ວັນທີ 10 ສິງຫາ 2026, ສະຫະພັນແມ່ຍິງ ກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ 5 ປີ (2021-2025) ແລະ ປາຖະກະຖາວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026), ເປັນປະທານໂດຍ ພັອ ຈັນຫອມ ແກ້ວສຸລະໄຊ ຮອງຫົວໜ້າກົມຕຳຫຼວດຄຸມຂັງ-ດັດສ້າງ, ມີຄະນະສະຫະພັນແມ່ຍິງກົມ, ຄ້າຍ ແລະ ສະມາຊິກແມ່ຍິງແຕ່ລະໜ່ວຍ ເຂົ້າຮ່ວມ.



ພັທ ນາງ ອ່ອນສີ ສີລາວົງ ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງ ປກສ, ປະ ທານສະຫະພັນແມ່ຍິງ ກົມຕຳຫຼວດຄຸມຂັງ-ດັດສ້າງ ໃຫ້ຮູ້ວ່າ: ຄະນະສະຫະພັນແມ່ຍິງແຕ່ລະໜ່ວຍ ໄດ້ເອົາໃຈໃສ່ໃນການປະຕິບັດຂໍ້ແຂ່ງຂັນ 3 ດີ ໂດຍໄດ້ນໍາ ເອົາເນື້ອໃນຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ການປະຕິບັດໜ້າທີ່ ວິຊາສະເພາະປືນ ອ້ອມ 4 ຄາດຫມາຍ, 4 ແຜນງານໃຫຍ່, 41 ໂຄງ ການຂອງກະຊວງ ປກສ, ການປະຕິບັດລະບຽບວິໄນຂອງກໍາລັງ, ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຂໍ້ແຂ່ງຂັນຂອງກົມກອງ ແລະ ນໍາເອົາເນື້ອໃນຂໍ້ແຂ່ງຂັນ 3 ດີ ເປັນເນື້ອໃນໃນການຮ່ວມຊີວິດ, ສຳຫຼວດກວດກາ, ຕີລາຄາແບ່ງປະເພດ, ສະມາຊິກສະຫະພັນແມ່ຍິງປະຈຳເດືອນ, ປະຈຳໄຕມາດ, 6 ເດືອນ, 1 ປີ, 3 ປີ ແລະ 5 ປີ ພ້ອມທັງສະຫຼຸບສັງລວມສົ່ງໃຫ້ສະຫະພັນແມ່ຍິງກະຊວງປ້ອງກັນຄວາມສະຫງົບໄດ້ເປັນປົກກະຕິ.




ໃນໄລຍະ 5 ປີ ຜ່ານມາ ມີສະມາຊິກແມ່ຍິງທັງໝົດ 324 ສະຫາຍ, ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 220 ສະຫາຍ, ສາມາດຄັດເລືອກໄດ້ ແມ່ຍິງ 3 ດີ ປະເພດ I ມີ 194 ສະຫາຍ, ປະເພດ II ມີ 23 ສະຫາຍ, ປະເພດ III ມີ 3 ສະຫາຍ; ບຸກຄົນດີເດັ່ນຕ່າງໆ 10 ສະຫາຍ ໃນນັ້ນດ້ານວຽກງານວິຊາສະເພາະ 2 ສະຫາຍ, ດ້ານເສດຖະກິດ 1 ສະຫາຍ, ສ້າງຄອບຄົວດີມີ 7 ສະຫາຍ ມີ 10 ໜ່ວຍ, ໄດ້ໜ່ວຍ 3 ດີ ມີ 7 ໜ່ວຍ, ໜ່ວຍ 2 ດີ ມີ 3 ໜ່ວຍ ເປັນສະຫະພັນແມ່ຍິງຮາກຖານ 3ດີ.



ຈາກນັ້ນ, ພັອ ຈັນຫອມ ແກ້ວສຸລະໄຊ ກໍ່ໄດ້ຫວນຄືນມູນເຊື້ອການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ໃນວັນທີ 20 ກໍລະກົດ 1955, ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນຢ່າງເປັນທາງການ (ເຊິ່ງເປັນຕົ້ນກຳເນີດອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປັດຈຸບັນ). ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ,ສະຫະພັນແມ່ຍິງກໍ່ໄດ້ອຸທິດຕົນຕໍ່ສູ້ຄຽງບ່າຄຽງໄຫຼ່ກັບເພດຊາຍຕ້ານຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ເພື່ອພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
