ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ໄດ້ພົບປະໂອ້ລົມ ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ແຂວງ ຫຼວງພະບາງ ໃນວັນທີ 13 ກໍລະກົດນີ້ ທີ່ ແຂວງ ຫຼວງພະບາງ, ໂດຍມີ ທ່ານ ບຸນເລື່່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງ, ພ້ອມດ້ວຍການນຳ, ອະດີດການນຳ, ພະນັກງານນຳພາ-ຄຸ້ມຄອງເຂົ້າຮ່ວມ.


ທ່ານ ບຸນເລື່່ອມ ມະນີວົງ ໄດ້ລາຍງານສະພາບການພັດທະນາແຂວງໃນໄລຍະຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາວຽກ ງານຮອບດ້ານຂອງຄະນະບໍລິຫານງານພັກແຂວງ ໃນໄລຍະ 06 ເດືອນຜ່ານມາເຫັນວ່າມີຜົນສໍາເລັດຫຼາຍດ້ານ, ບາງດ້ານສາມາດບັນລຸຄາດໝາຍ ແລະ ລື່ນຄາດໝາຍທີີ່ວາງໄວ້, ອັນພົ້ນເດັ່ນ ໄດ້ກໍານົດແບບແຜນວິທີເຮັດວຽກ ຂອງປະທານ-ຮອງປະທານຄະນະກໍາມະການປົກຄອງແຂວງ ແລະ ແບ່ງຄວາມຮັບຜິດຊອບໃຫ້ມີຄວາມສອດຄ່ອງ, ສ້າງແຜນກໍານົດພະນັກງານນໍາພາຄຸ້ມຄອງ (ຂັ້ນແຂວງຄຸ້ມຄອງ) ຢູ່ ເມືອງ ໂພນທອງ, ເມືອງ ວຽງຄໍາ ແລະ ເມືອງ ງອຍ ແລະ ພະແນກການ-ອົງການ ຈໍານວນໜຶ່ງ; ປັບປຸງກົງຈັກຢູ່ບັນດາພະແນກການຈໍານວນໜຶ່ງ, ປະກາດການສ້າງຕັັ້ງຕາແສງໄດ້ 08 ຕາແສງ ຄື: ຕາແສງຊຽງທອງ ນະຄອນ ຫຼວງພະບາງ, ຕາແສງປາກອູ, ຕາແສງປາກແຈກ, ຕາແສງຫາດປາງ ເມືອງ ປາກອູ; ຕາແສງພູຄູນ, ຕາແສງຜາເກັ່ງ, ຕາແສງພູວຽງ ແລະ ຕາແສງທ່າບໍ່ແກ້ວ ເມືອງ ພູຄູນ, ໃນນັ້ນ ຕາແສງຊຽງທອງ ນະຄອນ ຫຼວງພະບາງ ທີີ່ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ສິດ, ໜ້າທີ່ ເປັນປົກກະຕິ ແລະ ຄາດວ່າຈະປະກາດສ້າງຕັ້ງຕາງແສງໃນທົ່ວແຂວງ ໃຫ້ສໍາເລັດໃນເດືອນຕຸລາ ປີ 2026 ນີ້; ພ້ອມນີ້ ທ່ານໄດ້ສະເໜີໃຫ້ເລຂາທິການໃຫຍ່ ຊ່ວຍຊຸກຍູ້ໂຄງການສ້າງຂົວຂ້າມນໍ້າຂອງ ລະຫວ່າງ ນະຄອນ ຫຼວງພະບາງ ຫາ ເມືອງ ຈອມເພັດ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນການໄດ້ກໍານົດໄວ້, ຊ່ວຍຊຸກຍູ້ໂຄງການກໍ່ສ້າງເສັ້ນທາງແຕ່ ພູທິດເຜີ້ງ ເຊື່ອມຈອດຊາຍແດນ ແຂວງ ດຽນບຽນ ສສ ຫວຽດນາມ ຄວາມຍາວ 107 ກິໂລແມັດ ແລະ ການກໍ່ສ້າງຍົກລະດັບດ່ານຊາຍແດນປະເພນີນາຊອນ-ຫ້ວຍປວກ ຈາກດ່ານປະເພນີຂຶ້ນເປັນດ່ານສາກົນເພື່ອອຳນວຍຄວາມສະດວກໃຫ້ແກ່ການສັນຈອນ ແລະ ການຂົນສົ່ງສີນຄ້າ.

ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ແຂວງ ຫຼວງພະບາງ ຍາດມາໄດ້, ພ້ອມທັງເນັ້ນໃຫ້ການນຳຂອງແຂວງ ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ; ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນພັກ, ເປັນຫຼັກແຫຼ່ງເຕົ້າໂຮມຄວາມສາມັກຄີໃນທົ່ວປວງຊົນ, ຍົກສູງຄວາມເປັນແບບຢ່າງນໍາໜ້າ ຂອງຄະນະພັກແຕ່ລະຂັ້ນ; ເສີມຂະຫຍາຍທ່າແຮງບົ່ມຊ້ອນໃນການພັດທະນາ ໂດຍສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມໃຫ້ບັນລຸຕາມແຜນທີ່ວາງໄວ້, ຖືສຳຄັນ ການປົກປັກຮັກສາ ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດກໍຄືຂອງທ້ອງ ຖີ່ນຫຼວງພະບາງໃຫ້ມີຄວາມຍືນຍົງ, ຮັກສາໄດ້ຄວາມເປັນມໍລະດົກໂລກຫຼວງພະບາງ, ບໍ່ໃຫ້ມີການສວຍໃຊ້ບັນດາອາ ຄານສະຖານທີ່ເກົ່າແກ່ໃຫ້ເປັນການພັດທະນາໃໝ່ທີ່ບໍ່ກົມກືນກັບຄວາມເປັນມໍລະດົກໂລກຫຼວງພະບາງ, ສຸມໃສ່ການບຸກທະລຸດ້ານການແກ້ໄຂຄວາມທຸກຍາກຂອງປະຊາຊົນຮັບປະກັນໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນດ້ວຍການນຳໃຊ້ທ່າແຮງຂອງທ້ອງຖີ່ນຕາມທິດພັດທະນາສີຂຽວ ແລະ ຍືນຍົງ.

ພາບ-ຂ່າວ: ອາພຸດເດດ ບຸບຜາ
