ພິທີປິດຊຸດຮຽນສູນຝຶກວິຊາສະເພາະ ຊັ້ນຕົ້ນ ຮຸ່ນທີ XII ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຂຶ້ນໃນວັນທີ 6 ກຸມພາ 2025, ເຂົ້າຮ່ວມໂດຍ ພົຈວ ປອ ຫຸມພັນ ຜິວເຂັມພອນ ຮອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ມີບັນດາຄະນະພັກ-ຄະນະກອງບັນຊາການປ້ອງກັນທີ່ຕັ້ງ, ຄະນະຮັບຜິດຊອບສູນຝຶກວິຊາສະເພາະ, ພະນັກງານ, ຄູ-ອາຈານ ພ້ອມດ້ວຍນັກຮຽນເຂົ້າຮ່ວມ.

ພັທ ຫົງຄຳ ແສງສຸລິດ ຫົວໜ້າສູນຝຶກວິຊາສະເພາະປ້ອງກັນທີ່ຕັ້ງ ໃຫ້ຮູ້ວ່າ: ນັກ ຮຽນວິຊາສະເພາະປ້ອງກັນທີ່ຕັ້ງ ສົກຮຽນ 2024-2025 ຮຸ່ນທີ XII ມີນັກຮຽນທັງ ໝົດ 237 ຍິງ 76 ສະຫາຍ, ເຊິ່ງມາຈາກກົມກອງອ້ອມຂ້າງກະຊວງ ແລະ ປກສ ແຂວງທົ່ວປະເທດ, ຫຼັກສູດ ແມ່ນກຳນົດເວລາການຮຽນ-ການສອນ 1 ປີ ແລະ ໄດ້ຈັດຕັ້ງການຮຽນ-ການສອນຄື: ວິຊາເບື້ອງຕົ້ນຂອງກໍາລັງມີ 2 ວິຊາ; ໝວດວິຊາຄວາມຮູ້ທົ່ວໄປ ມີ 4 ວິຊາ; ໝວດວິຊາພື້ນຖານວິຊາສະເພາະ ມີ 11 ວິຊາ ແລະ ໝວດວິຊາສະເພາະ ມີ 9 ວິຊາ.



ຜ່ານການສອບເສັງວິຊາການເມືອງໄດ້ຄະແນນ 9 ຈໍານວນ 41 ສະຫາຍ ຍິງ 23 ສະ ຫາຍ, ຄະແນນ 8 ຈໍານວນ 157 ສະຫາຍ ຍິງ 52 ສະຫາຍ, ຄະແນນ 7 ຈໍານວນ 39 ສະຫາຍ ຍິງ 1 ສະຫາຍ; ວິຊາກົດໝາຍ: ໄດ້ຄະແນນ 9 ຈໍານວນ 22 ສະຫາຍ ຍິງ 16 ສະຫາຍ, ຄະແນນ 8 ຈໍານວນ 158 ສະຫາຍ ຍິງ 53 ສະຫາຍ, ຄະແນນ 7 ຈໍານວນ 57 ສະຫາຍ ຍິງ 7 ສະຫາຍ ແລະ ວິຊາສະເພາະ: ໄດ້ຄະແນນ 9 ຈໍານວນ: 4 ສະຫາຍ, ຍິງ 2 ສະຫາຍ, ຄະແນນ 8 ຈໍານວນ 184 ສະຫາຍ ຍິງ 73 ສະຫາຍ, ຄະແນນ 7 ຈໍານວນ 49 ສະຫາຍ ຍິງ 1 ສະຫາຍ.

ໃນພິທີ, ໄດ້ມີການປະດັບຊັ້ນ ສິບໂທ ໃຫ້ນັກຮຽນທີ່ສໍາເລັດການສຶກສາໃນຄັ້ງນີ້ ພ້ອມທັງໄດ້ມອບໃບຍ້ອງຍໍຂອງກົມໃຫຍ່ການເມືອງ ແລະ ໃບຍ້ອງຍໍ້ຂອງກອງບັນຊາການປ້ອງກັນທີ່ຕັ້ງ ໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການຄົ້ນຄວ້າຮໍ່າຮຽນ ແລະ ຝຶກຜົນຫຼໍ່ ຫຼອມຕົນເອງ; ໃນນີ້ ໄດ້ຮັບການຍ້ອງຍໍຈາກກົມໃຫ່ຍການເມືອງປ້ອງກັນຄວາມສະ ຫງົບ ຈໍານວນ 43 ສະຫາຍ ຍິງ 18 ສະຫາຍ ແລະ ຂັ້ນກອງບັນຊາການປ້ອງກັນທີ່ຕັ້ງ ຈຳນວນ 80 ສະຫາຍ ຍິງ 25 ສະຫາຍ.
