ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດນາຍຕຳຫຼວດຂັ້ນສູງ ພັກການ-ຮັບອຸດໜູນບຳນານ ໃນວັນ ທີ 11 ກັນຍາ 2026, ເປັນກຽດເຂົ້າຮ່ວມໂດຍ ພົຕ ຄອນສະຫວັນ ສົມພາໄຊ ກຳມະການສູນກາງພັກ ຮອງລັດຖະ ມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາຫົວໜ້າ, ຮອງຫົວໜ້າກົມໃຫຍ່, ຫ້ອງວ່າການ, ກົມ, ກອງບັນຊາ ການ, ວິທະຍາຄານ, ກອງບັນຊາການ ປກສ ແຂວງ, ນາຍຕຳຫຼວດຂັ້ນສູງທີ່ໄດ້ຮັບນະໂຍບາຍ ແລະ ພະນັກງານຫຼັກແຫ່ງອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.

ພົຈວ ຊາຍຄອງ ເພັດຊະວົງ ຮອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ຜ່ານມະຕິຕົກລົງຄະນະເລຂາສູນກາງພັກ ວ່າດ້ວຍການອະນຸມັດໃຫ້ນາຍຕຳຫຼວດພັກການຮັບອຸດໜູນ ແລະ ຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການອະນຸມັດໃຫ້ນາຍຕຳຫຼວດພັກການຮັບອຸດໜູນບຳນານ ຈຳນວນ 16 ສະ ຫາຍ ໃນນີ້ມີ ຊັ້ນ ພົນຈັດຕະວາ 1 ສະຫາຍ ແລະ ພັນເອກ 15 ສະຫາຍ, ໃນນີ້ມີ: ພົຈວ ປອ ມາລາ ວິລະຈິດ ອະດີດຮອງປະທານກຳມະທິການ ປກຊ-ປກສ ສະພາແຫ່ງຊາດ, ພັອ ນາງ ຈັນເດືອນ ເທພະວົງ ຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງ ປກສ, ພັອ ນາງ ຄໍາຢາດ ວິໄລວັນ ຫົວ ໜ້າຫ້ອງແມ່ຍິງ ກົມໃຫຍ່ການເມືອງ ປກສ, ພັອ ບຸນມະນີ ຫຼ້າພິມພອນ ຮອງຫົວໜ້າກົມປ້ອງກັນກໍາລັງ ກົມໃຫຍ່ການເມືອງ ປກສ, ພັອ ວັນຄໍາ ສາຍຕາແກ້ວ ຮອງຫົວໜ້າກົມສື່ມວນຊົນ ກົມໃຫຍ່ການເມືອງ, ພັອ ນາງ ໜູພັນ ບົວ ລະພາ ຮອງຫົວໜ້າກົມ 203 ກົມໃຫຍ່ສັນຕິບານ, ພັອ ທອງສ່ຽນ ສຸນາເຄນ ຫົວໜ້າຫ້ອງພະລາທິການ ກົມໃຫຍ່ສັນຕິບານ, ພັອ ຄໍາສຸກ ພົມພັກດີ ຫົວໜ້າກົມການເງິນ ກົມໃຫຍ່ພະລາທິການ ປກສ, ພັອ ດາວັນ ວິຄຳຊາວ ຫົວໜ້າກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການ ປກສ, ພັອ ສີທອນ ພິມສີວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການ ປກສ, ພັອ ພວງໄຊ ມະໄລຄໍາ ຮອງຫົວໜ້າກົມ 504, ພັອ ຈັນທະລາ ໄຊຍະວົງ ຮອງຫົວໜ້າກອງບັນຊາ ການ ປກສ ແຂວງ ບໍ່ແກ້ວ, ພັອ ສົມເພັດ ປັນແກ້ວ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄຊຍະບູລີ ແລະ ພັອ ວິໄຊທໍ່ ເພຍຫຼວງຈົງເຊີ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄຊສົມບູນ, ພັອ ທອງພັນ ຈັນທະລາ ຫົວໜ້າພະແນກ ກົມ 504.


ໃນໂອກາດນີ້, ພົຕ ຄອນສະຫວັນ ສົມພາໄຊ ໂອ້ລົມຕໍ່ພິທີປະກາດນາຍຕຳຫຼວດຂັ້ນສູງອອກພັກການ-ຮັບອຸດ ໜູນບຳນານ ໃນຄັ້ງນີ້, ເຊິ່ງທ່ານໄດ້ນຳເອົາຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງ, ຄວາມເປັນຫ່ວງເປັນໄຍມາຍັງບັນດາສະຫາຍ ແລະ ກ່າວວ່າ: ການພັກການ-ຮັບອຸດໜູນບຳນານ ແມ່ນການປະຕິບັດຕາມແນວທາງນະໂຍ ບາຍຂອງພັກ-ລັດ, ແມ່ນການປະຕິບັດກົດໝາຍຂອງກໍາລັງປ້ອງກັນຄວາມສະຫງົບ ກໍຄືການປະຕິບັດກົດໝາຍພະນັກ ງານລັດຖະກອນ ແລະ ກົດໝາຍປະກັນສັງຄົມ, ແມ່ນກົດ ເກນ, ແມ່ນວຽກປົກກະຕິຂອງວຽກງານພະນັກງານ ທີ່ມີການເຄື່ອນເໜັງ, ທັງແມ່ນການປະຕິບັດນະໂຍບາຍອັນສູງສົ່ງ ຂອງພັກ-ລັດ, ຂອງການຈັດຕັ້ງ, ຂອງກົມກອງ ທີ່ມີຕໍ່ບັນດາສະຫາຍ ທີ່ຮອດອາຍຸກະສຽນ, ມີມາດຖານເງື່ອນ ໄຂຄົບຖ້ວນ ໃຫ້ໄດ້ພັກຜ່ອນ ພັກການຮັບອຸດໜູນ-ບຳນານຕາມລະບຽບການ.


ນາຍຕຳຫຼວດ ທີ່ອອກພັກການ-ຮັບອຸດໜູນບຳນານ ແມ່ນຜູ້ທີ່ໄດ້ສໍາເລັດໜ້າທີ່-ທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້; ຕະຫຼອດໄລຍະຜ່ານ, ບັນດາສະຫາຍ ໄດ້ປະກອບສ່ວນທາງດ້ານສະຕິປັນຍາ, ເຫື່ອແຮງຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ເຂົ້າໃນພາລະກິດປະຕິວັດ, ກໍຄືການປະຕິບັດໜ້າທີ່ຂອງຕົນເຮັດໃຫ້ກົມກອງ-ທ້ອງຖິ່ນຍາດໄດ້ຜົນສໍາເລັດໃນຫຼາຍດ້ານ, ເຊິ່ງເປັນການປະກອບສ່ວນອັນໃຫຍ່ ຫຼວງເຂົ້າໃນການເຮັດໃຫ້ກົມກອງ, ເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບ ເຮັດສໍາເລັດໜ້າທີ່ ແລະ ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.







