ໃນວັນທີ 9 ກໍລະກົດ 2026, ທ່ານ ສັນຕິພາບ ພົມວິ ຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ນໍາສະເໜີຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະບັບປັບປຸງ) ໃນກອງປະຊຸມສະໄໝວິສາມັນຄັ້ງທີ 1 ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ພ້ອມກັນຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດໝາຍດັ່ງກ່າວໃຫ້ແທດເໝາະ ແລະ ສາມາດນໍາໃຊ້ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ກໍຄືແຜນການຄຸ້ມຄອງຈັດເກັບລາຍຮັບເຂົ້າງົບປະມານ ແລະ ປະຕິບັດລາຍຈ່າຍໃນສະເພາະໜ້າ.

ການນໍາສະເໜີຮ່າງກົດໝາຍດັ່ງກ່າວ,ພາຍໃຕ້ການ ເປັນປະທານຂອງ ທ່ານ ກອງແກ້ວ ໄຊສົງຄາມ ຮອງປະ ທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ແລະ ຮ່າງກົດ ໝາຍວ່າດ້ວຍງົບປະມານແຫ່ງຊາດ (ສະບັບປັບປຸງ) ສະ ບັບນີ້ ໄດ້ກຳນົດຫຼັກການ, ລະບຽບການ, ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາວຽກງານງົບປະ ມານແຫ່ງລັດ ເພື່ອໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ, ປະສິດທິຜົນ ແນໃສ່ຮັບປະກັນການຈັດເກັບລາຍຮັບເຂົ້າງົບປະມານໃຫ້ຖືກຕ້ອງ, ຄົບຖ້ວນ, ທັນເວລາ, ປະຕິບັດລາຍຈ່າຍງົບປະມານໃຫ້ໂປ່ງໃສ, ສາມາດກວດສອບໄດ້ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ, ຍົກສູງຄວາມຮັບຜິດຊອບຂອງຫົວໜ່ວຍງົບປະມານ ແຫ່ງລັດທຸກຂັ້ນ, ເພີ່ມຖານລາຍຮັບ, ສ້າງຄວາມເຂັ້ມແຂງທາງດ້ານການເງິນດ້ວຍຕົນເອງເທື່ອລະກ້າວ ເຮັດໃຫ້ການເງິນແຫ່ງ ຊາດ ມີສະຖຽນລະພາບ ແລະ ເຊື່ອມໂຍງເຂົ້າລະບົບການເງິນສາກົນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງຊາດໃຫ້ຕໍ່ເນື່ອງ ແລະ ຍືນຍົງ.

ພ້ອມນີ້, ງົບປະມານແຫ່ງລັດ ກໍແມ່ນການຄາດຄະ ເນແຜນລາຍຮັບ,ລາຍຈ່າຍ ແລະ ການດຸນດ່ຽງງົບປະມານແຫ່ງລັດ ທັງເປັນໃຈກາງຂອງລະບົບການເງິນແຫ່ງລັດ, ເປັນເຄື່ອງມືຄຸ້ມຄອງ ແລະ ດັດສົມເສດຖະກິດມະຫາພາກ ເພື່ອຮັບປະກັນໃຫ້ເສດຖະກິດ-ສັງຄົມຂອງຊາດມີການພັດທະນາ. ຄຽງຄູ່ດຽວກັນ, ໃນການສ້າງແຜນງົບປະມານແຫ່ງລັດ ປະກອບດ້ວຍ ການສ້າງແຜນງົບປະມານແຫ່ງລັດ ໄລຍະຫ້າປີ, ໄລຍະກາງ ແລະ ປະຈຳປີ ເຊິ່ງການສ້າງແຜນງົບປະມານແຫ່ງລັດ ຕ້ອງຮັບປະກັນຄວາມຊັດເຈນ, ໂປ່ງໃສ ແລະ ເປີດເຜີຍ ໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ ແລະ ເປັນສະກຸນເງິນກີບ.

ສໍາລັບຮ່າງກົດໝາຍນີ້,ປະກອບມີ 11 ພາກທີຄື: ບົດບັນຍັດທົ່ວໄປ; ໂຄງປະກອບຂອງງົບປະມານແຫ່ງລັດ; ກອງທຶນຂອງລັດ; ການສ້າງ ແລະ ການຮັບຮອງແຜນງົບປະມານແຫ່ງລັດ; ການຄຸ້ມຄອງງົບປະມານແຫ່ງລັດ; ການຈັດຕັ້ງປະຕິບັດແຜນ, ການບັນຊີ, ການສະຫຼຸບ ແລະ ລາຍ ງານງົບປະມານແຫ່ງລັດ; ຄວາມຮັບຜິດຊອບກ່ຽວກັບງົບປະມານແຫ່ງລັດ; ຂໍ້ຫ້າມ; ການຄຸ້ມຄອງ ແລະ ການກວດກາ ວຽກງານງົບປະມານແຫ່ງລັດ; ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ແລະ ບົດບັນຍັດສຸດ ທ້າຍ, ມີ 13 ໝວດ, 97 ມາດຕາ ແລະ ກົດໝາຍສະບັບນີ້ແມ່ນປ່ຽນແທນຈາກ ກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ ສະບັບເລກທີ 71/ສພຊ ລົງວັນທີ 16 ທັນວາ 2015 ແລະ ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດ ໝາຍວ່າດ້ວຍງົບປະມານແຫ່ງລັດ ສະບັບເລກທີ 13/ສພຊ,ລົງວັນທີ 17 ພະຈິກ 2021.

