ວັນທີ 10 ກໍລະກົດ 2026, ສະຫະພັນແມ່ຍິງກະຊວງ ປກສ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ 5 ປີ ( 2021-2025 ), ເປັນປະທານໂດຍ ພົຕ ສຸລິນະ ແກ້ວປະເສີດ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ຜູ້ຊີ້ນໍາອົງການຈັດຕັ້ງມະຫາ ຊົນກະຊວງ ປກສ, ມີຄະນະພັກກົມ-ກອງອ້ອມຂ້າງກະຊວງ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ,

ຕາງໜ້າອົງການຈັດຕັ້ງຊາວໜຸ່ມ, ກຳມະບານກະຊວງ, ພ້ອມດ້ວຍຄະນະສະຫະພັນແມ່ຍິງຮາກຖານ ແລະ ສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມ.

ໃນພິທີ, ພັອ ນາງ ບຸນທະວີ ພິລາວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງກະຊວງ ປກສ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະສະຫະພັນແມ່ຍິງແຕ່ລະຂັ້ນໄດ້ເອົາໃຈໃສ່ໃນການປະຕິບັດຂໍ້ແຂ່ງຂັນ 3 ດີ ໂດຍໄດ້ນໍາເອົາເນື້ອໃນຂໍ້ແຂ່ງຂັນ 3 ດີຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ການປະຕິບັດໜ້າທີ່ວິຊາສະເພາະປິ່ນອ້ອມ 4 ຄາດ ໝາຍ, 4 ແຜນງານ, 41 ໂຄງການຂອງກະຊວງ, ການປະຕິບັດລະບຽບວິໄນຂອງກໍາລັງ, ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຂໍ້ແຂ່ງຂັນຂອງກົມກອງ ແລະ ນໍາເອົາເນື້ອໃນຂໍ້ແຂ່ງຂັນ 3 ດີ ເປັນເນື້ອໃນໃນການຮ່ວມຊີວິດ, ສໍາຫຼວດກວດກາ, ຕີລາຄາແບ່ງ ປະເພດ, ສະມາຊິກສະຫະພັນແມ່ຍິງ ປະຈໍາເດືອນ, ປະຈຳໄຕມາດ, 6 ເດືອນ, 1 ປີ, 3 ປີ ແລະ 5 ປີ ພ້ອມທັງສະຫຼຸບສັງລວມສົ່ງສູນກາງສະຫະພັນແມ່ຍິງລາວ; ໂຄສະນາ, ປຸກລະດົມສະມາຊິກແມ່ຍິງ, ສະມາຊິກຄອບຄົວ, ອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນຕ່າງໆ ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ເພື່ອປັບປຸງຄຸນນະພາບໃນການຄັດເລືອກບຸກຄົນ ແລະ ການຈັດຕັ້ງໃຫ້ນັບມື້ດີຂຶ້ນ.

ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສັງລວມແລ້ວໃນໄລຍະ 5 ປີ ຜ່ານມາມີແມ່ຍິງທັງໝົດ 3.924 ສະຫາຍ, ມີຜູ້ເຂົ້າຮ່ວມແຂ່ງຂັນ ທັງໝົດ 2.769 ສະຫາຍ, ສາມາດຄັດເລືອກພົນລະເມືອງດີ ໄດ້ 2.727 ສະຫາຍ, ພັດທະນາດີ 2.660 ສະຫາຍ, ສ້າງຄອບຄົວດີ 2.678 ສະຫາຍ, ແມ່ຍິງ 3 ດີ ປະເພດ I ມີ 2.648 ສະຫາຍ, ປະເພດ II ມີ 107 ສະຫາຍ, ປະເພດ III ມີ 10 ສະຫາຍ, ປະເພດ IV ມີ 4 ສະຫາຍ, ບຸກຄົນດີເດັ່ນຕ່າງໆ ມີ 227 ສະຫາຍ.ໃນນັ້ນ, ດ້ານວຽກງານວິຊາສະເພາະ ມີ 98 ສະຫາຍ, ການສ້າງເສດຖະກິດ 30 ສະ ຫາຍ, ສ້າງຄອບຄົວດີ 99 ສະຫາຍ, ມີ 152 ໜ່ວຍ, ໄດ້ໜ່ວຍ 3 ດີ 139 ໜ່ວຍ, ( ບໍ່ໄດ້ຄັດເລືອກ 3 ໜ່ວຍ ສ້າງຕັ້ງໃໝ່ ) ມີສະຫະ ພັນແມ່ຍິງຮາກຖານທັງໝົດ 17 ຮາກຖານ, ຄັດເລືອກໄດ້ສະຫະພັນແມ່ຍິງຮາກຖານ 3 ດີ 15 ຮາກຖານ ( 2 ບໍ່ໄດ້ຄັດເລືອກ 2 ຮາກ ຖານສ້າງຕັ້ງໃໝ່).

ຈາກນັ້ນ, ໃນພິທີ, ກໍໄດ້ຜ່ານຂໍ້ຕົກລົງຂອງສູນກາງສະຫະພັນແມ່ຍິງລາວວ່າດ້ວຍການມອບໃບຍ້ອງຍໍ-ໃບຊົມເຊີຍ ໃຫ້ບຸກຄົນ ,ສະຫະພັນແມ່ຍິງຮາກຖານ ແລະ ໜ່ວຍສະຫະພັນແມ່ຍິງ 3 ດີ ໃນການປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ5 ປີ ( 2021-2025 ). ໃນນີ້, ໄດ້ມອບໃບຍ້ອງຍໍໃຫ້ຄະນະຮັບຜິດຊອບຊຸກຍູ້ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃຫ້ຄະນະພັກກົມກອງອ້ອມຂ້າງກະຊວງ ຈຳນວນ 19 ກົມກອງ ແລະ ໃບຍ້ອງຍໍ ໃຫ້ສະຫະພັນແມ່ຍິງຮາກຖານ 3 ດີ 15 ຮາກຖານ, ໃຫ້ກຽດມອບ ໂດຍ ພົຕ ສຸລິນະ ແກ້ວປະເສີດ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນກະຊວງ ປກສ; ມອບໃບຍ້ອງຍໍບຸກ ຄົນ 3 ດີ ປະເພດ l ແລະ ໃບຊົມເຊີຍໃຫ້ບຸກຄົນ 3 ດີ ປະ ເພດ ll ໃຫ້ກຽດມອບ ໂດຍ ພັອ ນາງ ບຸນທະວີ ພິລາວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງ ກະຊວງ ປກສ.

ຂ່າວ-ພາບ: ສັນຕິສຸກ
