ລະຫວ່າງວັນທີ 10-11 ກັນຍາ 2026 ນີ້, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແຂວງຜົ້ງສາລີ, ໂດຍການຕ້ອນຮັບຂອງ ພົຕ ສົມພອນ ມິດຕະພອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີບັນດາທ່ານຄະ ນະປະຈໍາພັກແຂວງ, ກຳມະການພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍ ກຳລັງ ປກຊ- ປກສ, ອະດິດການນໍາແຂວງ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງ ແຂວງເຂົ້າຮ່ວມ.

ໃນພິທີ, ພົຕ ສົມພອນ ມິດຕະພອນ ກຳມະການສູນ ກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະ ພາປະຊາຊົນແຂວງ ຂຶ້ນລາຍງານສະພາບການຈັດຕັ້ງປະຕິ ບັດວຽກງານຮອບດ້ານ ຂອງແຂວງ ໃນໄລຍະ 5 ປີ 2021- 2025 ຜ່ານມາ ແລະ ທິດທາງໃນ 5 ປີ 2026-2030 ຂອງແຂວງ ເຊິ່ງໄລຍະ 5 ປີຜ່ານມາ, ການນໍາແຂວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຂອງພັກ ໂດຍໄດ້ສືບຕໍ່ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ຢ່າງເປັນປົກກະຕິ, ປັບປຸງກຳລັງ ປກຊ-ປກສ ທຸກຂັ້ນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ສາມາດແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໄດ້ຫຼາຍບັນຫາ ເປັນຕົ້ນແມ່ນ: ເກັບກູ້ອາວຸດລ່າເນື້ອ, ການຖອນອາວຸດເສິກ, ແກ້ໄຂບັນຫາສິ່ງເສບຕິດ, ແກ້ງຄໍເຊັນເຕີ, ສະແກມເມີ ລວມທັງປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານດ້ວຍມາດຕະການທີ່ເຂັ້ມງວດ.



ນອກຈາກນີ້.ໄລຍະ 5 ປີ ຜ່ານມາ, ເສດຖະກິດຂະ ຫຍາຍຕົວສະເລ່ຍ 6,34%, ມູນຄ່າລວມຍອດຜົນຜະລິດ ຕະພັນພາຍໃນ (GDP) ບັນລຸ 24.372 ຕື້ກີບ.ລາຍຮັບສະ ເລ່ຍຕໍ່ຫົວຄົນ, ປີ 2025 ປະຕິບັດໄດ້ 1.809 ໂດລາສະຫະ ລັດ (ລື່ນແຜນ 42,07%, ເພີ່ມຂຶ້ນຈາກປີ 2020 ຈຳນວນ 821 ໂດລາສະຫະລັດ), ຊຶ່ງມີການຂະຫຍາຍຕົວຕາມຂົງ ເຂດຂະແໜງການ,ດ້ານກະສິກຳ ແລະ ສິ່ງແວດລ້ອມ: ໄດ້ສົ່ງເສີມການປູກພືດເປັນສິນຄ້າ ເຊັ່ນ: ຊາ, ຢາງພາລາ, ກາ ເຟ, ອ້ອຍ, ກ້ວຍ, ໝາກແໜ່ງ ແລະ ພືດລະດູແລ້ງ; ການລ້ຽງສັດແບບຟາມມີທ່າອ່ຽງເພີ່ມຂຶ້ນ; ອັດຕາການປົກຫຸ້ມປ່າໄມ້ຮັກສາໄດ້ 70%; ອອກໃບຕາດິນໄດ້ 19.062 ຕອນ (ລື່ນແຜນ 27,08%), ດ້ານອຸດສາຫະ


ກຳ ແລະ ການຄ້າ: ໄດ້ສົ່ງເສີມຜະລິດຕະພັນ ODOP ໄດ້ 32 ກາໝາຍ 148 ຜະລິດ ຕະພັນ; ຫົວໜ່ວຍທຸລະກິດເພີ່ມຂຶ້ນເປັນ 3,448 ຫົວໜ່ວຍ (ເພີ່ມຂຶ້ນ 1.140 ຫົວໜ່ວຍທຽບໃສ່ປີ 2020), ດ້ານການພັດທະນາພື້ນຖານໂຄງລ່າງ: ສາມາດຂະ
ຫຍາຍລະບົບຕາຂ່າຍໄຟຟ້າເຂົ້າເຖິງ 382 ບ້ານ (ກວມ 70,65%); ເສັ້ນທາງໄປມາໄດ້ 2 ລະດູມີ 379 ບ້ານ (ກວມ 7535%); ລະບົບໂທລະສັບມືຖື ແລະ ອິນເຕີເນັດ (3G, 4G) ຂະ ຫຍາຍຕົວຢ່າງກວ້າງຂວາງ; ພາກລັດນຳໃຊ້ລະບົບ E-Office ແລະ G-Share.
ດ້ານງົບປະມານ: ສາມາດຂຸດຄົ້ນລາຍຮັບພູດທ້ອງຖິ່ນໄດ້ 570,70 ຕື້ກີບ (ລື່ນແຜນ 70,51%). ລົງກໍ່ສ້າງຮາກ ຖານການເມືອງ ແລະ ແກ້ໄຂຄວາມທຸກຍາກຢູ່ 128 ບ້ານຈຸດສຸມ, ປັດຈຸບັນ ທົ່ວແຂວງມີ 503 ບ້ານ. ໃນນີ້,ມີບ້ານພົ້ນທຸກກວມ 5262%, ຄອບຄົວພົ້ນທຸກກວມ 50,47%, ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດໄດ້ 6 ຈຸດ, ດ້ານວັດທະນະທຳ-ສັງຄົມ ໄດ້ຍົກລະດັບໂຄງລ່າງໂຮງຮຽນຈາກແບບປະຖົມປະຖານເປັນແບບຖາວອນເທື່ອລະກ້າວ, ແກ້ໄຂບັນຫາຂາດແຄນຄູ ແລະ ຈັດຕັ້ງປະຕິບັດ 12 ຕົວຊີ້ວັດ (ບັນລຸ 5 ຕົວຊີ້ວັດໃນປີ 2025), ຊຸກຍູ້ການປັບປຸງຕາ ໜ່າງສາທາລະນະສຸກ, ປະຊາຊົນເຂົ້າເຖິງການບໍລິການ 489 ບ້ານ, ບ້ານຊົມໃຊ້ນ້ຳລິນ/ນ້ຳສະອາດ 444 ບ້ານ.
ພ້ອມນີ້, ໄດ້ດໍາເນີນການຈັດຕັ້ງປະຕິບັດວຽກງານກວດກາພັກ ແລະ ກວດກາລັດ ດ້ວຍມາດຕະການທີ່ເຂັ້ມງວດ, ຊຶ່ງໃນ 5 ປີ ຜ່ານມາ, ສາມາດກວດພົບ ແລະ ແກ້ໄຂກໍລະນີກະທໍາຜິດ ຂອງສະມາຊິກພັກ ໄດ້ທັງໝົດ 103 ກໍ ລະນີ.
ການດຳເນີນການສືບສວນ-ສອບສວນຄະດີພະນັກ ງານທີ່ມີພຶດຕິກຳສໍ້ລາດບັງຫຼວງ 2 ເລື່ອງ ( ເປົ້າໝາຍ 5 ຄົນ). ພ້ອມກັນນີ້, ໄດ້ວາງທິດທາງແຜນການ ແລະ ວຽກ ງານຈຸດສຸມ 5 ປີຕໍ່ໜ້າ (2026-2030) ໂດຍມີເປົ້າໝາຍລວມຂອງການພັດທະນາ ລວມມີ 6 ເປົ້າໝາຍໃຫຍ່: 1.ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ຂະຫຍາຍຕົວຕໍ່ເນື່ອງ ແລະ ໝັ້ນທ່ຽງ, 2.ກໍ່ສ້າງຊັບພະຍາກອນມະ ນຸດໃຫ້ມີຄຸນນະພາບ ແລະ ຮູ້ນຳໃຊ້ເຕັກໂນໂລຊີທັນສະ ໄໝ, 3.ປະຊາຊົນໄດ້ຮັບການຈັດສັນອາຊີບ, ມີລາຍໄດ້ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ, 4.ປົກປັກຮັກ ສາສິ່ງແວດລ້ອມ ແລະ ກຽມພ້ອມຮັບມືໄພພິບັດ, 5.ສ້າງພື້ນຖານໂຄງລ່າງເພື່ອເຊື່ອມໂຍງພາຍໃນ ແລະ ຕ່າງປະ ເທດ, 6.ຄຸ້ມຄອງບໍລິຫານລັດຕາມທິດລັດແຫ່ງກົດໝາຍຢ່າງສັກສິດ.
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ມີຄຳເຫັນໂອ້ ລົມ ແລະ ມີທິດຊີ້ນຳ ຕໍ່ພະນັກງານຫຼັກແຫຼ່ງ ເຊີ່ງທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຄະນະພັກ, ພະນັກງານທຸກຂົງ ເຂດວຽກງານທີ່ໄດ້ເອົາໃຈໃສ່ເຂົ້າໃນການຈັດຕັ້ງປະຕິບັດວຽກງານບັນລຸຜົນສໍາເລັດຕາມແຜນທີ່ວາງໄວ້ ເຖີງແມ່ນ ວ່າສະພາບທາງດ້ານເສດຖະກິດພົບຄວາມຫຸ້ຍງຍາກ. ພອ້ມນີ້, ທ່ານ ຍັງໄດ້ເນັ້ນໃຫ້ຄະນະພັກ-ຄະນະນຳ ແລະ ພະນັກງານຫຼັກແຫຼ່ງແຕ່ລະຂັ້ນ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ໃຫ້ຮັບປະກັນສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ພ້ອມທັງ ແກ້ໄຂບັນດາປະ ກົດການຫຍໍ້ທໍ້ທາງສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ; ສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນຄະນະພັກ-ຄະນະນຳແຕ່ ລະຂັ້ນ ແລະ ຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ໃຫ້ເປັນປຶກແຜ່ນແໜ້ນໜາ.
ສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ໂດຍສະເພາະ 6 ທິດທາງລວມ, 4 ມາດຕະການ ແລະ 14 ມາດຕະການເພີ່ມເຕີມ ທີ່ສະພາແຫ່ງຊາດໄດ້ຮັບຮອງ ໃຫ້ມີຄວາມຄືບໜ້າ ແລະ ໄດ້ຮັບຜົນສໍາເລັດ; ຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ເປັນຂະ ບວນການ ແລະ ຫັນປ່ຽນຢ່າງແຂງແຮງ; ສຸມໃສ່ຫັນການຈັດເກັບລາຍຮັບເປັນທັນສະໄໝ, ຈັດເກັບລາຍຮັບເຂົ້າງົບປະມານ ຈາກຖານທີ່ມີແລ້ວ ແລະ ຂະຫຍາຍຖານລາຍຮັບໃໝ່ ໃຫ້ມີຄວາມໝັ້ນຄົງ; ເອົາໃຈໃສ່ປັບປຸງຄຸນນະພາບການຮຽນ-ການສອນ ທຸກຊັ້ນ-ທຸກສາຍ ໃຫ້ໄດ້ຮັບຜົນດີ, ແກ້ໄຂການປະລະການຮຽນ ແລະ ກຽມຄວາມພ້ອມ ໃຫ້ແກ່ການນໍາໃຊ້ຫຼັກສູດສາມັນສຶກສາໃໝ່ 6+3+3; ເຝົ້າລະ ວັງພະຍາດຕາມລະດູການ, ຈັດສັນເນື້ອທີ່ທໍາການຜະ ລິດ, ການຈັດສັນທີ່ຢູ່ອາໃສຂອງປະຊາຊົນທີ່ເຫັນວ່າບອ່ນທີ່ມີຄວາມສຽ່ງຕໍ່ໄພທໍາມະຊາດເອົາໃຈໃສ່ການປຸກພຶດເປັນສິນ ຄ້າທີ່ເຫັນວ່າບອ່ນມີທ່າແຮງແຕ່ຕອ້ງເອົາໃຈໃສ່ດ້ານສີ່ງແວດລອ້ມໂດຍສະເພາະແມ່ນຝຸ່ນທີ່ນໍາໃຊ້ມີຜົນກະທົບຕໍ່ສີ່ງແວດລອ້ມ, ເອົາໃຈໃສ່ປາບປາມເຄືອຂ່າຍສະແກມເມີ ແລະ ດ້ານອຶ່ນໆອິກ.
