ກົມສື່ມວນຊົນ ກົມໃຫຍ່ການເມືອງ ປກສ ໄດ້ຈັດຊຸດຝຶກອົບຮົມວຽກງານສື່ມວນຊົນ ປກສ ທົ່ວປະເທດ ຄັ້ງທີ II ໃນວັນທີ 21 ກັນຍາ 2026, ເປັນປະທານໂດຍ ພົຈວ ເພີນຄຳ ແສງດາລາ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີ ພັອ ພອນພິລຸນ ປັນຍາສິລິ ຫົວໜ້າກົມສື່ມວນຊົນ, ມີຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງ ກະຊວງ, ພ້ອມດ້ວຍວິທະຍາກອນ, ສຳມະນາກອນ ທີ່ເຮັດວຽກງານສື່ມວນຊົນ ມາຈາກກົມກອງອ້ອມຂ້າງກະຊວງ ປກສ ແລະ ປກສ ແຂວງ, ກອງທັບ ເຂົ້າຮ່ວມ.

ພັອ ພອນພິລຸນ ປັນຍາສິລິ ໃຫ້ຮູ້ວ່າ: ຊຸດຝຶກອົບຮົມວຽກງານສື່ມວນຊົນ ປກສ ທົ່ວປະເທດ ຄັ້ງທີ II ຈັດຂຶ້ນເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ເນັ້ນໜັກວ່າ: “ເພີ່ມທະວີການພັດທະນາວຽກງານຖະແຫຼງຂ່າວ-ສື່ມວນຊົນ ໃຫ້ເຂັ້ມແຂງ, ທັນສະໄໝ, ວ່ອງໄວ, ທັນການ ກາຍເປັນກະບອກສຽງທີ່ແຫຼມຄົມຂອງພັກ ຕິດພັນກັບການຍົກລະດັບວຽກງານໂຄສະນາປະຊາສໍາພັນ ດ້ວຍຫຼາຍຮູບຫຼາຍສີ, ມີຄວາມຈັບອົກຈັບ ໃຈ ແລະ ອຸດົມສົມບູນກວ່າເກົ່າ “. ພ້ອມນັ້ນ, ຍັງເປັນການຜັນຂະຫຍາຍຈິດໃຈຂອງກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໃຫ້ເປັນຮູບປະທຳ ພາຍໃຕ້ແນວທາງ “ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນ ໃຫ້ຫັນສູ່ຄຸນນະພາບໃໝ່ຢ່າງແຂງແຮງ”; ທັງນີ້, ເພື່ອຍົກສູງຄຸນນະພາບວຽກງານສື່ມວນຊົນຂອງກໍາລັງປ້ອງກັນຄວາມສະຫງົບ ໃຫ້ຫັນສູ່ຄຸນນະພາບໃໝ່ ທັງດ້ານເນື້ອໃນ ແລະ ຮູບການ; ມີຄວາມຖືກ ຕ້ອງ, ຊັດເຈນ,ວ່ອງໄວ, ທັນສະໄໝ ເພື່ອຮັບໃຊ້ປະເທດຊາດ ແລະ ປະຊາຊົນ ດ້ວຍຄວາມບໍລິສຸດໃຈ ສົມກັບເປັນກະບອກສຽງ ທີ່ແຫຼມຄົມຂອງພັກ ແລະ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ.

ຊຸດຝຶກອົບຮົມວຽກງານສື່ມວນຊົນ ປກສ ທົ່ວປະເທດຄັ້ງນີ້ ມີສຳມະນາກອນເຂົ້າຮ່ວມ 44 ສະຫາຍ, ໃນນີ້ຈະໄດ້ຮຽນຮູ້ 6 ຫົວຂໍ້ສໍາຄັນຄື: ຈັນຍາບັນຂອງສື່ມວນຊົນ ແລະ ກົດໝາຍສື່ມວນຊົນ; ການເປັນນັກຈັດລາຍການ ແລະ ພິທີກອນ; ຄວາມຮູ້ພື້ນຖານຂອງການຂຽນຂ່າວ ແລະ ບົດວິເຄາະຂ່າວສະຖານະການ; ການຂຽນຂ່າວຕອບໂຕ້ຂ່າວປອມ-ຂ່າວບິດເບືອນ ແລະ ບົດວິຈານ; ການນໍາໃຊ້ AI ເຂົ້າໃນການຂຽນຂ່າວ; ການຕັດຕໍ່ວິດີໂອ ແລະ ວິທີການສົ່ງຂ່າວ ແລະ ອື່ນໆ.


