ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອວັນຄູແຫ່ງ ຊາດ ຄົບຮອບ 32 ປີ (7 ຕຸລາ 1994-7 ຕຸລາ 2026) ໃນວັນທີ 2 ຕຸລາ 2026 ປາຖະກະຖາໂດຍ ພົຈວ ປອ ບຸນຊະ ນະ ສິມມາລາວົງ ຫົວໜ້າອຳນວຍການ ວສປ, ມີຄະນະ ພັກ-ຄະນະອຳນວຍການ, ຄະນະຫ້ອງ, ຄະນະວິຊາ, ຄູ- ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.


ພົຈວ ປອ ບຸນຊະນະ ສິມມາລາວົງ ໄດ້ປາຖະກະຖາມູນເຊື້ອວັນດັ່ງກ່າວ ເຊິ່ງມີບາງຕອນໃຫ້ຮູ້ວ່າ: ພາຍຫຼັງພວກລ່າເມືອງຂຶ້ນໄດ້ມາຍຶດຄອງລາວ ໃນປີ ຄສ 1893 ເປັນຕົ້ນມາ ພວກເຂົາເຈົ້າບໍ່ໄດ້ເອົາໃຈໃສ່ເຖິງການຂະຫຍາຍໂຮງຮຽນຢູ່ໃນປະເທດລາວພໍເທົ່າໃດ. ມາເຖິງປີ ຄສ 1905 ທົ່ວປະ ເທດ ມີໂຮງຮຽນພຽງແຕ່ສອງແຫ່ງ ຄື: ຫຼວງພະບາງ ແລະ ວຽງຈັນ. ຄົນລາວທີ່ໄດ້ເຂົ້າຮຽນ ແມ່ນມີໜ້ອຍເຕັມທີ່ໃນຈໍານວນດັ່ງກ່າວໄດ້ມີຄົນລາວຊື່ ທ້າວຄໍາ ໄດ້ຮຽນຈົບຫ້ອງທີ I (ປ.6, ປີ ຄສ 1907 ທ້າວຄໍາ ໄດ້ເຂົ້າຮ່ວມຮັບການອົບຮົມຄູ ເຊິ່ງຖືວ່າ ເປັນຄັ້ງທໍາອິດໃນປະຫວັດສາດຂອງຊາດລາວ ທີ່ໄດ້ມີການຈັດອົບຮົມຄູ, ພາຍຫຼັງການອົບຮົມສຳເລັດ ມາເຖິງວັນທີ 7 ຕຸລາ 1907 ທ້າວຄໍາ ເລີ່ມເປັນຄູສອນ. ຍ້ອນພວກລ່າເມືອງຂື້ນເຫັນອິດທິພົນຂອງພະສົງໃນວຽກງານການສຶກສາ ພວກເຂົາຈຶ່ງຫັນນະໂຍບາຍເພື່ອຜັນຂະຫຍາຍໂຮງຮຽນໃຫ້ກວ້າງອອກກວ່າເກົ່າດ້ວຍຮູບການເປີດໃຫ້ມີໂຮງຮຽນສ້າງຄູສົງຂຶ້ນໃນປີ 1907 ທີ່ວັດຈັນ, ເຊິ່ງປະກອບມີພະສົງ 50 ກວ່າອົງໄດ້ເຂົ້າຮຽນ. ທ້າວຄໍາ ກໍເປັນຄູສອນຢູ່ໂຮງຮຽນສ້າງຄູສົງແຫ່ງນັ້ນ. ຍ້ອນຈິດໃຈຮັກຊາດຂອງນາຍຄູຄໍາ, ໃນເວລາສິດສອນຢູ່ໂຮງຮຽນສ້າງຄູສົງ ນາຍຄູຄໍາ ໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ພະສົງທີ່ຈະເປັນຄູໃຫ້ມີຄວາມຮັກຊາດລາວ, ເພື່ອບໍ່ໃຫ້ຊາດລາວເສື່ອມເສຍເປັນຕ່າງຊາດ, ຍ້ອນພະສົງໄດ້ຮັບການສຶກສາອົບຮົມຢູ່ໃນໂຮງຮຽນຄືເຊັ່ນນັ້ນ ພາຍຫຼັງທີ່ພວກເພິ່ນຈົບການອົບຮົມຄູແລ້ວ, ກໍໄດ້ມີພະສົງຫຼາຍອົງບໍ່ຍອມໄປເປັນຄູ ເພື່ອຮັບໃຊ້ນະໂຍບາຍການສຶກສາຂອງພວກລ່າເມືອງ, ປີ ຄສ 1913 ຄູຄໍາ ໄດ້ສອນຢູ່ໂຮງຮຽນ ຕັບໂຟແຣງ (ປີແອ ຕັບໂຟແຣງ) ລວມມີຄູລາວ 3 ຄົນ.

ມາເຖິງກາງເດືອນພະຈິກ ປີ ຄສ 1920 ຂະບວນການຕໍ່ສູ້ຂອງປະຊາຊົນລາວ ນໍາໂດຍນາຍ ຄູຄໍາ ໄດ້ລະເບີດຂື້ນຢູ່ວຽງຈັນ, ການຕໍ່ສູ້ໄດ້ດໍາເນີນໄປຢ່າງຮຸນແຮງ ຄູຄຳ ໄດ້ຖືກພວກຝຣັ່ງຈັບ ແລະ ນໍາຕົວໄປຂັງຄຸກ. ພາຍຫຼັງຖືກຄຸມຂັງໄດ້ໄລຍະໜຶ່ງ ນາຍຄູຄຳ ໄດ້ໂຕນອອກຈາກຄຸກແລ້ວຂ້າມ ແມ່ນໍ້າຂອງໄປອາໄສຢູ່ນຳພີ່ນ້ອງທີ່ບາງກອກ (ປະເທດໄທ). ປີ 1949 ນາຍຄູຄຳ ໄດ້ເຈັບປ່ວຍ ແລະ ໄດ້ເສຍຊີວິດຍ້ອນພະຍາດຂອງເພິ່ນຢູ່ທີ່ວັດສີທາຣາມ (ປະເທດໄທ).



ພາຍຫຼັງປະຊາຊົນລາວໄດ້ລຸກຮື້ຂຶ້ນຍຶດອໍານາດ ໃນວັນ ທີ 12 ຕຸລາ 1945 ເປັນຕົ້ນມາ, ການ ສຶກສາມີລັກສະນະຊາດ ຈຶ່ງຄ່ອຍໆປະກົດຕົວເປັນຮູບເປັນຮ່າງຂື້ນມາ, ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອຕ້ານກັບລັດທິລ່າເມືອງຂື້ນແບບໃໝ່ຂອງຈັກກະພັດພາຍນອກ ແລະ ຜູ້ຮຸກ ຮານ ໄດ້ຮັບໄຊຊະນະ ແລະ ສາທາລະນະລັດ ປະຊາ ທິປະ ໄຕ ປະຊາຊົນລາວ ໄດ້ຮັບການສະຖາປານາຂຶ້ນໃນວັນທີ 2 ທັນວາ 1975 ເຫດການປະຫວັດສາດ ດັ່ງກ່າວກໍໄດ້ເປັນເງື່ອນໄຂເອື້ອອໍານວຍໃຫ້ແກ່ການສຶກສາຂອງລາວໄດ້ຮັບການພັດທະນາ, ໂຮງຮຽນໄດ້ຂະຫຍາຍຕົວຢ່າງໄວວາຈາກຕົວເມືອງໄປສູ່ຊົນນະບົດ, ລູກຫຼານຂອງປະຊາຊົນບັນດາເຜົ່າໄດ້ເຂົ້າຮໍ່າຮຽນຢູ່ໂຮງຮຽນ, ພວກເຮົາໄດ້ມີຖັນແຖວຄູ ທີ່ມີນໍ້າໃຈຮັກຫອມປະເທດຊາດ, ມີຄວາມຮູ້ຄວາມສາ ມາດ ເຊິ່ງໄດ້ຜ່ານການອົບຮົມມາຈາກຫຼາຍປະເທດ ໃນພາກພື້ນແຫ່ງໂລກຕາເວັນຕົກ, ຕາເວັນອອກ ແລະ ຈາກການຊຸບຫຼໍ່ກໍ່ສ້າງ ຢູ່ພາຍໃນປະເທດຢ່າງພຽງພໍ ເຂົາເຈົ້າເຫຼົ່ານັ້ນໄດ້ນໍາເອົາຄວາມຮູ້-ຄວາມສາມາດປະກອບສ່ວນກໍ່ສ້າງປະເທດຊາດ ເພື່ອນໍາເອົາຄວາມສົມບູນພູນສຸກມາສູ່ປະຊາ ຊົນບັນດາເຜົ່າ, ຊື່ສຽງຂອງຄູໄດ້ຕິດພັນກັບຂະບວນວິວັດແຫ່ງການພັດທະນາປະເທດຊາດມາແຕ່ລະສະໄໝ.


ດັ່ງນັ້ນ, ເພື່ອເຮັດໃຫ້ຄວາມສໍານຶກເຖິງຄຸນງາມຄວາມ ດີຂອງຄູໃນສັງຄົມໄດ້ກາຍເປັນພຶດຕິກຳໃນຕົວຈິງ ຈຶ່ງເຫັນມີຄວາມຈຳເປັນຈະຕ້ອງກຳນົດໃຫ້ມີວັນຄູແຫ່ງຊາດລາວ ໂດຍກຳນົດເອົາວັນເຂົ້າຮັບລາຊະການ ເພື່ອເປັນຄູຂອງນາຍ ຄູຄໍາ, ຊື່ງແມ່ນຄູຜູ້ທີ່ມີສັນຊາດລາວ ຄົນທໍາອິດ ແລະ ກຳນົດວັນທີ 7 ຕຸລາ ເພື່ອເປັນວັນຄູແຫ່ງຊາດລາວ, ວັນຄູແຫ່ງຊາດລາວ ໄດ້ຖືກປະກາດໃຊ້ຕັ້ງແຕ່ວັນທີ 7 ຕຸລາ ປີ 1994 ເປັນຕົ້ນມາ ຈົນຮອດປັດຈຸບັນ ເມື່ອຮອດວັນທີ 7 ຕຸລາທຸກປີ ຈະມີພິທີການເລົ່າປະຫວັດ ແລະ ອວຍພອນຄູຂຶ້ນໃນທຸກໂຮງຮຽນ ແລະ ທຸກສະຖາບັນການສຶກສາທົ່ວປະເທດ.
ຫຼັງຈາກນັ້ນ, ໃນພິທີ, ຍັງໄດ້ຜ່ານຂໍ້ຕົກລົງກະຊວງ ປກສ ວ່າດ້ວຍການມອບໃບຍ້ອງຍໍ ກະຊວງ ປກສ ໃຫ້ ຄູ ວສປ ເນື່ອງໃນວັນຄູແຫ່ງຊາດ ຄົບຮອບ 31 ປີ ຈໍານວນ 58 ສະຫາຍ ຍິງ 4 ສະຫາຍ ແລະ ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ປກສ ວ່າດ້ວຍການມອບໃບຍ້ອງຍໍ ກົມໃຫຍ່ການເມືອງ ປກສ ໃຫ້ກົມກອງລວມໝູ່ ແລະ ຄູ ວສປ ເນື່ອງໃນວັນຄູແຫ່ງຊາດ ຄົບຮອບ 31 ປີ ຈຳນວນ 17 ກົມກອງ, 64 ສະຫາຍ ຍິງ 11 ສະຫາຍ ແລະ ນັກສຶກສາ ວສປ ກໍຍັງໄດ້ມອບກະຕ່າຂອງຂວັນໃຫ້ຄະນະພັກ-ຄະນະອໍາ ນວຍການ, ຄູ-ອາຈານ ວສປ ເພື່ອເປັນການສະແດງຄວາມຮູ້ບຸນຄຸນໃນການສິດສອນ ແລະ ຖ່າຍທອດຄວາມຮູ້ໃຫ້ແກ່ນັກສຶກສາຕະຫຼອດໄລຍະຜ່ານມາ.
