ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ແລະ ຄຳແນະນຳເລກທີ 303/ຄຈສພ ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນ ປະຕິ ວັດລາວ ສະໄໝທີ XII ເພື່ອຫັນເອົາ 2 ເອກະສານທີ່ສຳຄັນນີ້ ນຳມາເປັນທິດທາງແຜນການ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຊຸມປີຕໍ່ໜ້າ ເພື່ອແນໃສ່ປັບປຸງ-ກ່ໍສ້າງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ,ທັງແນໃສ່ເຮັດໃຫ້ສະ ມາຊິກພັກ,ພະນັກງານນັກຮົບ,ນາຍ ແລະ ພົນຕຳຫຼວດມີຄວາມຮັບຮູ້ເຂົ້າໃຈ ກຳແໜ້ນໄດ້ຢ່າງເລິກເຊິ່ງ ຕໍ່ກັບແນວທາງນະໂຍບາຍ ກໍຄື ບັນດາຂໍ້ກຳນົດ, ກົດລະບຽບຂອງພັກເພື່ອຈະໄດ້ນຳເອົາໄປໝູນໃຊ້ສອດຫ້ອຍເຂົ້າໃນວຽກງານວິຊາສະເພາະ ໃນຕໍ່ໜ້າ.

ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 9 ກໍລະກົດ 2026, ໂດຍການເຜີຍແຜ່ຂອງ ສະຫາຍ ພົຈວ ເພີນຄຳ ແສງດາລາ ແລະ ສະຫາຍ ພົຈວ ປອ ວຽງໄຊ ທຳມະສິດ ຄະນະປະຈຳພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນະນຳກົມໃຫຍ່, ສະມາຊິກພັກສົມບູນອ້ອມຂ້າງກົມໃຫຍ່ການເມືອງ ປກສ ເຂົ້າຮ່ວມ; ສະຫາຍ ພົຈວ ເພີນຄຳ ແສງດາລາ ກ່າວວ່າ: ກົດລະບຽບຂອງພັກສະໄໝທີ XII ປະກອບມີ 15 ໝວດ ແລະ 64 ມາດຕາ ເຊິ່ງກົດລະບຽບດັ່ງກ່າວໄດ້ກໍານົດໃຫ້ພັກຄຸ້ມຄອງພະນັກງານ, ສະມາຊິກພັກໂດຍກົງ, ເປັນເອກະພາບ, ຮອບດ້ານ,ກຳແໜ້ນທາງດ້ານຈຳນວນ,ຄຸນນະພາບ,ໂຄງປະ ກອບ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້-ຄວາມສາມາດ ແລະ ທ່າຂະຫຍາຍຂອງຖັນແຖວພະນັກງານ, ສະມາຊິກພັກໃນແຕ່ລະໄລຍະ, ຄຸ້ມຄອງພະ ນັກງານ, ສະມາຊິກພັກ ດ້ວຍການກໍານົດຍຸດທະສາດການພັດທະນາພະນັກງານ ແລະ ວຽກງານພະນັກງານ ຕາມຫຼັກ ການລວມສູນເປັນເອກະພາບ ໂດຍມີການແບ່ງຂັ້ນຄຸ້ມ ຄອງ, ເອົາໃຈໃສບຳລຸງກ່ໍສ້າງພະນັກງານສືບທອດ, ພະນັກ ງານໜຸ່ມ, ເພດຍິງ ແລະ ຊົນເຜົ່າໃຫ້ມີຄວາມຮູ້ຄວາາມສາ ມາດ, ຈັນຍາບັນ, ຈັນຍາທຳ ສັດຊື່ບໍລິສຸດຕໍ່ໜ້າທີ່.


ສະຫາຍ ພົຈວ ປອ ວຽງໄຊ ທຳມະສິດ ຄະນະປະຈຳພັກ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ຍັງໄດ້ຂຶ້ນຜ່ານຄຳແນະນຳເລກທີ 303/ຄຈສພ ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບພັກປະຊາ ຊົນ ປະຕິວັດລາວ ສະໄໝທີ XII; ທັງນີ້ ກໍເພື່ອເປັນການແນະນຳ,ອະທິບາຍເນື້ອໃນບາງຄຳສັບ,ບາງປະໂຫຍກ ໃຫ້ຈະແຈ້ງເຂົ້າໃຈງ່າຍ ແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກ ງານ-ນັກຮົບ, ນາຍ ແລະ ພົນຕຳຫຼວດໃນທົ່ວກຳລັງ ປກສ ກຳແໜ້ນ ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ເປັນເຈົ້າການເຄົາລົບ ແລະ ປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ຢ່າງເຂັ້ມງວດ; ສາມາດເປັນບ່ອນອີງໃຫ້ຄະນະບໍລິຫານງານພັກແຕ່ລະຂັ້ນ ນຳໄປຜັນຂະຫຍາຍເປັນທິດທາງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃນກຳລັງ ປກສ ຢ່າງເປັນເຈົ້າການ; ສືບຕໍ່ຢຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ນໍາພາທົ່ວປວງຊົນລາວທັງຊາດປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດ ແລະ ໝາກຜົນຂອງການປະຕິວັດໄວ້ໃຫ້ໝັ້ນຄົງ; ສ້າງການຫັນປ່ຽນໃໝ່ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃຫ້ແກ່ການບູລະນະລະບອບປະຊາທິ ປະໄຕ ປະຊາຊົນ ໃຫ້ກ້າວເດີນໄປສູ່ຈຸດໝາຍສັງຄົມນິຍົມ ຢ່າງໜັກແໜ້ນ, ເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະ ຊາຊົນລາວຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີເປັນປຶກ ແຜ່ນ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

