ໃນວັນທີ 11 ສິງຫາ 2026, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ບັນດາສະພາປະຊາຊົນຂັ້ນແຂວງຕ່າງໆໃນຂອຍເຂດທົ່ວປະເທດ ແລະ ສະຖານທູດຕ່າງໆປະຈໍາຢູ່ ສປປ ລາວພ້ອມດ້ວຍບັນດາອົງການ ໄດ້ພ້ອມກັນເຂົ້າວາງພວງມາລາ ແລະ ໄວ້ອາໄລຮັກ ຕໍ່ການຈາກໄປ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ. ການວາງພວງມາລາຄັ້ງນີ້ ເປັນການສະແດງເຖິງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ຄວາມເຄົາລົບຮັກທີ່ມີຕໍ່ ສະຫາຍ ໄຊສົມພອນ ພົມວິຫານ ຜູ້ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ແລະ ກໍາລັງກາຍ-ກໍາລັງໃຈ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍສະເພາະໃນຂົງເຂດນິຕິບັນຍັດ ແລະ ສະພາແຫ່ງຊາດ.





ຄະນະທໍາອິດຄື: ສະພາແຫ່ງຊາດລາດຊະອານາຈັກກໍາປູເຈຍ, ສະພາປະຊົນແຂວງສະຫວັນນະເຂດ, ສະພາປະຊາຊົນແຂວງຫຼວງພະບາງ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ, ແຂວງຄໍາມ່ວນ ແລະ ສະພາປະຊາຊົນແຂວງອື່ນໆໃນຂອບເຂດທົ່ວປະເທດ ແລະ ມີບັນດາສະຖານທູດຕ່າງທີ່ປະຈໍາຢູ່ ສປປ ລາວເຂົ້າຮ່ວມວາງພວງມະລາ ໃນນີ້ມີສະຖານທູດຈີນ, ສະຖານທູດກູບາ,ສະຖານທູດ ອິນໂດເນເຊຍ, ສະຖານທູດ ຣັດເຊຍ, ພ້ອມດ້ວຍ 2 ຄະນະ (ຄະນະຝ່າຍທະຫານ), ສະຖານທູດ ຮັງກາຣີ,ສະຫະພາບເອີຣົບ, ສະຖານທູດອັງກິດ, ສະຖານທູດຕວັກກີ , ສະຖານທູດການາດາ, ສະຖານທູດ ມຽນມາ, ສະຖານທູດ ເຢຍລະມັນ, ສະຖານທູດ ມົງໂກລີ, ສະຖານທູດ ຕີມໍ, ຫ້ອງການ ສປຊ ພ້ອມຄະນະ,ສະຖານທູດ ຟີລິບປິນ, ສະຖານທູດ ອາເມຣິກາ, ສະຖານທູດ ຝຣັ່ງ, ສະຖານທູດ ອົດສະຕຣາລີ, ສະຖານທູດ ສປປ ເກົາຫຼີ ແລະ ອື່ນໆ ພ້ອມດ້ວຍ ພວງມາລາພຣະຣາຊະທານສົມເດັດພຣະເດັດພຣະກະນິດຖາ ທິຣາດເຈົ້າ ກົມສົມເດັດພະເທບ ພະຣັດຣາດຊະສຸດາ ສະຫຍາມບໍຣົມມະຣາດຊຸກຸມາຣີ, ພວງມະລາຂັ້ນນໍາ: ຈາກ ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ແລະ ລັດຖະມົນຕີວ່າການກະຊວງກະລາໂຫມ ແຫ່ງ ຣາຊະອານາຈັກໄທ.




ນອກນັ້ນ, ຍັງມີຄະນະຜູ້ແທນເດີນທາງມາຮ່ວມຄື: ປະທານສະມາຄົມໄທ-ລາວ ເພື່ອມິດຕະພາບ ເດີນທາງມາຮ່ວມວາງພວງມະລາ ປະທານລັດຖະສະພາໄທ ພ້ອມດ້ວຍຄະນະທີ່ ເດີນທາງມາຮ່ວມພິທີໄວ້ອາໄລພ້ອມດ້ວຍບັນດາບໍລິສັດ,ໂຮງແຮມ, ທະນາຄານ ,ຫ້າງຮ້ານຕ່າງໆ ແລະ ຜູ້ແທນຂັ້ນສູງ, ທູຕານຸທູດ ແລະ ອົງການຈັດຕັ້ງສາກົນຕ່າງໆ ໄດ້ສະແດງເຖິງຄວາມເຄົາລົບນັບຖື ແລະ ເຄີຍມີຄວາມຜູກພັນອັນດີງາມກັບ ສະຫາຍ ໄຊສົມພອນ ພົມວິຫານ ໃນການເສີມສ້າງຄວາມຮ່ວມມື, ມິດຕະພາບ, ແລະ ສໍາພັນທະໄມຕີ ລະຫວ່າງ ສປປ ລາວ ກັບ ນານາຊາດ ຕະຫຼອດໄລຍະເວລາການປະຕິບັດໜ້າທີ່ໃນໄລຍະຜ່ານມາ.


