ທ່ານ ປອ ຄໍາມອນ ຈັນທະຈິດ ກຳມະການສຳຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັນ, ຮອງປະທານສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ບັນດາກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຮັບໃຊ້ການເຄື່ອນ ໄຫວວຽກງານສື່ມວນຊົນຢູ່ ສປປ ລາວ ໃນກອງປະຊຸມສຳມະນາເຊື່ອມຊຶມເອກະສານກະກຽມໃຫ້ແກ່ການດຳເນີນກອງປະຊຸມວຽກ ງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໃນຕອນບ່າຍວັນທີ 13 ກໍລະກົດ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍມີບັນດາການນໍາພັກ-ລັດ, ຜູ້ແທນສື່ມວນຊົນສູນກາງ ແລະ ທ້ອງຖິ່ນທົ່ວປະເທດເຂົ້າຮ່ວມ.

ທ່ານ ປອ ຄໍາມອນ ຈັນທະຈິດ ໄດ້ນຳສະໜີໃຫ້ຮູ້ບົດບາດຂອງສື່ມວນຊົນລາວເປັນກະບອກສຽງອັນແຫຼມຄົມໃຫ້ແກ່ພັກ ແລະ ລັດ, ເປັນເຄື່ອງມືໃນການເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ ແລະກົດໝາຍຂອງລັດ ເຊິ່ງການມີກົດໝາຍສື່ມວນຊົນ ແລະ ບັນດາກົດໝາຍອື່ນໆ ແລະ ນິຕິກຳໃຕ້ກົດໝາຍ ເພື່ອຮັບໃຊ້ການຄຸ້ມຄອງ, ເຄື່ອນໄຫວວຽກງານສື່ມວນຊົນແມ່ນຄວາມຈໍາເປັນຂອງລັດປະຊາທິປະໄຕປະຊາຊົນທີ່ປົກຄອງດ້ວຍກົດໝາຍ; ບັນດານິຕິກຳທີ່ພົວພັນເຖິງການເຄື່ອນໄຫວວຽກງານສື່ມວນຊົນແມ່ນມີຫຼາຍ, ກຳນົດໄວ້ໃນຫຼາຍນິຕິກຳຕ່າງກັນແຕ່ການຜັນຂະຫຍາຍຍັງຈຳກັດ, ເຮັດໃຫ້ບັນດາເປົ້າໝາຍຕ່າງໆປະຕິບັດຍັງບໍ່ທັນຄົບ ຖ້ວນ, ກຳບໍ່ແໜ້ນ, ເຂົ້າໃຈບໍ່ຖືກ, ເກີດມີການເມີນເສີຍ ຫຼື ນໍາໃຊ້ຊ່ອງຫວ່າງເພື່ອເຄື່ອນໄຫວເພື່ອຜົນປະໂຫຍດແບບບໍ່ຊອບທຳ.

ໂອກາດນີ້, ທ່ານ ປອ ຄໍາມອນ ຈັນທະຈິດ ໄດ້ມີຄໍາເຫັນເຈາະຈິ້ມໃຫ້ຜູ້ແທນສື່ມວນຊົນໃນກອງປະຊຸມປະກອບຄໍາເຫັນໂດຍອີງໃສ່ສະພາບຄືດັ່ງທີ່ກ່າວມານັ້ນເຫັນວ່າ: ການສ້າງຄວາມຮັບຮູ້-ເຂົ້າໃຈກົດໝາຍຕ່າງໆໃນຂົງເຂດສື່ມວນຊົນແມ່ນການເລັ່ງທວງທີ່ຮີບດ່ວນຂອງທົ່ວພັກ-ລັດ ແລະ ມີຄວາມໝາຍທາງດ້ານທິດສະດີ ແລະ ພຶດຕິກຳໃນເງື່ອນໄຂປັດຈຸບັນ ແລະ ອະນາຄົດເພື່ອຕອບສະ ໜອງກັບໜ້າທີ່ການເມືອງໃນໄລຍະໃໝ່ເຊິ່ງຮຽກຮ້ອງໃຫ້ບັນດາອົງການຄຸ້ມຄອງກໍຄືບັນດາຖັນແຖວສື່ມວນຊົນລາວຕ້ອງໄດ້ເຊື່ອມຊຶມ, ກຳແໜ້ນບັນດານິຕິກຳສໍາຄັນເຫຼົ່ານີ້ໃຫ້ເປັນທິດທາງໃນການເຄື່ອນໄຫວວິຊາຊີບຂອງຕົນ ແລະ ການປະກອບຄຳຄິດເຫັນຢ່າງມີວິທະຍາສາດເພື່ອເປັນຂໍກຸນແຈສຳຄັນໃນການປັບປຸງວຽກງານສື່ມວນຊົນລາວໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງແຮງແຮງທັນຍຸກສະໄໝດີຈີຕ໋ອນ ແລະ ເປັນເນື້ອໃນທີ່ສຳຄັນກະກຽມຄວາມພ້ອມທາງດ້ານທິດສະດີ ແລະ ພຶດຕິກຳກ່ອນຈະກ້າວເຂົ້າສູ່ການຮັບຮອງເອົາຢູ່ໃນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 14-15 ກໍລະກົດ 2026 ນີ້ໃຫ້ບັນລຸຜົນສຳເລັດຕາມລະດັບຄາດໝາຍ.

ການເຜີຍແຜ່ເອກະສານໃນພາກນີ້ແມ່ນໄດ້ລົງເລິກເຂົ້າສູ່ພາກປະຕິບັດຕົວຈິງ ແລະ ກອບນິຕິກຳເຊິ່ງເປັນເຄື່ອງມືອັນສຳຄັນໃນການປົກປ້ອງ, ຄຸ້ມຄອງ ແລະ ສົ່ງເສີມການເຄື່ອນໄຫວວິຊາຊີບສື່ມວນຊົນໃຫ້ມີຄວາມຮັດກຸມ ແລະ ຖືກຕ້ອງຕາມກົດໝາຍເຊິ່ງເຮັດໃຫ້ບັນດາສື່ມວນຊົນທັງສູນກາງ ແລະ ທ້ອງຖິ່ນທົ່ວປະເທດໄດ້ກຳແໜ້ນທາງດ້ານກອບນິຕິກຳ, ສິດ ແລະ ໜ້າທີ່ອັນຊອບທຳຂອງການເຄື່ອນໄຫວສື່ມວນຊົນ, ລວມເຖິງການກະກຽມຫັນໄປສູ່ການກຸ້ມຕົນເອງທາງດ້ານການເງິນໂດຍພື້ນຖານ, ບົນພື້ນຖານການຮັກສາບົດບາດການເມືອງຂອງພັກ-ລັດໄວ້ຢ່າງໜັກແໜ້ນ.
ຂ່າວ-ພາບ: ແກ້ວ ອຸເພັດ
