ພິີທີເປີດຂະບວນການຂ່ຳນັບຮັບຕ້ອນກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນຳພາຂອງພັກ, ພັດທະນາວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ” ໄດ້ຈັດຂຶ້ນໃນວັນທີ 12 ກໍລະກົດ 2026 ຢູ່ທີ່ສູນການຄ້າລາວ – ໄອເຕັກ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ປອ ຄຳພັນ ເຜີຍຍະວົງ ກໍາມະການກົມການເມືອງສູນ ກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ພ້ອມດ້ວຍຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ທອງລີ ສີສຸລິດ ກ່າວວ່າ: ການຈັດງານຄັ້ງນີ້ ເພື່ອປຸກລະດົມ ແລະ ສ້າງຂະບວນການອັນຟົດຟື້ນ, ເລິກເຊິ່ງໃນທົ່ວສັງ ຄົມ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໃຫ້ມີຄວາມໝາຍຄວາມສໍາຄັນສູງສຸດ, ທັງເປັນການຈາລຶກບົດບາດການນໍາພາອັນສະຫຼາດສ່ອງໃສຂອງພັກຕໍ່ວຽກງານສື່ມວນຊົນລາວ ຕະຫຼອດໄລຍະ 76 ປີ ຜ່ານມາ ທີ່ໄດ້ເຮັດໜ້າທີ່ເປັນແນວໜ້າອັນແຫຼມຄົມ ໃນການປົກປັກຮັກສາຮາກຖານແນວຄິດ – ອຸດົມການຂອງຊາດ. ພ້ອມທັງຍົກສູງຄວາມຮັບຜິດຊອບຂອງສັງຄົມ ໂດຍສະເພາະແມ່ນຊາວໜຸ່ມຄົນຮຸ່ນໃໝ່ໃຫ້ກາຍເປັນນັກສື່ສານທີ່ມີຄຸນນະພາບ, ນໍາໃຊ້ສື່ສັງຄົມອອນລາຍຢ່າງສ້າງ ສັນ, ຖືກຕ້ອງຕາມກົດໝາຍ ແລະ ພ້ອມກັນປົກປ້ອງຜົນປະໂຫຍດລວມຂອງຊາດ.

ພາຍໃນງານ, ໄດ້ມີເວທີສົນທະນາກ່ຽວກັບການປັບຕົວຂອງສື່ມວນຊົນໃນຍຸກ AI ແລະ ດີຈີຕ໋ອນ; ການຈັດຫ້ອງວາງສະແດງໃຫ້ຄວາມຮູ້ກ່ຽວກັບວຽກງານສື່ມວນຊົນ, ບັນຫາສຸຂະພາບໄວໜຸ່ມ ແລະ ເຕັກໂນໂລຊີ. ນອກນັ້ນ, ຍັງມີການວາງສະແດງ ແລະ ຈໍາໜ່າຍສິນຄ້າລາຄາຖືກ, ອາຫານພື້ນບ້ານ, ກິດຈະກຳສາຍຟີມຮູບເງົາມູນເຊື້ອເລື່ອງ “ກອງພັນທີສອງ” ດ້ວຍເຄື່ອງສາຍຟີມຮຸ່ນເກົ່າ, ຈຸດຈຳລອງການເປັນຜູ້ປະກາດຂ່າວໂທລະພາບ – ວິທະຍຸ, ການທົດລອງພິມດີດ ແລະ ເວທີສະແດງສິລະປະດົນຕີຈາກສິລະປິນລາວທີ່ມີຊື່ສຽງ.


ໂອກາດດຽວກັນນີ້, ທ່ານ ປອ ຄຳພັນ ເຜີຍຍະວົງ ຍັງໄດ້ກ່າວຕື່ມອີກວ່າ: ການເປີດຂະບວນການຄັ້ງນີ້ເປັນໂອກາດອັນສະຫງ່າລາສີໃນການຮ່ວມກັນສະເຫຼີມສະຫຼອງ 76 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນລາວ ທີ່ເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ ແລະ ປະຊາຊົນ. ໃນສະພາບການປັດຈຸບັນທີ່ໂລກໄດ້ກ້າວເຂົ້າສູ່ຍຸກດີຈີຕອນ ແລະ ເຕັກໂນໂລຊີປັນຍາປະດິດ (AI) ຢ່າງເຕັມຕົວ, ວຽກງານສື່ມວນຊົນຈໍາເປັນຕ້ອງໄດ້ມີການຫັນປ່ຽນຢ່າງແຂງແຮງໂດຍພັດທະນາທັງດ້ານເນື້ອໃນ, ຮູບການ, ວິທີການນໍາສະເໜີ ແລະ ຄຸນນະພາບຂອງຖັນແຖວນັກສື່ສານ. ນີ້ຄືສິ່ງທ້າທາຍ ແລະ ກາລະໂອກາດທີ່ທຸກພາກສ່ວນ ໂດຍສະເພາະຊາວ ໜຸ່ມຄົນຮຸ່ນໃໝ່ຕ້ອງໄດ້ບຸກບືນຍົກລະດັບຄວາມຮູ້ເພື່ອນໍາໃຊ້ເຕັກໂນໂລຊີໃຫ້ເກີດປະໂຫຍດສູງສຸດໃນການປົກປ້ອງຊາດ ແລະ ສ້າງສັນສັງຄົມ.
ຂ່າວ: ແກ້ວ ອຸເພັດ
