ວັນທີ 11 ສິງຫາ 2026, ຢູ່ທີ່ວິທະຍາໄລພະລາທິການປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຊຸດບໍາລຸງ ວຽກງານວິທະຍາສາດພະລາທິການ ສາຂາວິຊາ ການເງິນ ລະບົບ 5 ເດືອນ ຊຸດທີ IV ຂຶ້ນ, ໂດຍການເປັນປະທານຂອງ ພົຕ ໜູຈອນ ກ້ອນທອງດໍາ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ,ມີ ພົຈວ ສອນທັນ ສຸວົງໄຊ ອໍານວຍການ ຫົວໜ້າການເມືອງວິທະຍາຄານພະລາທິການກອງທັບ ກະຊວງປ້ອງກັນປະເທດ ພ້ອມດ້ວຍບັນດາແຂກທີ່ມາ ຈາກກົມກອງອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບ ກະຊວງປ້ອງກັນປະເທດ, ຄະນະຮັບຜິດຊອບ, ຄູອາຈານ ແລະ ນັກບໍາລຸງ ເຂົ້າຮ່ວມ.


ໃນພິທີ, ພັອ ພຸດທອນ ສົມມະນີວັນ ຮອງອໍານວຍການວິທະຍາໄລພະລາທິການປ້ອງກັນຄວາມສະຫງົບ, ຫົວໜ້າຄະນະຮັບຜິດຊອບ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດປິດຊຸດບໍາລຸງ ວິທະຍາສາດພະລາທິການ ວຽກ ງານການເງິນ ລະບົບ 5 ເດືອນ ຊຸດທີ IV ປະຈໍາປີ 2026 ສະບັບເລກທີ 3063/ກມປສ, ລົງວັນທີ 4 ສິງຫາ 2026. ພົຈວ ສີສຸວັນ ທອງປະເສີດ ຮອງເລຂາຄະນະພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ ໄດ້ຜ່ານບົດລາຍ ງານຜົນສໍາເລັດຊຸດບໍາລຸງ ວິທະຍາສາດພະລາທິການ ສາ ຂາວິຊາການເງິນ ລະບົບ 5 ເດືອນ ຊຸດທີ IV ໃຫ້ນາຍຕໍາຫຼວດພະລາທິການ ປະຈໍາປີ 2026 ໃນຄັ້ງນີ້ວ່າ: ການຈັດຕັ້ງດໍາເນີນໂຄງການຫຼັກສູດ ການຮຽນ-ການສອນ ບໍາລຸງວິທະຍາສາດ ພະລາທິການ ສາຂາວິຊາການເງິນ ລະບົບ 5 ເດືອນ ຊຸດທີ IV ໂດຍແມ່ນການຮ່ວມມືຂອງສອງກະຊວງ ກໍາລັງປະກອບອາວຸດ ລະຫວ່າງ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ແລະ ວິທະຍາຄານພະລາທິການກອງທັບ ກະຊວງປ້ອງກັນປະເທດ, ເຊິ່ງໂຄງການບໍາລຸງ ວິທະຍາສາດພະລາທິການ ສາຂາວິຊາການເງິນ ລະບົບ 5 ເດືອນ ຊຸດທີ IV ແມ່ນນໍາໃຊ້ໂຄງການຫຼັກສູດ ແລະ ຄູອາຈານ ຂອງວິທະຍາຄານພະລາທິການກອງທັບ, ໄລຍະເວລາການຮຽນ 5 ເດືອນ, ລວມ 700 ຊົ່ວໂມງ, ຮຽນຕົວຈິງ 665 ຊົ່ວໂມງ.ໃນນີ້, ໝວດພື້ນຖານວິຊາສະ ເພາະ 294 ຊົ່ວໂມງ, ໝວດວິຊາສະເພາະ 371 ຊົ່ວໂມງ ແລະ ພາກສະໜາມ 35 ຊົ່ວໂມງ; ເຊິ່ງໄດ້ເຂົ້າຮຽນເລີ່ມແຕ່ວັນທີ 18 ມີນາ 2026 ຫາວັນທີ 11 ສິງຫາ 2026 ແມ່ນສໍາເລັດການຮຽນ-ການສອນ ແລະ ໄດ້ປ້ອງກັນບົດເກັບ ກ່ຽວ ສໍາເລັດຕາມແຜນການ.


ຜົນຂອງການປ້ອງກັນບົດ ສາມາດຕີລາຄາປະເພດດີເລີດ ຄະແນນ 9 ຫາ 9,21 ມີ 30 ສະຫາຍ ເທົ່າກັບ 50%, ປະເພດດີຫຼາຍ ຄະແນນແຕ່ 8 ຫາ 8,98 ມີ 30 ສະຫາຍ ເທົ່າກັບ 50%. ຜົນການຮຽນ ສາມາດຕີລາຄາປະເພດດີເລີດ 10 ສະຫາຍ ເທົ່າກັບ 16,67% ແລະ ປະເພດດີຫຼາຍ 50 ສະຫາຍເທົ່າກັບ 83,33%.
ຈາກນັ້ນ, ພັອ ສີທອນ ພິມສີວົງ ຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການ ປກສ ໄດ້ຜ່ານຂໍ້ຕົກລົງຂອງອໍານວຍການວິທະຍາຄານພະລາທິການກອງທັບ ວ່າດ້ວຍການມອບໃບຢັ້ງຢືນໃຫ້ນັກບໍາລຸງ ວິທະ ຍາສາດພະລາທິການ ສາຂາວິຊາການເງິນ ລະບົບ 5 ເດືອນ ຊຸດທີ IV ຂອງກໍາລັງປ້ອງກັນຄວາມສະຫງົບ ໃນສົກຮຽນ 2025-2026 ສະບັບເລກທີ 817/ວພກ, ລົງວັນທີ 6 ສິງ ຫາ 2026, ໃຫ້ກຽດຂຶ້ນມອບໃບຢັ້ງຢືນໂດຍ ພົຈວ ສອນທັນ ສຸວົງໄຊ ອໍານວຍການ ຫົວໜ້າການເມືອງວິທະຍາ ຄານພະລາທິການກອງທັບ.


ພາຍຫຼັງທີ່ສໍາເລັດການມອບໃບຢັ້ງຢືນແລ້ວ, ພັອ ສີທອນ ພິມສີວົງ ກໍໄດ້ຜ່ານຂໍ້ຕົກລົງວ່າດ້ວຍການມອບໃບຍ້ອງຍໍກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2350/ປກສ, ລົງວັນທີ 10 ສິງຫາ 2026, ຂໍ້ຕົກລົງວ່າດ້ວຍການມອບຫຼຽນກາ ປ້ອງກັນຄວາມສະຫງົບ ສະບັບເລກທີ 2351/ປກສ, ລົງວັນທີ 10 ສິງຫາ 2026, ແລະ ຂໍ້ຕົກລົງວ່າດ້ວຍການມອບໃບຍ້ອງຍໍກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 3106/ກມປສ, ລົງວັນທີ 7 ສິງຫາ 2026.


ໃນຕອນທ້າຍ, ປະທານ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາສະຫາຍພະນັກງານ-ຄູອາຈານ ຈາກວິທະ ຍາຄານພະລາທິການກອງທັບ, ຄະນະຮັບຜິດຊອບ ແລະ ບັນດານັກບໍາລຸງ ໃນກໍາລັງປ້ອງກັນຄວາມສະຫງົບ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ຊຸດບໍາລຸງຄັ້ງນີ້ ສາມາດບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້ ແລະ ມອບໃຫ້ນັກບໍາລຸງທຸກສະຫາຍທີ່ສໍາເລັດໃນຊຸດນີ້ ຕ້ອງກໍາແໜ້ນບັນດາບົດ ຮຽນທີ່ຄູອາຈານຖ່າຍຖອດໃຫ້ ເພື່ອໄປໝູນໃຊ້ເຂົ້າໃນກົມກອງ ແລະ ປັບປຸງວຽກງານຂອງຕົນໃຫ້ດີຂຶ້ນກວ່າເກົ່າ ໂດຍສະເພາະ ເປັນເສນາທິການວຽກງານການເງິນ ໃຫ້ນັບດີຂຶ້ນເທື່ອລະກ້າວ.

