ໃນຕອນເຊົ້າວັນທີ 10 ສິງຫາ 2026 ຄະນະນຳກະຊວງປ້ອງກັນປະເທດ ນຳໂດຍ ພົນເອກ ຄຳລຽງ ອຸທະໄກສອນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມຄະນະ ໄດ້ເຂົ້າວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ຖືວ່າເປັນການສູນເສຍການນໍາຂັ້ນສູງ ແລະ ບຸກຄົນສໍາຄັນອີກບຸກຄົນໜື່ງ ຂອງພັກ-ລັດ ເເລະ ປະຊາຊົນລາວບັນດາເຜົ່າ ເປັນການສະເເດງໃຫ້ເຫັນເຖິງຄວາມກະຕັນຍູ, ຮູ້ບຸນຄຸນ ເເລະ ເຄົາລົບຮັກທີ່ມີຕໍ່ ສະຫາຍ ໄຊສົມພອນ ພົມວິຫານ ເຊິ່ງຕະຫຼອດຊີວິດຂອງເພີ່ນ ໄດ້ອຸທິດເຫື່ອເເຮງ, ສະຕິປັນຍາ ເຂົ້າໃນການປົກປັກຮັກສາ ເເລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ເວົ້າລວມ ເວົ້າສະເພາະແມ່ນຂົງເຂດນິຕິບັນຍັດ ກໍຄື ສະພາເເຫ່ງຊາດ.




