ກອງປະຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 44 ໄດ້ໄຂຂຶ້ນຢ່າງເປັນທາງການທີ່ໂຮງແຮມມາລິອອດມະນິລາປະເທດຟິລິບປິນ ໃນວັນທີ 22-26 ກໍລະກົດ 2026, ພາຍໃຕ້ຄໍາຂວັນ “ຄວາມເປັນເອກະພາບດ້ານວິໄສທັດ: ຮັບປະກັນຄວາມສະຫງົບສຸກຂອງປະຊາຊົນ ແລະ ເພີ່ມທະວີການຮ່ວມມື” ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ຄະນະຜູ້ແທນຈາກ ສປປ ລາວ,ນໍາໂດຍ ທ່ານ ພົນຈັດຕະວາ ສາລີ ພຸດທະ ວົງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ພ້ອມດ້ວຍພັນລະຍາ, ຄະນະຜູ້ແທນ ແລະ ນັກກິລາກ໊ອບເຂົ້າຮ່ວມ.

ກອງປະຊຸມຫົວໜ້າຕໍາຫຼວດອາຊຽນເປັນກອງປະຊຸມປະຈໍາປີທີ່ສໍາຄັນ, ເຊີ່ງໃນປີນີ້ ແມ່ນພາຍໃຕ້ການເປັນເຈົ້າພາບຂອງຕໍາຫຼວດແຫ່ງຊາດຟິລິບປິນ, ມີຄະນະຜູ້ແທນມາຈາກ 10 ປະເທດສະມາຊິກຕໍາຫຼວດອາຊຽນ, 11 ປະ ເທດ ແລະ ອົງການຈັດຕັ້ງສາກົນທີ່ເປັນຄູ່ເຈລະຈາລວມມີ: ອົດສະຕາລີ, ຈີນ, ຍີ່ປຸ່ນ, ເກົາຫຼີໃຕ້, ລັດເຊຍ, ນິວຊີແລນ, ອັງກິດ, ຕຸລາກີ, ກອງເລຂາອາຊຽນ, ອົງການຕໍາຫຼວດສາກົນ, ຫ້ອງການສືບສວນ – ສອບສວນຂອງສະຫະລັດອາເມລິກາ ( FBI ) ແລະ 08 ປະເທດ ແລະ ອົງການຈັດຕັ້ງສາກົນທີ່ເປັນຜູ້ສັງເກດການລວມມີ: ການາດາ, ສະຫະລັດອາລັບອາມີເລດ, ຝລັ່ງ,ອິດຕະລີ, ຕີມໍເລດເຕ, ສະມາຄົມຫົວໜ້າຕຳຫຼວດສາກົນ, ອົງການກາແດງສາກົນ, ແລະ ສະມາຄົມຫົວໜ້າຕຳຫຼວດເຂດອ່າວ ລວມຜູ້ເຂົ້າຮ່ວມ ທັງໝົດ 28 ປະເທດ.

ກອງປະຊຸມໃນຄັ້ງນີ້ໂດຍໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ ຂອງທ່ານ ຈົວນິໂຕ ວິກຕໍຊີຣີມູລາ ເຈອາ ລັດຖະມົນຕີກະຊວງພາຍໃນ ແລະ ລັດຖະບານທ້ອງຖິ່ນສາທາລະນະລັດຟິລິບປິນ.
ກອງປະຊຸມໄດ້ເຫັນດີເປັນເອກະສັນເລືອກຕັ້ງທ່ານ ພົນເອກ ໂຈສເມເລັນຊີໂອຊີ ນາຕາເຕສ ເຈອາ ຫົວໜ້າຕໍາຫຼວດແຫ່ງຊາດຟິລິບປິນ ເປັນປະທານກອງປະຊຸມ ແລະ ແຕ່ງຕັ້ງທ່ານ ວາຢູວິດາດາ ຫົວໜ້າຕຳຫຼວດແຫ່ງຊາດອິນ ໂດເນເຊຍເປັນຮອງປະທານຂອງກອງປະຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 44.
ກອງປະຊຸມ, ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ, ປຶກສາຫາລື ແລະ ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນເພື່ອແກ້ໄຂບັນຫາອາຊະຍາກໍາຂ້າມຊາດປະເພດຕ່າງໆ ສະນັ້ນ, ການຈັດກອງປະຊຸມດັ່ງກ່າວຈຶ່ງໄດ້ແບ່ງອອກເປັນ 4 ລະດັບ ຄື: 1. ກອງປະຊຸມສະເພາະຫົວໜ້າຄະນະຜູ້ແທນຕໍາຫຼວດອາຊຽນ; 2. ກອງປະຊຸມສະເພາະຫົວໜ້າຄະນະຜູ້ແທນຕໍາຫຼວດອາຊຽນ ແລະ ປະເທດຄູ່ເຈລະຈາ; 3. ກອງປະຊຸມຄະນະບໍລິຫານງານຕໍາຫຼວດອາຊຽນ ( ຮອງຫົວໜ້າຄະນະຜູ້ແທນ );4. ກອງປະຊຸມຍ່ອຍຂັ້ນວິຊາການ; ບັນດາກອງປະຊຸມດັ່ງກ່າວ ແມ່ນໄດ້ສູມໃສ່ປຶກສາຫາລື ແລະ ຮັບຮອງບາງບັນຫາທີ່ນອນຢູ່ໃນກອບການຮ່ວມມືຂອງຕໍາຫຼວດອາຊຽນ.ໃນນັ້ນ, ລວມມີ: 1). ການຮັບຮອງປະເທດຕີມໍເລດເຕເປັນປະເທດສະມາຊິກຂອງຕໍາຫຼວດອາຊຽນ; 2). ບົດແນວຄວາມຄິດຂອງເຄືອຄ່າຍນິຕິວິທະ ຍາຕໍາຫຼວດອາຊຽນ.3). ບົດແນວຄວາມຄິດການສ້າງຄະນະປະຕິບັດງານຕ້ານການຫຼອກລວງອອນລາຍຂອງຕໍາຫຼວດອາຊຽນ; 4). ແຜນງານຮ່ວມລະຫວ່າງຕໍາຫຼວດອາຊຽນ ແລະ ສະມາຄົມຮ່ວມມືວຽກງານຕໍາຫຼວດບັນດາອ່າວ; 5). ເລື່ອນປະເທດສະຫະລັດອາລັບເອມີເລດເປັນປະເທດຄູ່ເຈລະຈາຂອງຕໍາຫຼວດອາຊຽນ; 6). ຕົວເລກການປະກອບສ່ວນງົບປະມານເງິນພັນທະປະຈໍາປີ 2027 ຂອງປະເທດສະມາຊິກໃຫ້ກອງເລຂາຕໍາຫຼວດອາຊຽນ;

7). ຮັບຮອງຜູ້ສະໝັກຈາກຕໍາຫຼວດແຫ່ງຊາດມາເລເຊຍໄດ້ຮັບຕໍາແໜ່ງຫົວໜ້າຝ່າຍວຽກງານຕໍາຫຼວດປະຈໍາກອງເລຂາຕໍາຫຼວດອາຊຽນປະຈໍາສົກປີ 2027 – 2028; ເຫັນດີໃຫ້ປະເທດອິນໂດເນເຊຍເປັນເຈົ້າພາບກອງປະຊຸມຫົວໜ້າຕໍາຫຼວດອາຊຽນປີ 2027; 9). ເຫັນດີສໍາລັບການຕົກລົງລະຫວ່າງອົງການສືບສວນ – ສອບສວນ, ກະຊວງປ້ອງກັນຄວາມສະຫງົບ ສ.ຫວຽດນາມ ແລະ ກໍາລັງຕໍາຫຼວດສິງກະໂປ, ໂດຍຫວຽດນາມຈະເປັນເຈົ້າພາບກອງປະຊຸມຫົວໜ້າຕໍາຫຼວດອາຊຽນປີ 2029; 10). ຮັບຮູ້ມາເລເຊຍເປັນເຈົ້າພາບກອງປະຊຸມຫົວໜ້າຕໍາຫຼວດອາຊຽນປີ 2028, ຫວຽດນາມ ປີ 2029, ບູໄນ ປີ 2030, ສິງກະໂປ ປີ 2031.

ນອກນັ້ນ, ກອງປະຊຸມຍັງໄດ້ແລກປ່ຽນສະພາບ, ຂໍ້ມູນທີ່ພົ້ນເດັ່ນໃນໜື່ງປີຜ່ານມາ ແລະ ຄົ້ນຄວ້າທິດທາງໃນການຮ່ວມມືເພື່ອແກ້ໄຂບັນຫາອາຊະຍາກໍາຂ້າມຊາດ ລວມມີ 8 ປະເພດອາຊະຍາກໍາ ເປັນຕົ້ນ: ການລັກ ລອບຄ້າຂາຍຢາເສບຕິດ, ການກໍ່ການຮ້າຍ, ການຄ້າມະນຸດ, ການຄ້າຂາຍອາວຸດ, ການຄ້າຂາຍສັດປ່າທີ່ຜິດກົດໝາຍ, ອາຊະຍາກໍາທາງທະເລ, ອາຊະຍາທາງດ້ານການເງິນ, ອາຊະຍາກໍາທາງດ້ານຄອມພິວເຕີ. ນອກນັ້ນ, ຍັງໄດ້ຮ່ວມມືໃນ 4 ຂົງເຂດຄື: ການນໍາໃຊ້ລະບົບຖານຂໍ້ມູນຕໍາຫຼວດອາຊຽນ, ການຊ່ວຍ ເຫຼືອເຊີ່ງກັນແລະກັນທາງອາຍາ, ການແລກປ່ຽນບຸກຄະລາກອນ ແລະ ການຝຶກອົບຮົມ, ການຮ່ວມມືດ້ານວຽກງານນິຕິວິທະຍາຕໍາຫຼວດອາຊຽນ.
ໃນກອງປະຊຸມໃນຄັ້ງນີ້, ຍັງໄດ້ມີພິທີຮັບ ປະເທດ ຕີມໍເລດເຕ ເປັນປະເທດສະມາຊິກຂອງຕໍາຫຼວດອາຊຽນ, ປະເທດທີ 11 ຢ່າງເປັນທາງການ.
ຕອນທ້າຍຂອງກອງປະຊຸມ,ໄດ້ລົງນາມເຊັນຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 44 ຢ່າງເປັນທາງການ.
ນອກຈາກກອງປະຊຸມປຶກສາຫາລືແລ້ວຍັງຖືໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວພົບປະສອງຝ່າຍເພື່ອປຶກສາຫາລືບັນຫາຕ່າງໆໃນນັ້ນ ຄະນະຜູ້ແທນລາວໄດ້ພົບປະກັບຕໍາຫຼວດອົດສະຕາລີ, ຍີ່ປຸ່ນ ແລະ ສປ ຈີນ ແລະ ເຂົ້າຮ່ວມບັນດາກິດຈະກໍາອື່ນໆທີ່ຈັດຂື້ນໄປພ້ອມໆກັບກອງປະຊຸມຫົວໜ້າຕໍາຫຼວດອາຊຽນເພື່ອເປັນການຮັດແໜ້ນຄວາມສາມັກຄືຂອງບັນດາປະເທດສະມາຊິກ, ຄູ່ເຈລະຈາ ແລະ ຜູ້ສັງເກດການເປັນຕົ້ນການແຂ່ງ ຂັນຕີກ໊ອບໃນນັ້ນລວມມີ ການແຂ່ງຂັນກ໊ອບ VIP ແລະ ການແຂ່ງຂັນກ໊ອບສໍາລັບເຈົ້າໜ້າທີ່ຕໍາຫຼວດ, ລວມທັງກິດຈະກໍາສໍາລັບພັນລະຍາຂອງຫົວໜ້າ ແລະ ຮອງຫົວໜ້າຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.
ສັງລວມແລ້ວເຫັນວ່າ ກອງປະຊຸມຄັ້ງນີ້ ມີຜົນສໍາເລັດຢ່າງຈົບງາມ, ໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ທາງຄະນະຮັບຜິດຊອບດໍາເນີນກອງປະຊຸມກໍານົດໄວ້, ຜົນສໍາເລັດດັ່ງກ່າວຈະເປັນການປະກອບສ່ວນອັນສໍາຄັນໃຫ້ແກ່ບັນດາປະເທດສະມາຊິກຕໍາຫຼວດອາຊຽນ, ປະເທດຄູ່ເຈລະຈາ ແລະ ຜູ້ສັງເກດການ, ຕະຫຼອດເຖິງການປະກອບສ່ວນເຂົ້າໃນພາລະກິດລວມຂອງພາກພື້ນ ແລະ ໃນໂລກໃນການສະກັດກັ້ນ ແລະ ແກ້ໄຂບັນຫາອາຊະຍາກໍາຂ້າມຊາດ.
