ໃນວັນທີ 13 ສິງຫານີ້, ວິທະຍາຄານການເມືອງປ້ອງ ກັນຄວາມສະຫງົບ (ວກປສ) ໄດ້ຈັດກອງປະຊຸມການຕິດ ຕາມ-ກວດກາ, ປະເມີນຄູ-ອາຈານ ແລະ ອຸປະກອນການຮຽນ-ການສອນ ລະບົບປະລິນຍາຕີປະຈໍາສົກປີ 2025- 2026, ເປັນປະທານໂດຍ ພົຈວ ປອ ສຸກນິລັນດອນ ກຸນລະວົງ ຫົວໜ້າອໍານວຍການ ວກປສ, ມີ ຄະນະອໍານວຍການ, ບັນດາຫ້ອງ ພ້ອມດ້ວຍຄູ-ອາຈານ ເຂົ້າຮ່ວມ.


ພັທ ວອນທອງ ດວງພົມມາ ຮອງຫົວໜ້າຫ້ອງປະກັນຄຸນນະພາບການສຶກສາ ວກປສ ໄດ້ລາຍງານວ່າ: ອີງຕາມຄູ່ມືແນະນໍາປະກັນຄຸນນະພາບສະຖາບັນການສຶກສາໃນກຳລັງປ້ອງກັນຄວາມສະຫງົບ ສະບັບເລກທີ 1277/ກມປສ, ລົງວັນທີ 13 ມີນາ 2025, ໃນມາດຕະຖານທີ 3 ບຸກຄະລາກອນ (ການພັດທະນາບຸກຄະລາກອນ) ແມ່ນການພັດທະນາຄູ-ອາຈານມີຄວາມສໍາຄັນຫຼາຍຕໍ່ສະຖາບັນການສຶກສາ, ຄຸນນະພາບຂອງການສຶກສາ ຫຼື ຄຸນນະພາບຂອງການສິດສອນ ເວົ້າສະເພາະເປັນໜ້າທີ່ຮັບຜິດຊອບໂດຍສະເພາະ, ເປັນໜ້າທີ່ຄວາມຮັບຜິດຊອບຕົ້ນຕໍຂອງຄູ-ອາຈານ, ຄູຕ້ອງມີຄວາມຮູ້-ຄວາມສາມາດປະສົບການທາງດ້ານວິຊາສະເພາະທີ່ເໝາະສົມ ແລະ ມາດຕະຖານທີ 5 ຕ້ອງໄດ້ສົ່ງເສີມການນໍາໃຊ້ເຕັກໂນໂລຊີ, ສື່ປະເພດຕ່າງໆ ແລະ ອຸປະກອນການສຶກສາຕາມມາດຕະຖານການສຶກສາແຫ່ງຊາດ ເຊິ່ງໃນນັ້ນ, ຫ້ອງປະກັນຄຸນນະພາບການສຶກສາໄດ້ແຈກຢາຍແບບຟອມເອກະສານໃຫ້ບັນດາຄະນະວິຊາເກັບກຳບັນດາຂໍ້ມູນຄູ-ອາຈານ, ລົງເກັບກຳຂໍ້ມູນຕົວຈິງ ຢູ່ບັນດາຄະນະວິຊາຄູ ແລະ ບັນດາຕຶກຫ້ອງຮຽນ ປະຈຳສົກປີ 2025-2026 ໃນລະຫວ່າງ ເດືອນກັນຍາ 2025 ຫາ ເດືອນມິຖຸນາ ປີ 2026 ໃຊ້ເວລາ 8 ເດືອນ ແລະ ຜ່ານການປະເມີນຄູ-ອາຈານປະຈໍາຄະນະວິຊາທີ່ຂຶ້ນສອນນັກສຶກສາປະລິນຍາຕີປະຈໍາສົກປີດັ່ງກ່າວ ໂດຍມີ ຄູ-ອາຈານເຊີນຈາກ 8 ຫ້ອງບໍລິຫານຂອງ ວກປສ ທັງໝົດຈໍານວນ 52 ສະຫາຍ ຍິງ 11 ສະຫາຍ ສາມາດຍາດໄດ້ຄະແນນດີເລີດ ຈໍານວນ 46 ສະຫາຍ ຍິງ 11 ສະຫາຍ, ຄະແນນດີຫຼາຍ ຈໍານວນ 6 ສະຫາຍ; ຄູ-ອາຈານຈາກສະຖານບັນອື່ນໆ ແລະ ບັນດາກະຊວງທີ່ມາຂຶ້ນຫ້ອງສອນ ໄດ້ຄະແນນດີ ເລີດ ຈໍານວນ 20 ສະຫາຍ ແລະ ຄະແນນດີຫຼາຍ 1 ສະຫາຍ.
ສໍາລັບອາຄານຮຽນມີ 2 ຕຶກ ມີທັງໝົດ 22 ຫ້ອງຮຽນ, ມີຕັ້ງອີ້ທັງໝົດ 498 ໜ່ວຍ, ໂຕະ 254 ໜ່ວຍ,ຫົວໂປເຈັກເຕີ 12 ຊຸດ, ພັດລົມໂຄຈອນ 70 ໜ່ວຍ, ພັດລົມດູດອາ ກາດ 60 ໜ່ວຍ, ລຳໂພງນ້ອຍ 50 ໜ່ວຍ, ແອ 24 ໜ່ວຍ, ແອມ 2 ໜ່ວຍ, ມີ 4 ຫ້ອງນ້ອຍ,ຫ້ອງຄອມພິວເຕີ 2 ຫ້ອງ ໃນນັ້ນ, ອາຄານຮຽນທີ 1 ໄດ້ປະກອບເປັນຫ້ອງສະໝຸດ 1 ຫ້ອງ, ຫ້ອງການຂອງຫ້ອງສູນຂໍ້ມູນການສຶກສາ 1 ຫ້ອງ; ຕຶກອາ ຄານຮຽນທີ 2 ໄດ້ປະກອບເປັນຫ້ອງພັກຄູ-ອາຈານເຊີນ ນອກສະຖາບັນການສຶກສາ 1 ຫ້ອງ, ຫ້ອງທີ່ຍັງບໍ່ທັນນໍາໃຊ້ຍັງເຫຼືອ 12 ຫ້ອງ. ພ້ອມນີ້, ຍັງມີຫ້ອງຮຽນຄອມພິວເຕີມີ 2 ຫ້ອງ ມີຄອມພິວເຕີຕັ້ງໂຕະ 208 ໜ່ວຍ, ເບີກຈ່າຍຄອມພິວເຕີຈາກຫ້ອງຮຽນຄອມພິວເຕີ ໃຫ້ບັນດາຫ້ອງ, ຄະນະວິຊາ ມີຈຳນວນ 17 ໜ່ວຍ, ເອົາຄອມພິວເຕີຫ້ອງ ການໄປປ່ຽນຄອມພິວເຕີໃນຫ້ອງຮຽນ ຈໍານວນ 10 ໜ່ວຍ ແລະອື່ນໆ.

ໂອກາດນີ້, ພົຈວ ປອ ສຸກນິລັນດອນ ກຸນລະວົງ ຍັງໄດ້ຮຽກຮ້ອງມາຍັງຄູ-ອາຈານທຸກຄະນະວິຊາ ເອົາໃຈໃສ່ໃນການຄົ້ນຄວ້າບັນດາເອກະສານໃໝ່ໆທີ່ກ່ຽວຂ້ອງກັບຄະນະວິຊາຂອງຕົນຮັບຜິດຊອບ ເພື່ອພັດທະນາຄວາມຮູ້-ຄວາມສາມາດທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງໃຫ້ທັນສະໄໝ ແລະ ສອດຄ່ອງກັບສະພາບການໃນປັດຈຸ ບັນ ເພື່ອສົ່ງທອດ ແລະ ກໍ່ສ້າງນັກສຶກສາໃນແຕ່ລະຮຸ່ນໃຫ້ກາຍເປັນບຸກຄົນທີ່ມີຄວາມຮູ້-ຄວາມສາມາດທີ່ເຂັ້ມແຂງ ແລະ ເມື່ອສໍາເລັດການສຶກສາແລ້ວກໍສາມາດນໍາໄປພັດທະນາກົມກອງຂອງຕົນໃຫ້ເຕີບໃຫຍ່ຂຶ້ນເປັນກ້າວໆ.
