ໃນວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງລັດຖະບານ ໄດ້ກຳນົດ 7 ຄາດໝາຍ, 5 ວຽກຈຸດສູມ, 5 ທິດທາງ ແລະ 5 ຫຼັກການ ໃນການຈັດຕັ້ງປະຕິບັດ ເພື່ອສຸມໃສ່ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ.
ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວ ກ່ຽວກັບການຄົ້ນຄວ້າ, ພິຈາລະນາບົດລາຍງານຂອງລັດຖະບານກ່ຽວກັບ “ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ” ໃນວາລະດຳເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 10 ກໍ ລະກົດ 2026 ນີ້ ວ່າ: ວາລະແຫ່ງຊາດ ວ່າດ້ວຍກາພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງລັດຖະບານ ໄດ້ກຳນົດ 7 ຄາດໝາຍ ເພື່ອຈັດຕັ້ງປະຕິບັດວຽກງານພັດທະນະຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກຂອງປະຊາຊົນ ຄື: ສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ຫລາຍກວ່າ 100.000 ຄອບຄົວ, ສ້າງບ້ານພົ້ນທຸກ ໃຫ້ໄດ້ຫຼາຍກວ່າ 1.000 ບ້ານ, ສ້າງເມືອງພົ້ນທຸກໃຫ້ໄດ້ຫຼາຍກວ່າ 25 ເມືອງ. ໃນນີ້, ສ້າງບ້ານຈຸດສຸມຕົວແບບ ໃນການແກ້ໄຂຄວາມທຸກຍາກໃຫ້ໄດ້ຢ່າງໜ້ອຍ ແຂວງລະ 4-5 ບ້ານ; ສຸມໃສ່ສ້າງອາຊີບ ແລະ ແຫຼ່ງລາຍຮັບຂອງປະຊາຊົນໃຫ້ມີຄວາມໝັ້ນຄົງ, ພ້ອມທັງເຂົ້າເຖິງການບໍລິການ ດ້ານສາທາລະນຸປະໂພກຂັ້ນພື້ນຖານ.

ພ້ອມນີ້, ສຸມໃສ່ພັດທະນາໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກເພື່ອຮັບໃຊ້ການດໍາລົງຊີວິດ; ສຸມໃສ່ຈັດສັນພູມລໍາເນົາ ແລະ ອາຊີບໝັ້ນຄົງໃຫ້ປະຊາຊົນບັນດາເຜົ່າ, ຫຼຸດຜ່ອນການເຄື່ອນຍ້າຍຂອງພົນລະເມືອງແບບຊະຊາຍ; ສ້າງ ແລະ ປັບປຸງລະບົບການເມືອງຢູ່ຂັ້ນຮາກຖານໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ສາມາດນໍາພາປະຊາຊົນ, ເປັນເຈົ້າການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ມີຄວາມມຸ່ງໝັ້ນໃນການພັດທະນາຕົນເອງ, ພັດທະນາບ້ານ ແລະ ຊຸມ ຊົນ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ສ້າງໃຫ້ມີຂະ ບວນການ, ສ້າງວິຊາຊີບໃຫ້ຊາວໜຸ່ມ ໃນຮາກຖານໃຫ້ຫຼາຍຂຶ້ນ; ຂົນຂວາຍ ແລະ ຍາດແຍ່ງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດເຂົ້າໃນການພັດທະນາຊົນນະບົດຢ່າງມີຈຸດສຸມ, ບໍ່ເອື່ອຍອີງໃສ່ແຕ່ງົບປະມານຂອງລັດດ້ານດຽວ; ສ້າງ ແລະ ປັບປຸງນິຕິກໍາ, ກົນໄກໃນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ເປັນລະບົບຄົບຊຸດ, ເຂັ້ມງວດ, ສອດຄ່ອງ, ຮັດກຸມ.
ພ້ອມນີ້, ຍັງໄດ້ກຳນົດ 5 ວຽກຈຸດສຸມ ຄື: ສ້າງອາຊີບ ແລະ ແຫຼ່ງລາຍຮັບຂອງປະຊາຊົນໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງ; ພັດທະນາໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກ ຢູ່ເຂດຊົນນະບົດ; ສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະກໍາມະການປົກຄອງຕາແສງ, ການຈັດຕັ້ງບ້ານ ແລະ ປະຊາຊົນພາຍໃນບ້ານ; ຂົນຂວາຍ ແລະ ຍາດແຍ່ງ ສຸມການລົງທຶນເຂົ້າໃສ່ການພັດທະນາຢູ່ຊົນນະບົດ; ສ້າງ ແລະ ປັບປຸງນິຕິກໍາ, ກົນໄກໃນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ລະອຽດ, ຈະແຈ້ງກວ່າເກົ່າ.

ສຳລັບທິດທາງຂອງວາລະແຫ່ງຊາດສະບັບນີ້ໄດ້ກຳນົດ 5 ທິດທາງ ຄື: ເລັ່ງຊຸກຍູ້ສົ່ງເສີມໃຫ້ປະຊາຊົນຮູ້ທໍາມາຫາກິນແບບໃໝ່,ຈັດຕັ້ງການຜະລິດ ແລະ ຊຸກຍູ້ການຜະລິດກະສິກໍາ ແບບປະສົມປະສານ ເພື່ອໃຫ້ມີສະບຽງອາຫານພຽງພໍ ແລະ ກ້າວໄປສູ່ການຜະລິດເປັນສິນຄ້າເພື່ອສ້າງອາຊີບ ແລະ ວຽກເຮັດງານທໍາເປັນແຫຼ່ງລາຍຮັບທີ່ໝັ້ນຄົງ; ເລັ່ງພັດທະນາໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກຢູ່ຊົນນະບົດຢ່າງມີຈຸດສຸມເປັນຕົ້ນ ດ້ານຄົມມະນາຄົມ ແລະ ຂົນສົ່ງ, ກະສິກໍາ, ສິ່ງແວດ ລ້ອມ, ສຶກສາ, ສາທາ,ໄຟຟ້າ, ນໍ້າສະອາດ, ໂທລະຄົມ ແລະ ການສື່ສານໃຫ້ສາມາດເຂົ້າເຖິງ ແລະ ນໍາໃຊ້ຢ່າງທົ່ວເຖິງ; ຫັນພະນັກງານລົງກໍ່ສ້າງຮາກ ຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມພາລະບົດບາດຂອງຂະແໜງການພ້ອມທັງກໍ່ສ້າງບຸກຄະລາກອນກັບທີ່ ແລະ ສຸມໃສ່ປັບປຸງລະບົບການເມືອງຢູ່ຮາກຖານໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນສາມາດນໍາພາວຽກງານຢູ່ຂັ້ນທ້ອງຖິ່ນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ສຸມທຶນຮອນເຂົ້າໃສ່ການພັດທະນາຢູ່ຊົນນະບົດຢ່າງມີຈຸດສຸມ ແລະ ໄປລວງດຽວກັນດ້ວຍການສະໜອງງົບປະມານຂອງລັດ, ການລະດົມ ແລະ ຍາດແຍ່ງຈາກແຫລ່ງທຶນຕ່າງໆ; ເລັ່ງສ້າງ ແລະ ປັບປຸງບັນດານິຕິກໍາ, ກົນໄກທີ່ກ່ຽວຂ້ອງກັບວຽກງານພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ເພື່ອເອື້ອອໍານວຍໃນການຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ສ່ວນຫຼັກການ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ມີ 5 ຫລັກການ ຄື: ຮັບປະກັນຄວາມເຂັ້ມງວດ-ເດັດຂາດ; ຮັບປະກັນຄວາມໂປ່ງໃສ; ຮັບ ປະກັນດ້ານວິທະຍາສາດ-ວິຊາການ; ຮັບປະ ກັນຄວາມເປັນມືອາຊີບ ແລະ ຮັບປະກັນຄຸນນະພາບ ແລະ ຄວາມຍືນຍົງ.

ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກປະກອບມີ 5 ພາກສ່ວນ ຄື: ພາກລັດຂັ້ນສູນກາງ ແລະ ທ້ອງຖິ່ນ; ພາກປະຊາຊົນ; ພາກທຸລະກິດທີ່ກຳນົດໄວ້ໃນແຕ່ລະວຽກຈຸດສຸມ; ພາກສ່ວນທະນາຄານ, ສະຖາບັນການເງິນສະໜອງສິນເຊື່ອ ແລະ ພາກສ່ວນວິທະຍາສາດ-ເຕັກໂນໂລຊີ ແລະ ການແນະນຳດ້ານວິຊາການ. ນອກນັ້ນ, ເນື້ອໃນວາລະແຫ່ງຊາດ ຍັງໄດ້ກຳນົດກົນໄກການຈັດຕັ້ງປະຕິບັດ ແລະ ມີການແບ່ງຄວາມຮັບຜິດຊອບໃຫ້ແຕ່ລະຂະແໜງການຮັບຜິດ ຊອບຢ່າງຈະແຈ້ງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມເປັນໃຈກາງປະສານສົມທົບກັບຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນພ້ອມທັງຕິດຕາມກວດກາ, ປະເມີນ ແລະ ສັງລວມລາຍງານແຕ່ລະໄລຍະ; ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ເປັນເຈົ້າ ການລົງເລິກຄົ້ນຄວ້າ, ສ້າງແຜນການດໍາເນີນງານລະອຽດ; ກະຊວງການເງິນຮັບຜິດຊອບໃນການຄົ້ນຄວ້າຫາແຫລ່ງທຶນ ແລະ ຈັດສັນງົບປະມານສະເພາະເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ແລະ ສຳນັກງານນາຍົກລົດຖະມົນຕີເປັນໃຈກາງໃນການປະສານງານ, ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດ.

ທ່ານ ມອນໄຊ ລາວມົວຊົ່ງ ຍັງໃຫ້ຮູ້ອີກວ່າ: ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກບໍ່ແມ່ນໜ້າທີ່ຂອງບຸກຄົນໃດບຸກຄົນໜຶ່ງ ຫຼື ຂະແໜງການໃດໜຶ່ງແຕ່ມັນແມ່ນ “ຄວາມຮັບຜິດຊອບຮ່ວມກັນ” ຂອງທົ່ວປວງຊົນລາວທັງຊາດ, ສະພາແຫ່ງ ຊາດ ຊຸດທີ X, ສະພາປະຊາຊົນຂັ້ນແຂວງ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນເພີ່ມທະວີການຕິດຕາມ, ກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດວາລະແຫ່ງຊາດສະບັບນີ້ຢ່າງເຂັ້ມງວດເພື່ອຮັບປະກັນທຸກແຜນວຽກ, ງົບປະມານທຸກຮ່ວງຈະໄດ້ຮັບການຈັດຕັ້ງປະຕິບັດຢ່າງໂປ່ງໃສ ແລະ ມີປະສິດທິຜົນ.
See less
