ້ງທີ 2 ລະຫວ່າງ ກະຊວງພາຍໃນ ກໍາປູເຈຍ, ກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ.
