ວັນທີ 13 ສິງຫາ 2026, ຫ້ອງວ່າການກະຊວງປ້ອງ ກັນຄວາມສະຫງົບ ຈັດພິທີເຜີຍແຜ່ເອກະສານ 3 ວັນສຳຄັນ ຄື: ວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ (13 ກໍລະກົດ 1909-13 ກໍລະກົດ 2026 ), ວັນເຊັນສົນ ທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 49 ປີ ( 18 ກໍລະກົດ1977 – 18 ກໍລະກົດ 2026 ) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ ( 5 ກັນຍາ 1962 – 5 ກັນຍາ 2026 ), ໃຫ້ກຽດເຜີຍແຜ່ເອກະສານໂດຍ ພົຈວ ແສງທອງ ເກື້ອບຸນລໍ່າ ຮອງຫົວໜ້າຫ້ອງວ່າການ ປກສ, ມີຄະນະພັກ, ກົມ, ຫ້ອງການ, ພະ ແນກ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.

ພົຈວ ແສງທອງ ເກື້ອບຸນລໍ່າ ໃຫ້ຮູ້ວ່າ: ປະທານ ສຸພາ ນຸວົງ ທຸກໄລຍະຂອງການປະຕິວັດ ປະທານ ສຸພານຸວົງ ເປັນຜູ້ໜຶ່ງໃນບັນດາການນໍາສູງສຸດ ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງ ຂອງຕົນເພື່ອຊີ້ນຳ-ນໍາພາຂະບວນການປະ ຕິວັດລາວ, ເປັນບຸກຄົນສໍາຄັນໃນການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນທັງຊາດ ຕີຕ້ານທຸກກົນອຸບາຍ ຂອງສັດ ຕູຍາດເອົາໄຊຊະນະອັນຍິ່ງໃຫຍ່ ມາໃຫ້ແກ່ປະເທດຊາດໃນຖານະທີ່ເປັນນັກຮົບຮັກຊາດຮຸ່ນທໍາອິດ ທີ່ໄດ້ເອົາຊີວິດຂອງຕົນ ຜູກພັນກັບການປະຕິວັດຕະຫຼອດມາ ໂດຍບໍ່ງໍ້ງ່ຽງຕໍ່ ຄວາມລຳບາກ, ຄວາມເສຍສະຫຼະໃດໆ ກະທັ້ງເຖິງບໍ່ຫວາດຫວັ່ນຕໍ່ກັບການຈັບກຸມຄຸມຂັງ ຂອງສັດຕູ, ຍາມໃດກໍ່ຕໍ່ສູ້ ເພື່ອອຸດົມຄະຕິປະຕິວັດອັນສູງສົ່ງ, ເພື່ອຄວາມເປັນເອກະລາດ ແລະ ຄວາມວັດທະນະຖາວອນ ຂອງປະເທດ ຊາດ, ເພື່ອອິດສະຫຼະພາບ ແລະ ຄວາມຢູ່ດີກິນດີ ຂອງປະ ຊາຊົນ” ໃນຫຼາຍສິບປີທີ່ຜ່ານມາ ປະທານ ສຸພານຸວົງ “ ໄດ້ເຂົ້າຮ່ວມ ກັບໝູ່ຄະນະນໍາພາ ຂອງພັກເຮົາເລີ່ມຕັ້ງແຕ່ຊຸມປີຕົ້ນ ຂອງການປະຕິວັດ, ເຂົ້າຮ່ວມກໍ່ສ້າງຮາກຖານປະຕິ ວັດ ແລະ ຖານທີ່ໝັ້ນຕໍ່ຕ້ານທີ່ກ້າແກ່ນຕະຫຼອດມາ ໃນສອງສະໄໝຕໍ່ຕ້ານອັນຍາວນານ ຂອງປະຊາຊົນເຮົາ”; ທັງເປັນແກ່ນສານ ແລະ ໃຈກາງເຕົ້າໂຮມຄວາມສາມັກຄີປະ ຊາຊົນບັນດາ ເຜົ່າ, ບັນດາຊັ້ນຄົນ, ສາສະໜາ ແລະ ເພດໄວ ເຂົ້າໃນແນວໂຮມປົດປ່ອຍຊາດ ແລະ ສ້າງສາພັດທະນາປະ ເທດຊາດ; ທັງໄດ້ອຸທິດສະຕິປັນຍາ, ຫົວຄິດປະດິດສ້າງ ແລະ ກຳລັງວັງຊາ ຂອງຕົນ ເພື່ອພາລະກິດປະຕິວັດແຕ່ຕົ້ນຕະຫຼອດປາຍ.

ພ້ອມນັ້ນ, ທ່ານ ຍັງຍົກໃຫ້ຮູ້ບາງຕອນວ່າ: ສອງຊາດລາວ-ຫວຽດນາມ ໄດ້ຄຽງບ່າຄຽງໄລ່ກັນຕໍ່ສູ້ຢ່າງພິລະອາດ ຫານ, ຜ່ານຜ່າທຸກອຸປະສັກທຸລະກັນດານ ທີ່ເຕັມໄປດ້ວຍຄວາມເສຍສະຫຼະ ຮ່ວມສູ້ຮົບໃນຂຸມຄອງດຽວກັນ, ໄດ້ຄຽງບ່າຄຽງໄລ່ຮ່ວມສຸກຮ່ວມທຸກ, ຮ່ວມກັນຮົບ, ພ້ອມກັນເອົາຊະນະ, ນໍ້າໃຈສາມັກຄີສູ້ຮົບ ແລະ ນໍ້າໃຈມິດຕະພາບ ລະຫວ່າງປະຊາຊົນ ສອງປະເທດພວກເຮົາໄດ້ຮັບການຫຼ່ໍຫຼອມຈາກການຕໍ່ສູ້ ແມ່ນປັດໄຈແຫ່ງໄຊຊະນະຂອງພາລະ ກິດ ຕໍ່ສູ້ກູ້ຊາດ,ລາວ-ຫວຽດນາມ ຜູກພັນສະໜິດແໜ້ນຕໍ່ກັນ ຍ້ອນວ່າຮ່ວມຊາຕາກຳປະຫວັດສາດ, ສອງຊາດໄດ້ຮ່ວມ ສຳພັນສູ້ຮົບຄຽງບ່າຄຽງໄລ່ກັນ ເພື່ອຕີເອົາຊະນະສັດ ຕູເທື່ອລະກ້າວ,ຕີຖອຍທຸກພາກສ່ວນ,ທຸກກົນອຸບາຍ ຂອງພວກສັດຕູ, ກ້າວຂຶ້ນຍາດເອົາໄຊຊະນະອັນຍິ່ງໃຫຍ່, ປະ ຫວັດສາດໄດ້ຜູກແໜ້ນຊາຕາກຳຂອງສອງຊາດໃນການຕໍ່ສູ້ສັດຕູໂຕດຽວກັນ ແລະ ໄດ້ວາງຈຸດປະສົງເປົ້າໝາຍລວມຂອງສອງຊາດ.
ດັ່ງນັ້ນ, ສອງປະເທດ ໄດ້ພ້ອມກັນສູ້ຮົບ ແລະ ພ້ອມ ກັນຍາດເອົາໄຊຊະນະນັ້ນ ແມ່ນການສະແດງອອກຂອງຄວາມສາມັກຄີ, ນໍ້າໃຈມິດຕະພາບທີ່ມີປະສິດທິຜົນຂອງການປະຕິວັດສອງປະເທດ ລາວ-ຫວຽດນາມ.
See less
