ວຽກງານສື່ມວນຊົນ ປກສ ແມ່ນໜຶ່ງໃນຂະແໜງການທີ່ມີບົດບາດສຳຄັນແຖວໜ້າ ໃນການເປັນກະບອກສຽງອັນແຫຼມຄົມ ແລະ ເປັນຂົວຕໍ່ລະຫວ່າງພັກ-ລັດ ກັບປະຊາຊົນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີຄວາມກ້າວໜ້າ, ທັນສະໄໝ,ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະ ກ້າວສູ່ຄຸນນະພາບໃໝ່ຢ່າງແທ້ຈິງ, ສື່ມວນຊົນປ້ອງກັນຄວາມສະ ຫງົບຈຶ່ງໄດ້ກຳນົດທິດທາງແຜນການພັດທະນາຢ່າງຮອບດ້ານ ໂດຍສະເພາະ ແມ່ນການຍົກລະດັບຂີດຄວາມສາມາດຂອງບຸກຄະລາກອນ, ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຜະລິດ ແລະ ແຈກຢາຍຂໍ້ມູນຂ່າວສານ ເພື່ອແນໃສ່ເຮັດໃຫ້ການໂຄສະນາແນວທາງນະໂຍບາຍ, ລະບຽບກົດໝາຍ ແລະ ການສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ພາຍໃນສັງຄົມ ມີຄວາມເລິກເຊິ່ງ ແລະ ກວ້າງຂວາງກວ່າເກົ່າ.


ໃນໂອກາດທີ່, ພັອ ພອນພິລຸນ ປັນຍາສິລິ ຫົວໜ້າກົມສື່ມວນຊົນ ກົມໃຫຍ່ການເມືອງ ປກສ ເຂົ້າຮ່ວມກອງປະຊຸມສຳມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ແກ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໃນວັນທີ 13 ກໍລະກົດ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ທ່ານ ໄດ້ໃຫ້ສຳພາດວ່າ: ຕົນເອງມີຄວາມຮູ້ສຶກພາກພູມໃຈ ແລະ ປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ມີໂອກາດໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້, ເຊິ່ງບັນຍາກາດແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ເປັນການກະຕຸ້ນໃຫ້ສື່ມວນຊົນມີກຳລັງໃຈໃນການປະຕິບັດໜ້າທີ່. ໄລຍະຜ່ານມາ, ສື່ມວນຊົນ ປກສ ໄດ້ເຮັດໜ້າທີ່ເປັນສື່ໂຄສະນາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລົງຮອດທົ່ວເຖິງພໍ່ແມ່ປະຊາຊົນ ໂດຍສະເພາະແມ່ນການໂຄສະນາແກ້ໄຂບັນຫາປະກົດການເຊັ່ນ: ບັນຫຍາເສບຕິດ, ກຸ່ມມິດສາຊີບໂທລະຄົມ ຫຼື ກຸ່ມແກ້ງສະແກມເມີ (Scammer), ບັນຫາຂີ້ລັກງັດແງະ, ອຸບັດຕິເຫດຕາມທ້ອງຖະໜົນຕ່າງໆໃນສັງຄົມ. ພິເສດແມ່ນການຕອບຕ້ານບັນດາຂ່າວທີ່ບິດເບື່ອນໃສ່ຮ້າຍປ້າຍສີຕໍ່ແນວທາງຂອງພັກ-ລັດ, ສັງຄົມໄດ້ເປັນຢ່າງດີ.

ສໍາລັບທິດທາງແຜນການໃນຕໍ່ໜ້າ, ສື່ມວນຊົນ ປກສ ຈະໄດ້ເລັ່ງປັບປຸງໃນຫຼາຍດ້ານ ເປັນຕົ້ນແມ່ນ ຫັນມາເອົາໃຈໃສ່ປັບປຸງດ້ານບຸກຄະລາກອນ ໃຫ້ມີຄວາມຮູ້ຄວາມສາມາດທາງດ້ານເຕັກໂນໂລຊີ ໂດຍສະເພາະແມ່ນການນຳໃຊ້ປັນຍາປະດິດ ຫຼື AI ເຂົ້າໃນວຽກງານ. ພ້ອມກັນນັ້ນ, ຈະໄດ້ປັບປຸງດ້ານພື້ນຖານໂຄງລ່າງໃຫ້ມີຄວາມທັນສະໄໝຂຶ້ນບໍ່ວ່າຈະເປັນຫ້ອງສະຕູດີໂອ, ຫ້ອງອັດສຽງ, ຍານພາຫະນະຮັບໃຊ້, ຕະຫຼອດຮອດການສ້າງສະຖານີຢູ່ບັນດາແຂວງທ້ອງຖິ່ນ ເພື່ອໃຫ້ສາມາດກະຈາຍສຽງ ແລະ ສົ່ງຂໍ້ມູນເຂົ້າເຖິງປະຊາຊົນໄດ້ຢ່າງທົ່ວເຖິງ. ນອກຈາກນີ້, ຍັງຈະໄດ້ມຸ່ງເນັ້ນການພັດທະນາສື່ເຄື່ອງມືໃນຍຸກໃໝ່ ໂດຍການສ້າງສັນ ແລະ ບໍລິຫານບັນດາສື່ສັງຄົມອອນລາຍຄື: ເພຈ໌ເຟສບຸກ (Facebook), ຢູທູບ (YouTube), ຕິກຕັອກ (TikTok) ແລະ ແພລດຟອມຕ່າງໆ ໃຫ້ມີຄວາມຫຼາກຫຼາຍ, ທັນສະໄໝ, ມີການວິເຄາະວິໄຈຂ່າວທີ່ເລິກເຊິ່ງແນ່ນອນ ເພື່ອໃຫ້ປະຊາຊົນເຂົ້າເຖິງຂໍ້ມູນໄດ້ຢ່າງສະດວກສະບາຍ.

ເຖິງແມ່ນວ່າຈະມີສິ່ງທ້າທາຍຫຼາຍດ້ານ, ແຕ່ສື່ມວນຊົນ ປກສ ຈະພະຍາຍາມປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອກ້າວສູ່ຍຸກໃໝ່ຢ່າງແຂງແຮງ ແລະ ພ້ອມກັນບຸກທະລຸຕະລຸມບອນຄຽງບ່າຄຽງໄຫຼ່ກັບສື່ອື່ນໆ.

