ໃນໂອກາດທີ່ ພົທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງເຄື່ອນໄຫວພົບປະຢ້ຽມຢາມ ແລະ ໂອ້ລົມໃຫ້ທິດຊີ້ນຳຕໍ່ຄະນະພັກ-ຄະນະບັນຊາ , ຕະຫຼວດນາຍ ແລະ ພົນຕໍາຫຼວດ ກອງບັນຊາການ ປກສ ແຂວງໄຊສົມບູນ ໃນວັນທີ 7 ສິງຫາ 2026.

ໃນພິທີ, ທ່ານລັດຖະມົນຕີປ້ອງກັນຄວາມສະຫງົບ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຄະນະກອງບັນ ຊາການ, ນາຍ ແລະ ພົນຕໍາຫຼວດ ປກສ ແຂວງໄຊສົມບູນ ຍາດມາໄດ້ ຕະຫຼອດໄລຍະຜ່ານມາ, ພ້ອມທັງຊີ້ນຳໃຫ້ຄະ ນະພັກ- ຄະນະບັນຊາແຕ່ລະຂັ້ນ ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ນາຍ ແລະ ພົນຕຳຫຼວດ ຢ່າງເປັນປົກກະຕິຕໍ່ເນື່ອງ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ກໍຄື ລະ ບຽບວິໄນຂອງກຳລັງປ້ອງກັນຄວາມສະຫງົບ ແນໃສ່ເຮັດໃຫ້ກຳລັງມີຄວາມໜັກແໜ້ນເຂັ້ມແຂງ ທາງດ້ານການຈັດ ຕັ້ງ,ມີລະບຽບວິໄນທີ່ເຂັ້ມງວດ ຕີຖອຍທຸກປະກົດການຫຍໍ້ທໍ້ໃນກໍາລັງ;ປັບປຸງແບບ ແຜນວິທີນໍາພາ-ບັນຊາ ແລະວິທີເຮັດວຽກ ໃຫ້ມີວິທະຍາສາດແທດເໝາະກັບຕົວຈິງ, ຍຶດ ໝັ້ນ ແລະ ປະຕິບັດຕາມຫຼກການນໍາພາຂອງພັກຢ່າງເຂັ້ມງວດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ,ສຸມທຸກເຫື່ອແຮງ, ສະຕິປັນຍາ, ຄວາມຮູ້, ຄວາມສາ ມາດ,ມີຄວາມເສຍສະລະ ແລະ ເຮັດສຳເລັດໜ້າທີ່ ທີ່ການຈັດ ຕັ້ງຂັ້ນເທິງມອບໝາຍໃຫ້, ຮັບຜິດຊອບໂດຍກົງ ຕໍ່ຜົນໄດ້-ຜົນເສຍ ຂອງວຽກງານທີ່ຮັບຜິດຊອບ; ຊອກໃຫ້ເຫັນຈຸດອ່ອນຢ່າງຊັດເຈນ, ຕ້ານບັນຫາເອື່ອຍອີງການຈັດຕັ້ງ, ລໍຖ້າແຕ່ຄໍາສັ່ງ, ຍົກຍ້ອງຕົນເອງທັບຖົມຄົນອື່ນ ບໍ່ພັດທະ ນາຕົນເອງ ໄປຕາມສະ ພາບການໃໝ່.

ພ້ອມນີ້, ໃຫ້ເອົາໃຈໃສ່ເພີ່ມທະວີການແກ້ໄຂປະກົດ ການຫຍໍ້ທໍ້ຕ່າງໆ ໃນສັງຄົມ ໂດຍສະເພາະ ແກ້ໄຂບັນຫາ ຄ້າ-ຂາຍເຖື່ອນ,ການຄ້າມະນຸດ, ຂີ້ລັກ-ງັດແງະ,ຄ້າຂາຍຢາເສບຕິດ, ການມົ້ວສຸມຢາເສບຕິດຊະນິດໃໝ່, ການລັກລອບຂຸດຄົ້ນແຮ່ທາດ ແລະອື່ນໆ; ສຸມໃສ່ການຄຸ້ມຄອງກວດກາ ການນໍາໃຊ້ສື່ສັງຄົມອອນລາຍ, ແກ້ໄຂອາຊະຍາ ກຳທາງອິນເຕີເນັດ ຕາມຄໍາສັ່ງ 2117/ປກສ,ລົງວັນທີ 10 ກໍລະກົດ 2026, ການພະນັນເຖື່ອນທຸກຮູບແບບ, ການຫຼຸດຜ່ອນອຸບັດເຫດຕາມທ້ອງຖະໜົນ, ວຽກງານຄຸມຂັງດັດສ້າງ, ການສືບສວນ-ສອບສວນ-ແກ້ໄຂຄະດີ ຕ້ອງເຂົ້າສູ່ນິຕິກຳ ແລະ ກົດ ໝາຍຢ່າງເຂັ້ມງວດ; ວຽກງານຄຸ້ມຄອງຄົນເຂົ້າ-ອອກເມືອງ, ວຽກງານຄຸ້ມຄອງຄົນຕ່າງປະເທດ ຕ້ອງຮັບປະກັນດ້ານວິຊາສະເພາະ ຢ່າງຮອບດ້ານ, ກຳ ແໜ້ນເປົ້າ ໝາຍ, ບັນຈຸສັບຊ້ອນ ບຸກຄະລາກອນໃຫ້ຖືກ ຕ້ອງຕາມໜ້າທີ່ວິຊາສະເພາະ ແລະ ປະຕິບັດແນວທາງ ການຕ່າງປະເທດ ໃຫ້ຖືກຕ້ອງສອດຄ້ອງກັບແນວທາງຂອງພັກ.

