ວັນທີ 9 ກໍລະກົດ 2026 ນີ້, ພົຕ ແອນ ອຸ່ນອານົງນຸດ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງ ປກສ,ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມເຮັດວຽກ ແລະ ໂອ້ລົມຕໍ່ນາຍ ແລະ ພົນຕຳຫຼວດ ກອງບັນຊາ ການ ປກສ ແຂວງຜົ້ງສາລີ, ໂດຍການຕ້ອນຮັບຂອງ ພົຈວ ຄຳຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີຄະນະພັກ-ຄະນະບັນຊາ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຫົວໜ້າຫ້ອງ-ຮອງຫ້ອງ, ພ້ອມດ້ວຍ ພະແນກການທີ່ກ່ຽວຂ້ອງ,ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ອ້ອມຂ້າງກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ໃນພິທີ, ພົຈວ ຄຳຈັນ ແສງລາວົງ ຫົວໜ້າກອງບັນຊາ ການ ປກສ ແຂວງຜົ້ງສາລີ ໄດ້ລາຍງານສະພາບ ໃນໄລຍະ 6 ເດືອນ ທີ່ຜ່ານມາ ວ່າ: ຄະນະພັກ-ຄະນະບັນຊາທຸກຂັ້ນ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ນາຍ ແລະ ພົນຕຳຫຼວດເປັນກົກ, ເຮັດໃຫ້ແຕ່ລະສະ ຫາຍມີຄຸນທາດການເມືອງທີ່ໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງດ້ວຍຄວາມຮັບຜິດຊອບສູງ,ເຄື່ອນໄຫວວຽກງານວິຊາສະເພາະ, ຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ຕ້ານ ແລະ ສະກັດກັ້ນທຸກປະກົດການຫຍໍ້ທໍ້ໃນຖັນແຖວກຳລັງ, ໄປພ້ອມກັບການປັບປຸງກໍ່ສ້າງກົມກອງໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສະແດງອອກ: ກອງບັນຊາການ ປກສ ແຂວງ ລົງສົມທົບກັບ ປກສ ເມືອງຜົ້ງສາລີ ມ້າງກຸ່ມເຄື່ອນໄຫວສໍ້ໂກງທາງໂທລະຄົມ(ສະແກມເມີ) ຢູ່ 2 ຈຸດຂອງເມືອງຜົ້ງສາລີ, ສາມາດກັກຜູ້ຖືກຫາໄດ້ 29 ຄົນ ຍິງ 9 ຄົນ, ຢຶດຂອງກາງຄອມພິວເຕີຕັ້ງໂຕະໄດ້ 27 ຊຸດ, ໂນດບຸກ 2 ໜ່ວຍ, ໂທລະສັບມືຖື 47 ໜ່ວຍ ແລະ ກວດກາພົບເຫັນການນຳເຂົ້າພາຫະນະບໍ່ຖືກຕ້ອງ ມີ 110 ຄັນ,ເຄື່ອນຍ້າຍສິນຄ້າເຖື່ອນ 5 ຄັນ, ພົບເຫັນການລັກລອບປູກຝິ່ນ ມີ 55 ບ້ານ, ມີ 357 ຄອບຄົວ, ມີ 454 ຕອນ ລວມເນື້ອທີ່ 97,01 ເຮັດຕາ. ໃນນີ້, ລົງທຳ ລາຍສຳເລັດ 79,01 ເຮັກຕາ, ສືບຕໍ່ທຳລາຍ 18 ເຮັກຕາ.

ພິເສດກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ສົມ ທົບກັບກອງບັນຊາການຕໍາຫຼວດ ແຂວງດຽນບ່ຽນ ສສ ຫວຽດນາມ ເຄື່ອນໄຫວຕ້ານ-ສະກັດກັ້ນບັນດາກຸ່ມແກ້ງເຄືອຂ່າຍຢາເສບຕິດ ຢູ່ພາຍໃນ ແລະ ລຽບຕາມຊາຍແດນລາວ-ຫວຽດນາມ ແລະ ຊາຍແດນ 2 ແຂວງ ຄື: ອຸດົມໄຊ ແລະ ຫຼວງພະບາງ , ສາມາດມ້າງໄດ້ 32 ເລື່ອງ, ມີ 37 ຄົນ ຍິງ 2 ຄົນ,ຄົນຕ່າງປະເທດ 2 ຄົນ,ຢຶດຂອງກາງປະເພດຢາບ້າ 9.444 ເມັດ,ຢາຝິ່ນ 10.500 ກຼາມ, ເຮໂຣອິນ 1 ແທ່ງ, ລົດຈັກ 18 ຄັນ,ລົດໃຫຍ່ 3 ຄັນ, ປືນສັ້ນ 2 ກະບອກ,ລູກ ປືນ 8 ລູກ, ປືນດັດແປງ 5 ກະບອກ, ລູກປືນ 204 ລູກ, ໃບກະທ້ອມ 20 ກິໂລກຼາມ, ນ້ຳຢາປະສົມ 400 ກ່ອງ, ດິນລະເບີດ 1 ກ້ອນ, ແກັບ 1 ອັນ.

ໂອກາດດັ່ງກ່າວ, ພົຕ ແອນ ອຸ່ນທະນົງນຸດ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານ ແລະ ໄຊຊະນະທີ່ຄະນະພັກ- ຄະນະບັນຊາ ກອງບັນຊາການ ປກສ ແຂວງ ແລະ ແຕ່ລະພາກສ່ວນຍາດມາໄດ້ ໃນຕະຫຼອເໄລຍະ 6 ເດືອນທີ່ຜ່ານມາ, ພ້ອມທັງຊີ້ນຳໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ: ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານຫຼັກແຫຼ່ງ ນາຍ ແລະ ພົນຕຳຫຼວດ ໃຫ້ເປັນປົກກະຕິຕໍ່ເນື່ອງ,ກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ກໍຄື ຂອງກຳລັງປ້ອງກັນຄວາມສະຫົງບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນທີ່ເຂັ້ມງວດ, ປັບປຸງແບບແຜນວິທີເຮັດວຽກໃຫ້ທັນສະໄໝ, ມີຄວາມເປັນເອກະພາບພາຍໃນໝູ່ຄະນະ.
ພ້ອມກັນນີ້,ໃຫ້ເອົາໃຈໃສ່ປັບປຸງ-ກໍ່ສ້າງກຳລັງ, ເຮັດວຽກງານການຈັດຕັ້ງທຸກຂັ້ນ ໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການໃນໜ້າທີ່ການເມືອງ,ປະຕິບັດຫຼັກການລວມສູນປະຊາທິປະໄຕ,ມີຄວາມສາມັກຄີພາຍໃນ, ກຳໃຫ້ໄດ້ສະພາບປະກົດການຫຍໍ້ທໍ້ພາຍໃນກຳລັງ, ພ້ອມທັງກຳ ແໜ້ນສະພາບການຂອງສັດຕູ ແລະ ກຸ່ມຄົນບໍ່ດີ, ສືບຕໍ່ແກ້ ໄຂໜໍ່ແໜງກໍ່ຄວາມບໍ່ສະຫງົບທາງດ້ານການເມືອງ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ, ຫັນພະນັກງານລົງກໍ່ສ້າງຮາກຖານຢູ່ບັນດາຈຸດສຸມ ແລະ ເຂດຫຼ່ໍແຫຼມ, ພ້ອມທັງປຸກລະດົມພໍ່ແມ່ປະຊາຊົນ ໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງຂອງພັກ-ລັດ,ມີຄວາມຫ້າວ ຫັນປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຮັກສາໄດ້ສະຖຽນນະພາບທາງດ້ານການເມືອງ, ມີສະຕິລະວັງຕົວກຽມພ້ອມເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ.
