ມື້ທີສອງຂອງການດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານກ່ຽວກັບຮ່າງວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກ ຕໍ່ກອງປະຊຸມສະພາໃຫ້ຮູ້ວ່າ: ການຮ່າງວາລະແຫ່ງ ຊາດ ແມ່ນໄດ້ອີງໃສ່ມະຕິຂອງພັກ ເປັນຕົ້ນ ມະຕິ 12, ໂຄງ ການ-ການເມືອງ ສະບັບທີ 3 ແລະ ມະຕິວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາບັນຊາວຽກງານກໍ່ສ້າງຮາກຖາການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະວຽກງານ 3 ສ້າງໃນໄລຍະໃໝ່; ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ບັນ ດາກົດໝາຍ ແລະ ເອກະສານນິຕິກໍາຕ່າງໆຂອງລັດທີ່ກ່ຽວ ຂ້ອງ.

ການຮ່າງວາລະແຫ່ງຊາດຄັ້ງນີ້ ແມ່ນການຫັນເອົາແນວ ທາງນະໂຍບາຍ, ມະຕິ, ຄໍາສັ່ງກ່ຽວກັບວຽກພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ເປັນອັນລະອຽດ ດ້ວຍການນໍາໃຊ້ຂໍ້ມູນ ທີ່ມີລັກສະນະວິທະຍາສາດ,ມີການຢັ້ງຢືນຮັບຮອງຈາກອົງການປົກຄອງທ້ອງຖິ່ນ ແລະ ສູນ ກາງເປັນພື້ນຖານໃນການກໍານົດເປົ້າໝາຍ, ຄາດໝາຍ ແລະ ວຽກຈຸດສຸມ ເພື່ອເລັ່ງແກ້ໄຂບັນຫາຕົວຈິງຮີບດ່ວນຂອງຊົນນະບົດຢ່າງມີຈຸດສຸມ ແລະ ມີລັກສະນະບຸກທະລຸ ເຊິ່ງໃນນີ້ຈະສຸມໃສ່ແກ້ໄຂ 2 ບັນຫາໃຫຍ່ ຄື: ສ້າງອາຊີບ ແລະ ແຫຼ່ງລາຍຮັບທີ່ໝັ້ນຄົງ ແລະ ຍືນຍົງ; ພັດທະນາພື້ນ ຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກ ຢູ່ຊົນນະ ບົດ.

ຖ້າ 2 ບັນຫາດັ່ງກ່າວ, ໄດ້ຮັບການແກ້ໄຂຢ່າງເປັນຮູບປະທໍາ ຈະສາມາດສ້າງຄອບຄົວພົ້ນທຸກ ໄດ້ຫຼາຍກວ່າ 100.000 ຄອບຄົວ ເຮັດໃຫ້ອັດຕາສ່ວນຄອບຄົວທຸກ ຍາກ ຫຼຸດຈາກ 14,78% ຍັງເຫຼືອໜຶ່ງຕົວເລກ ຫຼື ປະມານ 8%; ສ້າງບ້ານພົ້ນທຸກໃຫ້ໄດ້ຫຼາຍກວ່າ 1.000 ບ້ານ ແລະ ສ້າງເມືອງພົ້ນທຸກໃຫ້ໄດ້ຫຼາຍກວ່າ 25 ເມືອງ.

ສໍາລັບຮ່າງວາລະແຫ່ງຊາດ ສະບັບນີ້, ປະກອບມີ 4 ພາກໃຫຍ່ ຄື: ພາກທີ I ຄວາມຈໍາເປັນຮີບດ່ວນຂອງວາລະແຫ່ງຊາດ, ພາກທີ II ທັດສະນະຊີ້ນໍາ, ຫຼັກການ, ຈຸດປະສົງ ແລະ ລະດັບຄາດໝາຍ, ພາກທີ III ທິດທາງ, ວຽກຈຸດສຸມ ແລະ ວິທີການຈັດຕັ້ງປະຕິບັດ ແລະ ພາກທີ IV ກົນໄກໃນການຈັດຕັ້ງປະຕິບັດ ແລະ ການແບ່ງຄວາມຮັບຜິດຊອບ.
