ເພື່ອເປັນການລະນຶກເຖິງບຸນຄຸນ ຜົນງານ ຄຸນງາມຄວາມດີ ແລະ ວັນເກີດຂອງ ປະທານ ສຸພານຸວົງ ຄົບຮອບ 117 ປີ (13 ກໍລະກົດ 1909 – 13 ກໍລະກົດ 2026), ຕອນບ່າຍວັນທີ 13 ກໍລະກົດ 2026 ນີ້, ຄະນະນຳກະຊວງປ້ອງກັນຄວາມສະຫງົບ, ນຳໂດຍ ພົຈວ ແສງປະເສີດ ສຸທຳມະວົງ ກຳມະການຄະນະພັກກະຊວງ ປກສ ໄດ້ເຂົ້າຢ້ຽມຊົມອະນຸສອນສະຖານປະທານ ສຸພານຸວົງ.

ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ 1909 ທີ່ແຂວງຫຼວງພະບາງ ເປັນໂອລົດ (ລູກຊາຍ) ຂອງເຈົ້າມະຫາອຸປະລາດບຸນຄົງກັບໝ່ອມຄຳອ້ວນ, ໃນຊີວິດໄວເຍົາ ເພິ່ນເປັນຄົນດຸໝັ່ນຂະຫຍັນຮໍ່າຮຽນ ແລະ ມີພອນສະຫວັນຫຼາຍດ້ານ. ເມື່ອໄດ້ອອກໄປສຶກສາຕໍ່ຢູ່ຕ່າງປະເທດ, ປະທານ ສຸພານຸວົງ ໄດ້ສຸມທຸກສະຕິປັນຍາເພື່ອຄົ້ນຄວ້າຮໍ່າຮຽນ, ດຸ ໝັ່ນໃນການເຝິກຫັດຕົວຈິງ; ພາຍຫຼັງສຳເລັດການສຶກສາ ເພິ່ນໄດ້ກັບມາປະຕິບັດໜ້າທີ່ວຽກງານຢູ່ບ້ານເກີດເມືອງນອນ ເພິ່ນໄດ້ສຳເລັດການກໍ່ສ້າງຂົວ – ທາງຫຼາຍແຫ່ງຢູ່ອິນດູຈີນ; ສະເພາະຢູ່ລາວກໍແມ່ນຂົວຂ້າມນໍ້າເຊບັງຫຽງ ຢູ່ແຂວງສະຫວັນນະເຂດ ເພິ່ນໄດ້ສຳພັດຮູ້, ເຫັນພຶດຕິກໍາຕົວຈິງ ແລະ ການກະທຳຂອງພວກຈັກກະພັດລ່າເມືອງຂຶ້ນຝຣັ່ງ ທີ່ມີຕໍ່ຄົນຂອງຊາດຫົວເມືອງຂຶ້ນ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ສະພາບແນວຄິດຈິດໃຈຂອງເພິ່ນທີ່ຈະກ້າວເດີນໄປໃນເສັ້ນທາງທີ່ຖືກຕ້ອງກໍຄືການກ້າວສູ່ເສັ້ນທາງແຫ່ງການຕໍ່ສູ້ເພື່ອກອບກູ້ເອົາຄວາມເປັນເອກະລາດ ມາໃຫ້ປະເທດ, ນໍາເອົາອິດສະຫຼະພາບ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນລາວບັນດາເຜົ່າ ໃນຂະບວນການຕໍ່ສູ້ເພື່ອກອບກູ້ເອກະລາດມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນ ນັບຕັ້ງແຕ່ປີ 1945 ຈົນຮອດມື້ປົດປ່ອຍປະເທດຊາດ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975; ພາຍໃຕ້ການນໍາພາຂອງພັກ, ປະທານ ສຸພານຸວົງ ພ້ອມກັບຜູ້ນໍາພັກ ປະຊາຊົນປະຕິວັດລາວ ແລະ ປວງຊົນລາວບັນດາເຜົ່າໄດ້ພ້ອມກັນຕໍ່ສູ້ຢ່າງບໍ່ຮູ້ອິດເມື່ອຍ ແລະ ເຕັມໄປດ້ວຍຄວາມເສຍສະຫຼະອັນສູງສົ່ງທີ່ສຸດ ຜ່ານໄລຍະປະຫວັດສາດອັນລະອິດລະອ້ຽວຂ້ຽວຂາດທີ່ສຸດ, ເປັນການຕໍ່ ສູ້ເອົາເປັນເອົາຕາຍລະຫວ່າງກຳລັງຮັກຊາດຂອງພວກເຮົາກັບພວກລ່າເມືອງຂຶ້ນ ແລະ ລູກແຫຼ້ງຕີນມືຂອງພວກເຂົາ ວັນທີ 1-2 ທັນວາ 1975, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ເປັນເອກະສັນກັນ ແຕ່ງຕັ້ງທ່ານ ປະ ທານ ສຸພານຸວົງ ເປັນປະທານປະເທດຜູ້ທຳອິດ ຂອງ ສປປ ລາວ ແລະ ເປັນປະທານສະພາປະຊາຊົນສູງສຸດ; ນັບແຕ່ປີ 1975-1995, ທ່ານ ປະທານ ສຸພານຸວົງ ໄດ້ນຳພາປະຊາຊົນຜ່ານຜ່າອຸປະສັກຕ່າງໆ ໃນໄລຍະຂ້າມຜ່ານ, ນຳພາປະຊາຊົນດຳເນີນພາລະກິດປ່ຽນແປງໃໝ່ ແລະ ນຳພາປະຊາຊົນສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງເທື່ອລະກ້າວ.


ທຸກໄລຍະຂອງການປະຕິວັດ ປະທານ ສຸພານຸວົງ ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງຂອງຕົນເພື່ອຊີ້ນຳ-ນຳພາຂະ ບວນການປະຕິວັດລາວຍາດເອົາໄຊຊະນະອັນຍິ່ງໃຫຍ່ມາໃຫ້ແກ່ ປະເທດຊາດ; ປະທານ ໄກສອນ ພົມວິຫານ ໄດ້ເວົ້າເຖິງ ປະທານ ສຸພານຸວົງ ວ່າ: “ຊື່ສຽງຮຽງນາມ ຂອງສະຫາຍ ພົ້ນເດັ່ນໃນຖານະທີ່ເປັນນັກຮົບຮັກຊາດຮຸ່ນທຳອິດ ທີ່ໄດ້ເອົາຊີວິດຂອງຕົນ ຜູກພັນກັບການປະຕິວັດຕະຫຼອດມາໂດຍບໍ່ງໍ້ງ່ຽງຕໍ່ຄວາມລຳບາກ, ອຸປະສັກໃດໆ ກະທັ່ງເຖິງບໍ່ຫວາດຫວັ່ນຕໍ່ກັບການຈັບກຸມຄຸມຂັງຂອງສັດຕູ, ຍາມໃດກໍຕໍ່ສູ້ ເພື່ອອຸດົມຄະຕິ ປະຕິວັດອັນສູງສົ່ງ, ເພື່ອຄວາມເປັນເອກະລາດ ແລະ ຄວາມວັດທະນາຖາວອນຂອງປະເທດຊາດ, ເພື່ອອິດສະຫຼະພາບ ແລະ ຄວາມຢູ່ດີກິນດີຂອງປະຊາ ຊົນ” ດັ່ງນັ້ນ, ພວກເຮົາເປັນຜູ້ສືບທອດຄວນສະແດງອອກເຖິງຄວາມກະຕັນຍູຮູ້ຄຸນ ໂດຍການຮ່ຳຮຽນເອົາແບບ ຢ່າງການເສຍສະຫຼະຄວາມສຸກສ່ວນໂຕເພື່ອສ່ວນຮ່ວມຍົກສູງນ້ຳໃຈປະຕິວັດສຸດກົກສຸດປາຍ ການດຳລົງຊີວິດທີ່ລຽບງ່າຍ ປອດໃສຂາວສະອາດ ແລະ ປະຢັດມັດທະຍັດຮ່ຳຮຽນ ເອົານ້ຳໃຈພິລະອາດຫານບໍ່ຍອມ ຈຳນົນຕໍ່ສັດຕູ ແລະ ນ້ຳໃຈອົດທົນພາກພຽນດຸໝັ່ນໃນການສຶກສາຮ່ຳຮຽນເຖິງແມ່ນຈະຢູ່ໃນສະພາບການໃດ ປະທານ ສຸພານຸວົງ ກໍມີຄວາມທຸ່ນທ່ຽງມີຫລັກໝັ້ນ ແລະ ເປັນແບບຢ່າງໃຫ້ແກ່ມະຫາຊົນ.

ປະທານ ສຸພານຸວົງ ຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າຍືນຍົງໃນພາລະກິດປະຕິວັດຂອງຊາດລາວຕະຫຼອດໄປ.

ພາບ-ຂ່າວ: ສິດທິພັນ
