ໃນວັນທີ 10 ສິງຫາ 2026 ທີ່ຫໍປະຊຸມແຫ່ງຊາດ ນະ ຄອນຫຼວງວຽງຈັນ ການນໍາກະຊວງປ້ອງກັນຄວາມສະ ຫງົບ, ນໍາໂດຍ ສະຫາຍ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ.



ການເຂົ້າວາງພວງມາລາໃນຄັ້ງນີ້, ເພື່ອເປັນການສະ ແດງເຖິງຄວາມຮູ້ບຸນຄຸນ ແລະ ຄວາມເຄົາລົບຮັກຢ່າງສຸດຊຶ້ງຕໍ່ ສະຫາຍ ໄຊສົມພອນ ພົມວິຫານ ຜູ້ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດ ເຂົ້າໃນພາ ລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ. ເຖິງວ່າສະຫາຍຈະຈາກໄປຢ່າງບໍ່ມີວັນຫວນຄືນ, ແຕ່ຄຸນງາມຄວາມດີ ແລະ ມູນເຊື້ອຄວາມຈົງຮັກພັກດີຂອງສະ ຫາຍ ຈະຖືກຈາລຶກໄວ້ ແລະ ເປັນແບບຢ່າງອັນດີງາມໃຫ້ກັບ ພະນັກງານ-ນັກຮົບ ແລະ ລູກຫຼານຄົນຮຸ່ນຫຼັງ ໄດ້ສືບທອດ ເພື່ອເອົາເປັນບົດຮຽນເຂົ້າໃນການປະຕິບັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນຕໍ່ໜ້າ.

