ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຄະນະພັກ ອົງການກວດສອບແຫ່ງລັດ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 25 ສິງຫາ 2025 ທີ່ໂຮງແຮມຮໍລິເດອິນ ນະ ຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ສຈ ປອ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ ພ້ອມແຂກຖືກເຊີນ ຜູ້ແທນກອງປະຊຸມ ແລະ ພະນັກງານປະຕິ ວັດອາວຸໂສບຳນານເຂົ້າຮ່ວມ.

ສະຫາຍ ວຽງທະວີສອນ ເທບພະຈັນ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ ໂດຍມີເນື້ອໃນບາງຕອນສຳຄັນວ່າ: ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຄະນະພັກ ອົງການກວດສອບແຫ່ງລັດ ໄດ້ໄຂຂຶ້ນຢ່າງເປັນທາງການ ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນທາງດ້ານການເມືອງ ເປັນການປະຕິບັດຫຼັກການນໍາພາ ແລະ ການຈັດ ຕັ້ງຂອງພັກ ແນໃສ່ປັບປຸງພັກ ທາງດ້ານການເມືອງ ແນວຄິດ ການຈັດຕັ້ງ ແລະ ແບບແຜນວິທີນໍາພາ ແມ່ນບັ້ນດໍາເນີນຊີວິດການເມືອງພາຍໃນຄະນະພັກ ສະມາ ຊິກພັກ ທີ່ຈະເຮັດໃຫ້ມີຄຸນນະພາບ ບົດບາດຄວາມສາມາດການນໍາພາຂອງຄະນະ ພັກ ໄດ້ຮັບການເຊີດຊູສູງຂຶ້ນໃນແຕ່ລະຂົງເຂດວຽກງານ.

ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບຟັງລາຍງານການເມືອງ ບົດສຳຫຼວດການນໍາພາ, ເຊິ່ງຈະກວມລວມທັງດ້ານດີ ຂໍ້ຄົງຄ້າງ ສາຍເຫດ ແລະ ຮັບຮອງທິດທາງແຜນການ ຄາດ ໝາຍສູ້ຊົນ ຂອງຄະນະພັກ ອົງການກວດສອບແຫ່ງລັດ ແຕ່ນີ້ຮອດປີ 2030 ພ້ອມນັ້ນ ຍັງໄດ້ຮັບຟັງການປະກອບຄໍາເຫັນ ຂອງບັນດາສະຫາຍຜູ້ແທນສົມບູນ ຕາງໜ້າໃຫ້ຄະນະພັກ ແລະ ກົມວິຊາສະເພາະ ກົມປິ່ນອ້ອມຈໍານວນໜຶ່ງ.

ກອງປະຊຸມໄດ້ພ້ອມກັນໃຊ້ສິດປ່ອນບັດເລືອກຕັ້ງເອົາກຳມະການຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດຊຸດໃໝ່ ໃນນີ້ກອງປະຊຸມຄັ້ງປະຖົມມະລືກ ໄດ້ເຫັນດີເປັນເອກະສັນເລືອກເອົາຄະນະປະຈຳພັກ ອົງການກວດສອບແຫ່ງລັດ 3 ສະຫາຍ, ເລືອກເອົາ ສະຫາຍ ວຽງທະວີສອນ ເທບພະຈັນ ເປັນເລຂາຄະນະບໍລິຫານງານພັກ, ສະຫາຍ ຕ້ອຍ ພົນທິລາດ ເປັນຮອງເລຂາ, ເລືອກເອົາສະຫາຍ ບຸນເລີດ ເທບວົງສາ ເປັນປະທານກວດກາ, ສະຫາຍ ໄພຍະເວດ ໂພທິສານ ເປັນຮອງປະທານກວດກາ ແລະ 13 ສະຫາຍ ເປັນຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດ.

ໂອກາດທີ່ມີຄວາມໝາຍສຳຄັນ, ສະຫາຍ ວິໄລ ຫຼ້າຄຳຟອງ ໄດ້ເນັ້ນໜັກຕໍ່ບັນດາສະຫາຍຄະນະພັກຊຸດໃໝ່ ດັ່ງນີ້:
ໜຶ່ງ: ໃຫ້ຕັ້ງໜ້າຊີ້ນໍາ-ນໍາພາ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເປັນແຜນງານ, ໂຄງການ ແລະ ສ້າງເປັນນິຕິກຳລະອຽດ ເລີ່ມຕັ້ງແຕ່ການຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃນຄະນະບໍລິຫານງານພັກ ລົງໄປເຖິງຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ນອນໃນການຄຸ້ມຄອງໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບກັນທາງດ້ານທັດສະນະ, ການກະທຳ, ສາມາດຍູ້ຂະບວນຢ່າງແຂງແຮງ, ຕໍ່ເນື່ອງ ແລະ ມີປະສິດທິຜົນ.
ສອງ: ໃຫ້ແບ່ງວຽກ, ແບ່ງຄວາມຮັບຜິດຊອບ ພາຍໃນຄະນະບໍລິຫານງານພັກ, ຄະນະປະຈໍາພັກໃຫ້ລະອຽດ, ຈະແຈ້ງ; ຕ້ອງເຊີດຊູຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງ, ທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້, ຄວາມສາມາດ, ມີຄວາມເສຍສະຫຼະ ເພື່ອເຮັດສໍາເລັດໜ້າທີ່ ທີ່ຖືກມອບໝາຍໃຫ້.
ສາມ: ຕ້ອງຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດບັນດາຫຼັກການ, ລະບອບແບບແຜນວິທີນໍາພາຂອງພັກ ແລະ ມີຄວາມຮັບຜິດຊອບໂດຍກົງ ຕໍ່ຜົນໄດ້ຜົນເສຍຂອງວຽກງານທີ່ຖືກມອບໝາຍ, ເດັດຂາດແກ້ໄຂ ຕໍ່ການປະພຶດແບບອາດຍາສິດ, ສໍ້ລາດບັງຫຼວງ, ເສື່ອມທາດຂາດຄຸນ ແລະ ອື່ນໆ ທີ່ຈະນຳຜົນເສຍຫາຍມາສູ່ຕົນເອງ ແລະ ກົມກອງ.
ສີ: ຕ້ອງສືບຕໍ່ຕັ້ງໜ້າການຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິດທໍາປະຕິວັດ, ເປັນແບບຢ່າງນໍາໜ້າ ດ້ານຄວາມຈົ່ງຮັກພັກດີ ແລະ ຄວາມຊື່ສັດບໍລິສຸດ ຕໍ່ອຸດົມການຂອງພັກ ແລະ ຜົນປະໂຫຍດຂອງປະເທດຊາດ; ມີຄວາມສາມັກຄີຮັກແພງ ແລະ ມີຄວາມຈິງໃຈ ຕໍ່ໝູ່ຄະນະ ແລະ ຊ່ວຍເຫຼືອ ກໍ່ ສ້າງໝູ່ຄະນະໃຫ້ມີຄວາມເຂັ້ມແຂງ; ດໍາລົງຊີວິດແບບປອດໃສຂາວສະອາດ, ດຸໝັ່ນຊື່ສັດ, ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ ເພື່ອຍົກລະດັບດ້ານຕ່າງໆຂອງຕົນ ໃຫ້ສູງຂຶ້ນ ຢ່າງບໍ່ຢຸດຢັ້ງ.
ຫ້າ: ສືບຕໍ່ເສີມຂະຫຍາຍມູນເຊື້ອ ແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນ ແລະ ຄວາມສາ ມັກຄີກັບທຸກພາກສ່ວນໃຫ້ແໜ້ນແຟ້ນ, ເຊີດຊູຊ່ວຍເຫຼືອ, ເຄົາລົບເຊິ່ງກັນ ແລະ ກັນ ບົນພື້ນຖານແນວທາງຂອງພັກ.
ສິ່ງສຳຄັນ ການຖືກເລືອກເຂົ້າມາຢູ່ໃນຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດ ເພື່ອເຮັດໜ້າທີ່ອັນສຳຄັນ ຂອງພັກ, ຂອງລັດ ຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຕົນ ໂດຍສະເພາະການດຳເນີນການກວດສອບ, ການຄຸ້ມຄອງ, ການນຳໃຊ້ງົບປະມານການເງິນ ແລະ ຊັບສິນຂອງລັດໃຫ້ມີປະສິດທິພາບ, ປະສິດທິຜົນ, ປະຢັດ, ໂປ່ງໃສ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວ ແລະ ໝັ້ນຄົງ.

