ໃນຕອນເຊົ້າວັນທີ 12 ສິງຫາ 2026 ທີ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ຊີ້ນຳ ຕໍ່ກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຄັ້ງທີ I, ມີ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ບັນດາທ່ານ ລັດຖະມົນຕີ,ປະທານ ຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ, ພ້ອມດ້ວຍຜູ້ຕາງໜ້າຂະແໜງການຂັ້ນສູນກາງ, ທ້ອງຖິ່ນ ແລະ ພາກທຸລະກິດ ເຂົ້າຮ່ວມ.



ກອງປະຊຸມ ໄດ້ຮັບຟັງການສະຫຼຸບຕີລາຄາ ສະພາບ ການສົ່ງເສີມ-ຄຸ້ມຄອງການລົງທຶນ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ; ຜົນການປະເມີນການຈັດຕັ້ງປະຕິບັດດຳລັດ ວ່າດວ້ຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສະບັບເລກທີ 530/ນຍ,ລົງວັນທີ 11 ສິງຫາ 2025; ການປະກອບຄໍາເຫັນຂອງບັນດາ ຂະແໜງການຂັ້ນສູນກາງ, ແຂວງ-ນະຄອນຫຼວງວຽງຈັນ ແລະ ພາກທຸລະກິດ ທີ່ຕິດພັນກັບນະໂຍບາຍ ກໍຄື ການເຄື່ອນໄຫວວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ນັບແຕ່ປີ 1989 ຮອດປະຈຸບັນ ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ບັນລຸ 5.394 ໂຄງການ, ມູນຄ່າ 65,5 ຕື້ໂດລາສະຫະລັດ. ໃນນັ້ນ, ການລົງທຶນພາຍໃນ ສະເພາະກິດຈະການຄວບຄຸມ ແລະ ສໍາປະທານ ກວມເອົາ 23% ຂອງການອະນຸມັດລົງ ທຶນທັງໝົດ. ຜູ້ລົງທຶນຕ່າງປະເທດ ທີ່ມາລົງທຶນຫຼາຍກວ່າໝູ່ ແມ່ນຈາກ ສປ ຈີນ ມີ 970 ໂຄງການ, ມູນຄ່າ 15 ຕື້ກວ່າໂດລາສະຫະລັດ, ຮອງລົງມາ ແມ່ນຈາກ ສສ ຫວຽດນາມ ມີ 441 ໂຄງການ, ມູນຄ່າ 12,7 ຕື້ກວ່າໂດລາສະຫະລັດ ແລະ ຣາຊະອານາຈັກໄທ ມີ 686 ໂຄງການ, ມູນຄ່າ 6,9 ຕື້ກວ່າໂດລາສະຫະລັດ. ສະເພາະໃນ 7 ເດືອນຕົ້ນປີ 2026 ໄດ້ອະນຸມັດການລົງທຶນ ໃນກິດຈະການສໍາປະທານ ແລະ ບັນຊີກິດຈະການຄວບຄຸມ ທັງໝົດ 34 ໂຄງການ, ມູນຄ່າ 8,5 ຕື້ກວ່າໂດລາສະຫະລັດ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025 ເຫັນວ່າ ເພີ່ມຂື້ນ 68% ແລະ ການນໍາເຂົ້າທຶນຕົວຈິງບັນລຸ 1 ຕື້ກວ່າໂດລາສະຫະລັດ.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ມີ ຄຳເຫັນຊີ້ນຳຕື່ມບາງຈຸດ ເປັນຕົ້ນ ພ້ອມກັນສຸມໃສ່ຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຕາມ 7 ທິດທາງລວມ ແລະ 6 ເປົ້າໝາຍ; ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ຕາມ 5 ແນວຄິດຊີ້ນໍາ, 4 ທິດທາງລວມ, 3 ເປົ້າໝາຍສູ້ຊົນ ແລະ 4 ແຜນນະໂຍບາຍ; ປັບປຸງສະພາບແວດ ລ້ອມການລົງທຶນໃຫ້ສະດວກ, ໂປ່ງໃສ, ສາມາດຄາດຄະເນໄດ້ ແລະ ມີຕົ້ນທຶນ ທີ່ສາມາດແຂ່ງຂັນ; ຫັນປ່ຽນຈາກດຶງດູດການລົງທຶນໄດ້ປະລິມານ ໄປສູ່ຄຸນນະພາບ, ສ້າງມູນຄ່າເພີ່ມ, ສ້າງວຽກເຮັດງານທຳ, ມີທັກສະ, ມີອາຊີບ,ຖ່າຍທອດເຕັກໂນໂລຊີນະວັດຕະກຳ, ປັນຍາປະດິດ ແລະ ຫັນໄປສູ່ດີຈິຕອນ; ສາມາດເຊື່ອມໂຍງທຸລະກິດພາຍໃນ ກັບຕ່າງປະເທດ; ປະຕິບັດນະໂຍບາຍສົ່ງເສີມການລົງທຶນ ທີ່ເຂັ້ມແຂງ ,ສີຂຽວ ແລະ ຍືນຍົງ ເປັນຕົ້ນ ພະລັງງານທົດແທນ, ກະສິກຳທີ່ຍືນຍົງ, ໂຄງລ່າງພື້ນ ຖານທີ່ໝັ້ນຄົງ ແລະ ການຜະລິດ-ປຸງແຕ່ງ ຕາມທິດສີຂຽວ- ຍືນຍົງ ແລະ ສາມາດປັບຕົວກັບການປ່ຽນແປງດິນຟ້າອາກາດ; ປະຕິບັດ 3 ວຽກບູລິມະສິດ ຄື: ແກ້ໄຂການຂາດແຄນແຮງງານ, ສ້າງໃຫ້ແຮງງານມີທັກສະ ແລະ ມີລະບຽບວິໄນ; ປັບປຸງລະບຽບການ, ຂັ້ນຕອນ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການລົງທຶນ ໂດຍຫັນປ່ຽນຈາກຫຼາຍຂອດ ສູ່ຜ່ານປະຕູດຽວ; ປັບປຸງລະບຽບການ ແລະ ມາດຕະການ ທີ່ບໍ່ແມ່ນພາສີຕໍ່ສິນຄ້ານຳເຂົ້າ-ໂຄງລ່າງພື້ນຖານ ແລະ ການບໍລິການຂອງລັດ ເພື່ອຄວາມສາມາດແຂ່ງຂັນ ດ້ານໂລຈິສະຕິກ ແລະ ການເຊື່ອມໂຍງ; ສຸມໃສ່ 8 ວຽກຈຸດສຸມທົ່ວ ໄປ ຄື: ຮັບປະກັນສິນເຊື່ອ ໂດຍມີຫຼັກຊັບຄໍ້າປະກັນທີ່ຍືດຍຸນ; ຮັກສາສະຖຽນລະພາບເງິນຕາ; ຍົກລະດັບການບໍລິຫານປະຕູດຽວ ເພື່ອເຊື່ອມຂໍ້ມູນເຖິງປາຍທາງ; ພັດທະນາລະບົບຖານຂໍ້ມູນທີ່ດິນແບບດີຈິຕອນ (ຂັ້ນຕອນຮັບ, ຄົ້ນຄວ້າ, ອະນຸມັດ ທີ່ເປັນມາດຕະຖານສາກົນ, ມີກໍານົດເວລາແຕ່ລະຂອດ,ຮັບປະກັນຄວາມປອດໄພ, ບໍ່ໃຫ້ມີຜົນກະທົບ ຕໍ່ສັງຄົມ ແລະ ສິ່ງແວດລ້ອມ); ພັດທະນາການຈົດທະບຽນ ທີ່ສະ ດວກ ແລະ ງ່າຍດາຍ, ແກ້ໄຂການຄ້າ-ການດຳ ເນີນທຸລະກິດນອກລະບົບ ຕາມກົດ ໝາຍຢ່າງເຂັ້ມງວດ- ສະເໝີພາບ; ສ້າງຖານຂໍ້ມູນ ແລະ ແຜນງານພັດທະນາຜູ້ສະໜອງພາຍໃນ ແລະ ກົນໄກຈັບຄູ່ທຸລະກິດ; ສ້າງ-ຍົກລະດັບກົນໄກຕິດຕາມ, ກວດກາ, ຊ່ວຍເຫຼືອນັກລົງທຶນ ພາຍຫຼັງອະນຸມັດໂຄງການແລ້ວ; ສືບຕໍ່ປັບປຸງກົງ ຈັກການຈັດຕັ້ງ ຂອງຄະນະສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຕ່ລະຂັ້ນ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນຫຼາຍຂຶ້ນ.
