ກົມສື່ສານ ກະຊວງປ້ອງກັນຄວາມສະຫງົບ, ຈັດຕັ້ງປາຖະກະຖາວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ, ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 49 ປີ ແລະ ການສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ, ໃນວັນທີ 12 ສິງຫາ 2026 ນີ້, ໂດຍການໃຫ້ກຽດປາຖະກະຂອງ ພົຈວ ແສງປະເສີດ ສຸທໍາມະວົງ ຄະນະພັກກະຊວງ, ຫົວໜ້າກົມສື່ສານ ກະຊວງປ້ອງກັນຄວາມສະຫງົບ, ມີຄະນະພັກ, ຄະນະກົມ, ຫ້ອງ, ພະແນກທີ່ຂຶ້ນກັບກົມສື່ສານ ພ້ອມດ້ວຍ ນາຍ ແລະ ພົນຕໍາຫຼວດເຂົ້າຮ່ວມ.

ໃນໂອກາດນີ້, ພົຈວ ແສງປະເສີດ ສຸທໍາມະວົງ ໄດ້ຍົກໃຫ້ເຫັນຊີວິດການເຄື່ອນໄຫວປະຕິວັດ, ຜົນງານຄຸນງາມຄວາມດີ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງທ່ານປະທານ ສຸພານຸວົງ ທີ່ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ອຸດົມການປະຕິວັດຢ່າງສູງສົ່ງ ແລະ ເປັນໜຶ່ງໃນບັນດາຜູ້ນຳທີ່ດີເດັ່ນ, ເດີນຕາມເສັ້ນທາງຂອງພັກ, ຄວາມສາມາດ, ຄຸນນະທຳຂອງທ່ານໄດ້ກາຍເປັນສິ່ງກະຕຸກຊຸກຍູ້ປຸກລະດົມ ໃຫ້ປະຊາຊົນບັນດາເຜົ່າ ແລະ ຊົນຊັ້ນຕ່າງໆປະກອບສ່ວນສ້າງກ້ອນກຳລັງສາມັກຄີເປັນອັນໜຶ່ງອັນດຽວ, ເຊິ່ງໄດ້ກາຍ ເປັນໜຶ່ງປັດໄຈອັນສຳຄັນທີ່ເຮັດໃຫ້ການປະຕິວັດຂອງປະເທດເຮົາໄດ້ຮັບໄຊຊະນະ.
ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ, ປະຫວັດການເປັນມາ, ມູນເຊື້ອຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ທີ່ເຄີຍມີມາແຕ່ລະຍຸກ, ແຕ່ລະສະໄໝ ໂດຍສະເພາະແມ່ນນັບແຕ່ສະໄໝຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ, ໄດ້ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຕີສັດຕູໂຕດຽວກັນ, ນັ້ນກໍຄື ພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຈົນສາມາດຍາດໄດ້ໄຊຊະນະ, ປົດປ່ອຍປະເທດຊາດ ແລະ ປົດປ່ອຍປະຊາຊົນອອກຈາກແອກປົກຄອງຂອງພວກຈັກກະພັດຕ່າງດ້າວ, ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ປັດຈຸບັນສອງຊາດລາວ-ຫວຽດນາມ ຍິ່ງເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ໃຫ້ຂະຫຍາຍຕົວແຕກດອກອອກຜົນຍິ່ງໆຂຶ້ນ.


ທັງນີ້, ກໍເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລ້ຳຄ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງເປັນການຫວນຄືນມູນເຊື້ອແຫ່ງຄວາມສາມັກຄີລະຫວ່າງສອງຊາດ ລາວ-ຫວຽດນາມ ແລະ ເປັນການໂຄສະນາສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ-ນັກຮົບໄດ້ຮັບຮູ້ເຂົ້າໃຈແຈ້ງຕື່ມກ່ຽວ ກັບຊີວິດການເຄື່ອນໄຫວປະຕິວັດ, ຜົນງານຄຸນງາມຄວາມດີ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງປະທານ ສຸພານຸວົງ ແລະ ມູນເຊື້ອແຫ່ງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ໃຫ້ເລິກເຊິ່ງ ແລະ ສືບຕໍ່ຂະຫຍາຍມູນເຊື້ອອັນດີງາມນີ້ໄວ້ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.
