ໃນວັນທີ 13 ກໍລະກົດ 2026, ແຂວງບໍລິຄຳໄຊໄດ້ຈັດພິທີປະກາດການແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ( ປກຊ-ປກສ) ແຂວງບໍລິຄຳໄຊຊຸດໃໝ່ໂດຍໄດ້ຮັບກຽດເຂົ້າ ຮ່ວມ ແລະ ເປັນປະທານໂດຍ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ຄະນະກຳມະການ ປກຊ-ປກສ ສູນກາງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີ ທ່ານ ປອ ສອນທະນູ ທຳມະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄຳໄຊ, ມີບັນດາຄະນະພັກ, ຄະນະນໍາຈາກສູນກາງ, ຄະນະປະຈຳພັກແຂວງ, ກຳມະ ການພັກແຂວງ, ຄະນະກຳມະການ ປກຊ-ປກສ ແຂວງ, ບັນດາຫົວໜ້າພະແນກການອ້ອມຂ້າງແຂວງ, ປກຊ-ປກສ ເມືອງ ພ້ອມດ້ວຍນາຍທະຫານ ແລະ ນາຍຕຳຫຼວດ ເຂົ້າຮ່ວມ.

ໃນພິທີ, ຕາງໜ້າຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການຄະນະກຳມະການ ປກຊ-ປກສ ແຂວງບໍລິຄຳໄຊຊຸດໃໝ່. ໃນນີ້, ແຕ່ງຕັ້ງ ສະຫາຍ ປອ ສອນທະນູ ທຳມະວົງ ເປັນປະທານ, ສະຫາຍ ຄໍາແຫວນ ປັນຍານຸວົງ ເປັນຮອງປະທານ; ສະຫາຍ ພົຈວ ຄໍາແພນ ວິລື້ທໍາ ເປັນຮອງປະທານທັງເປັນຜູ້ປະຈຳການ; ສະຫາຍ ພົຈວ ກົງຈັນ ໄຊປັນຍາ ເປັນຮອງປະທານ ແລະ ໄດ້ແຕ່ງຕັ້ງ ສະຫາຍ ເລື່ອນວິໄລ ຈັນທະລາພັນ, ສະຫາຍ ບຸນລ້ຽງ ດວງສະເພົາທອງ, ສະຫາຍ ທອງມະນີ ໂຄດປັນຍາ, ສະຫາຍ ພັນເອກ ຈັນນີ ສີສຸກ, ສະຫາຍ ພັນເອກ ເພັດສະໄໝ ໂຮມຂະສິດ ເປັນກໍາມະການ. ຈາກນັ້ນ ທ່ານ ພົທ ວັນທອງ ກອງມະນີ ກໍໄດ້ຂຶ້ນມອບມະຕິຕົກລົງແຕ່ງຕັ້ງ ຢ່າງສະຫງ່າງາມ.

ໃນໂອກາດນີ້, ພົຈວ ຄຳແພນ ວິລື້ທຳ ຄະນະປະຈຳພັກແຂວງ ຫົວໜ້າການທະຫານກອງບັນຊາການທະຫານແຂວງບໍລິຄຳໄຊ ກໍໄດ້ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ແຂວງບໍລິຄຳໄຊ ໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນການຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ.

ໂອກາດດັ່ງກ່າວ, ພົທ ວັນທອງ ກອງມະນີ ໄດ້ເນັ້ນໜັກໃຫ້ຄະນະກຳມະການ ປກຊ-ປກສ ແຂວງບໍລິຄຳໄຊຊຸດໃໝ່ ຈົ່ງເພີ່ມທະວີຄວາມຮັບຜິດຊອບ, ສືບຕໍ່ຊີ້ນຳ-ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງ, ຕັ້ງໜ້າແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ປົກປັກຮັກສາເຂດນ້ຳແດນດິນໃຫ້ມີຄວາມສະຫງົບປອດໄພຢ່າງຍືນຍົງ.
ພາບ:ຂ່າວ: ແສງສຸລີ See less
See less
