ວັນທີ 9 ກໍລະກົດ 2026, ຄະນະບໍລິຫານງານຊາວໜຸ່ມກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວອັນທີ່ພົ້ນເດັ່ນ 6 ເດືອນຕົ້ນ ປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026, ເປັນປະທານໂດຍພັອ ສີສົມບັດ ໄຊປັນຍາ ຄະນະເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ, ມີເລຂາຄະນະບໍລິຫານງານຊາວໜຸ່ມ 17 ກົມ-ກອງ ອ້ອມຂ້າງກະຊວງ ປກສ ແລະ ນາຍຕຳຫຼວດຫຼັກແຫຼ່ງຫ້ອງຊາວໜຸ່ມ ກະຊວງ ປກສ ເຂົ້າຮ່ວມ.

ໃນພິທີ,ພັທ ໂອລົດ ຫຼວງໄຊ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ກະ ຊວງ ປກສ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ແກ່ຄະນະຊາວໜຸ່ມ, ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ,ຈົ່ງຮັກພັກດີ,ຊື່ສັດບໍລິສຸດຕໍ່ພັກ-ລັດ, ຕໍ່ປະເທດ ຊາດ, ຕໍ່ປະຊາຊົນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ເຂົ້າ ຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງ ກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ, ໄດ້ເປີດກອງປະຊຸມຄະນະປະຈຳ ຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ, ໄດ້ເຂົ້າຮ່ວມພົບປະກັບຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດ ເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ,ໄດ້ນຳພາຄະນະຊາວໜຸ່ມ 17 ກົມກອງອ້ອມຂ້າງກະຊວງ ຈັດຕັ້ງຜັນຂະຫຍາຍເນື້ອໃນ 4 ບຸກ ຂອງຊາວໜຸ່ມປະຊາ ຊົນ ປະຕິວັດລາວ ແລະ 15 ຂໍ້ແຂ່ງຂັນຂອງຄະນະບໍລິຫານງານຊາວໜຸ່ມ ກະຊວງ.

ສ່ວນທິດທາງແຜນການ 6 ເດືອນທ້າຍປີ 2026 ຄະ ນະຊາວໜຸ່ມກະຊວງ ປກສ ຈະໄດ້ສືບຕໍ່ນໍາພາດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກຮົບ ໂດຍສະເພາະ ສະມາຊິກຊາວໜຸ່ມ 17 ກອງອ້ອມຂ້າງກະຊວງ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນຢ່າງທົ່ວເຖິງ ແລະ ຕໍ່ເນື່ອງ ໂດຍການເຊື່ອມຊຶມບັນດານິຕິກໍາຕ່າງໆຂອງພັກ-ລັດ, ຂອງກຳລັງ ປກສ, ຈັດປາຖະກະຖາວັນສຳຄັນຕ່າງໆຂອງພັກຂອງຊາດ, ຂອງກຳລັງ ປກສ, ລົງພົບປະໂອ້ລົມໃກ້ຊິດຕິດແທດສະມາຊິກຊາວໜຸ່ມ ໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ.

ນອກຈາກນີ້, ຍັງໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃຫ້ບັນດາຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ ສະໄໝທີ VI ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງ ປກສ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິບຊອບຊີ້ນຳລວມ ແລ ອະນຸກຳມະການຝ່າຍຕ່າງໆ ເຂົ້າຮ່ວມແຂ່ງຂັນກິລາເຕະບານຊາຍ 4 ກະຊວງ ຂອງຊາວໜຸ່ມ ປະຈຳປີ 2026.


