ໃນລະຫວ່າງວັນທີ 14-17 ກັນຍາ 2025, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ນໍາພາຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ເຂົ້າຮ່ວມ 3 ກອງປະຊຸມທີ່ສຳຄັນຢູ່ນະຄອນຫຼວງປັກກິງ ສປ ຈີນ ໃນນີ້ ໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍກັບ ກັບກະຊວງປ້ອງກັນຄວາມສະຫງົບ ສປ ຈີນ, ກອງປະຊຸມລັດຖະມົນຕີວ່າດ້ວຍການຮ່ວມມືປະຕິບັດກົດໝາຍ ແລະ ຮັກສາຄວາມສະຫງົບ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ກອງປະຊຸມພົບປະສອງຝ່າຍ ກັບກະຊວງຮັກສາຄວາມໝັ້ນຄົງ ແຫ່ງຊາດ ສປ ຈີນ.


ໃນຕອນແລງວັນທີ 14 ກັນຍາ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ປະຊຸມພົບປະສອງຝ່າຍກັບ ກັບກະຊວງປ້ອງກັນຄວາມສະຫງົບ ສປ ຈີນ; ສອງຝ່າຍໄດ້ຕີລາຄາສູງຕໍ່ຜົນການຮ່ວມມືລະຫວ່າງສອງປະເທດ ໂດຍສະເພາະແມ່ນລະຫວ່າງສອງກະຊວງປ້ອງກັນຄວາມສະຫງົບ ລາວ-ຈີນ ໃນ 1 ປີຜ່ານມາ ແລະ ໄດ້ແລກປ່ຽນບັນຫາສະພາບພາກພື້ນ-ສາກົນ ໂດຍສະເພາະແມ່ນບັນຫາອາຊະຍາກໍາທີ່ພົ້ນເດັ່ນໃນພາກພື້ນເຊັ່ນ: ຢາເສບຕິດ, ການສໍ້ໂກງຊັບທາງໂທລະຄົມ, ການຄ້າມະ ນຸດ ແລະ ບັນຫາອື່ນໆ, ເຊິ່ງສອງຝ່າຍເຫັນວ່າບັນຫາອາຊະຍາກໍາເຫຼົ່ານີ້ຍັງເປັນສິ່ງທ້າທ້າຍຕໍ່ຄວາມສະຫງົບ ແລະ ຄວາມໝັ້ນຄົງຂອງພາກພື້ນ. ສະນັ້ນ, ຈຶ່ງມີຄວາມຈໍາເປັນທີ່ຈະຕ້ອງໄດ້ເພີ່ມທະວີການຮ່ວມມື ລະຫວ່າງກໍາລັງປ້ອງກັນຄວາມສະຫງົບຂອງສອງປະເທດ ເພື່ອປ້ອງກັນ ແລະ ສະກັດກັ້ນບັນຫາເຫຼົ່ານັ້ນຢ່າງມີປະສິດທິພາບ.

ນອກນັ້ນ, ທັງສອງຝ່າຍຍັງໄດ້ທົບທວນຄືນການຮ່ວມມືຕາມຂົງເຂດທີ່ໄດ້ເອກະພາບກັນໃນໄລຍະຜ່ານມາ, ເຊິ່ງເຫັນວ່າເປັນການຮ່ວມມືທີ່ມີໝາກມີຜົນ ສາມາດຮັບປະ ກັນໄດ້ຄວາມສະຫງົບຮອບດ້ານໃຫ້ແກ່ສອງປະເທດໄດ້ເປັນຢ່າງດີ, ປະກອບສ່ວນໃນການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ປະກົດຜົນເປັນຈິງຕາມທີ່ກໍານົດໄວ້. ພ້ອມນັ້ນ, ກໍໄດ້ກໍານົດທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ ໂດຍເນັ້ນໃສ່ການຮ່ວມມືຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ການປ້ອງກັນສະກັດກັ້ນອາຊະຍາກໍາຂ້າມຊາດປະເພດຕ່າງໆ, ການນໍາຈັບຜູ້ກະທໍາຜິດທີ່ເອົາຕົວຫຼົບໜີຈາກການດໍາເນີນຄະດີ, ການຮ່ວມມືໃນການຍົກລະດັບຂີດຄວາມສາມາດໃນການປະຕິບັດກົດໝາຍຂອງກໍາລັງປ້ອງກັນຄວາມສະຫງົບ, ລວມທັງການຊ່ວຍເຫຼືອພາຫະນະອຸປະກອນວິຊາສະເພາະທີ່ຈໍາເປັນ.


ວັນທີ 15 ກັນຍາ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີວ່າດ້ວຍການຮ່ວມມືປະຕິບັດກົດໝາຍ ແລະ ຮັກສາຄວາມສະຫງົບ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ພາຍໃຕ້ການເປັນປະທານຂອງ ທ່ານ ຫວັງ ຊຽວຫົງ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປ ຈີນ. ກອງປະຊຸມໄດ້ທົບທວນຄືນຜົນການຮ່ວມມືປະຕິບັດກົດໝາຍ ແລະ ຮັກ ສາຄວາມສະຫງົບ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນໄລຍະຜ່ານມາເຊັ່ນ: ການແລກ ປ່ຽນຂໍ້ມູນອາຊະຍາກຳ, ການຝຶກອົບຮົມຍົກລະດັບ ໃຫ້ແກ່ເຈົ້າໜ້າທີ່ປະຕິບັດກົດ ໝາຍ, ການຊ່ວຍເຫຼືອທາງດ້ານອຸປະກອນ ແລະ ກໍ່ສ້າງພື້ນຖານໂຄງລ່າງອັນຈຳເປັນສຳລັບເຈົ້າໜ້າທີ່ປະຕິບັດກົດໝາຍ. ບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມ ເຫັນວ່າການຮ່ວມືໃນໄລຍະຜ່ານນມາມີໝາກມີຜົນ, ພ້ອມດຽວກັນນັ້ນ. ກອງປະຊຸມໄດ້ພ້ອມກັນວາງທິດທາງແຜນການຮ່ວມມືປີ 2025-2026 ແລະ ລະບຽບການກົນໄກການຮ່ວມມືຂອງສູນການຮ່ວມມືປະຕິບັດກົດໝາຍ ແລະ ຮັກສາຄວາມສະຫງົບ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ; ເປັນເອກະພາບແຕ່ງຕັ້ງເລຂາທິການສູນການຮ່ວມມືປະຕິບັດກົດໝາຍ ແລະ ຮັກສາຄວາມສະຫງົບ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ຄຸນໝິງ ສປ ຈີນ ຄົນໃໝ່ ແລະ ຮັບຮອງ 3 ເອກະສານທີ່ສໍາຄັນປະກອບມີ: ລະບຽບການຈັດກອງປະຊຸມລັດຖະມົນຕີ ວ່າດ້ວຍຮ່ວມມືປະຕິບັດກົດໝາຍ ແລະ ຮັກສາຄວາມສະຫງົບ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ຖະແຫຼງການລົງເລິກການຮ່ວມມືຕ້ານອາຊະຍາກໍາຂ້າມຊາດ ແລະ ຖະແຫຼງການຮ່ວມວ່າດ້ວຍການຮ່ວມມືປະຕິບັດກົດໝາຍ ແລະ ລາດຕະເວນຮ່ວມຕາມລໍາແມ່ນໍ້າຂອງ.

ວັນທີ 16 ກັນຍາ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ລາວ ກໍໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ກັບກະຊວງຮັກສາຄວາມໝັ້ນຄົງ ແຫ່ງຊາດ ສປ ຈີນ ເພື່ອປຶກສາຫາລື ແລະ ຫາວິທີແກ້ໄຂບັນຫາທີ່ພົວພັນເຖິງຄວາມໝັ້ນຄົງຂອງສອງຊາດ ແລະ ບັນຫາອື່ນໆທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.


