ວັນທີ 10 ພະຈິກ 2025,ກອງບັນຊາການປ້ອງກັນສູນ ກາງ ກະຊວງ ປກສ ຈັດພິທີປາຖະກະຖາລະນຶກວັນສ້າງຕັ້ງກຳ ລັງປ້ອງກັນສູນກາງ ຄົບຮອບ 64 ປີ ( 11 ພະຈິກ 1961- 11 ພະຈິກ 2025)ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ພົຕ ສຸລິນະ ແກ້ວປະເສີດ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະມົນຕີ ຫົວໜ້າຫ້ອງວ່າການກະ ຊວງ ປກສ, ມີຄະນະພັກ-ຄະນະບັນຊາ,ນາຍ ແລະ ພົນ ຕຳຫຼວດ ພາຍໃນກອງບັນຊາການປ້ອງກັນສູນກາງເຂົ້າ ຮ່ວມ.

ໃນພິທີ, ພັອ ບຸນທົງ ສີດາວົງ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກອງບັນຊາການປ້ອງກັນສູນກາງ ໃຫ້ຮູ້ວ່າ: ກໍາລັງປ້ອງກັນສູນກາງ ໄດ້ກຳເນີດເກີດຂຶ້ນໃນຂະບວນ ການປະຕິວັດ,ຕໍ່ສູ້ກູ້ຊາດ ຂອງປະຊາຊົນທັງສາມຊາດ ລາວ ຫວຽດນາມ ແລະກຳປູເຈຍ ຕ້ານພວກຈັກກະພັດຕ່າງດ້າວ ເພື່ອປົດປ່ອຍ ຕົນເອງອອກຈາກແອກຄອບຄອງຂອງພວກ ຈັກກະພັດທັງເກົ່າແລະໃໝ່,ວັນທີ 11 ພະຈິກ ເປັນວັນໜຶ່ງ ສຸດທີ່ມີຄວາມໝາຍ, ຄວາມສໍາຄັນ ສໍາລັບສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ທົ່ວກຳລັງປ້ອງກັນສູນກາງ ທີ່ເຮັດໜ້າທີ່ປ້ອງກັນຄວາມສະຫງົບ, ຄວາມປອດໄພໃຫ້ແກ່ການນໍາຂັ້ນສູງ ພັກ-ລັດ, ຄະນະຜູ້ແທນຂັ້ນສູງຕ່າງປະເທດ, ສຳ ນັກງານ-ອົງການ ທີ່ສໍາຄັນຂອງ ພັກ-ລັດຖະບານ, ກອງປະ ຊຸມລະດັບຊາດ-ສາກົນ ແລະ ງານບຸນປະເພນີສໍາຄັນຕ່າງໆ ຂອງພັກ,ຂອງຊາດ;ຕະຫຼອດ 64 ປີ ກໍາລັງປ້ອງກັນສູນກາງ ໄດ້ປະເຊີນໜ້າກັບອຸປະສັກຫຍຸ້ງຍາກນາໆປະການ ນາຍ ແລະ ພົນຕຳຫຼວດ ໄດ້ຜ່ານຂະບວນການຊຸບຫຼ່ໍ ກໍ່ສ້າງບົນເສັ້ນທາງແຫ່ງການຕໍ່ສູ້ອັນຍຶດເຍື້ອຍາວນານ ປະກອບສ່ວນເຂົ້າໃນພາລະກິດປະຕິວັດ ຍາດເອົາຄວາມເປັນເອ ກະລາດມາສູ່ປະເທດຊາດ ແລະປະຊາຊົນລາວບັນດາເຜົ່າ, ນັບແຕ່ມື້ໄດ້ຮັບການສ້າງຕັ້ງມາ ກໍາລັງປ້ອງກັນສູນກາງ ກໍໄດ້ຮັບການປັບປຸງໃຫ້ມີຄວາມເຕີບໃຫຍ່ ເຂັ້ມແຂງ ເປັນກ້າວໆ ນັບທັງດ້ານປະລິມານ ແລະ ຄຸນນະພາບ, ລະບົບການຈັດຕັ້ງ ຈາກ 1 ໝູ່ໃນອະດີດ ມາເປັນກອງບັນຊາການ ປະກອບມີ 4 ຫ້ອງ, 3 ກອງພັນ ແລະ 1 ໂຮງຮຽນວິຊາສະ ເພາະ ດ້ານກໍາລັງພົນຈາກ 11 ສະຫາຍໃນອະດີດ ມາຮອດ ປັດຈຸບັນມີ 1.000 ກວ່າສະຫາຍ, ພາຫະນະ ອຸປະກອນເຕັກນິກຮັບໃຊ້ ຈາກອັນເກົ່າກ້າວສູ່ອັນໃໝ່ທີ່ທັນສະໄໝກວ່າເກົ່າ, ພື້ນຖານໂຄງລ່າງ ໄດ້ຮັບການປັບປຸງກໍ່ສ້າງໃຫ້ດີຂຶ້ນເປັນກ້າວໆ ອັນນີ້ສະແດງໃຫ້ພວກເຮົາເຫັນເຖິງການເຕີບໃຫຍ່ ຂະຫຍາຍຕົວ ຂອງກໍາລັງປ້ອງກັນສູນກາງໃນແຕ່ລະໄລຍະ;

ຈາກຜົນງານ ແລະ ໄຊຊະນະດັ່ງກ່າວ,ພັກ-ລັດຖະບານ ຈຶ່ງໄດ້ຍ້ອງຍໍສັນລະເສີນກໍາລັງປ້ອງກັນສູນກາງຢ່າງສົມກຽດ ເຊິ່ງສະແດງອອກຄື: ຫຼຽນໄຊອິດສະຫຼະຊັ້ນ II ຈຳ ນວນ 1 ໜ່ວຍ, ຫຼຽນໄຊອິດສະຫຼະຊັ້ນ III ຈຳນວນ 4 ໜ່ວຍ, ຫຼຽນໄຊແຮງງານຊັ້ນ I ຄຳນວນ 3 ໜ່ວຍ. ໃນນັ້ນ, ຈາກກະຊວງຕຳຫຼວດ ສສ ຫວຽດນາມ 1 ໜວ່ຍ, ຫຼຽນໄຊແຮງງານຊັ້ນ II ຄຳນວນ 4 ໜ່ວຍ,ຫຼຽນໄຊແຮງງານຊັ້ນ III 6 ໜ່ວຍ, ຫຼຽນກາຕໍ່ຕ້ານຝຣັ່ງ1 ໜ່ວຍ, ຫຼຽນກາຕໍ່ຕ້ານອາ ເມລິກາ 1 ໜ່ວຍ, ຫຼຽນກາແຮງງານ 2 ໜ່ວຍ, ຫຼຽນໄຊພິ ລະອາດຫານ 2 ໜ່ວຍ, ຫຼຽນກາ ປກສ 1 ໜ່ວຍ, ໃບຍ້ອງ ຍໍກົມໃຫຍ່ການເມືອງ ຈໍານວນ 1 ໃບ, ທຸງໄຊ ປກສ ຈຳ ນວນ 2 ຜືນ.

ໃນໂອກາດດັ່ງກ່າວ, ພົຕ ສຸລິນະ ແກ້ວປະເສີດ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ກອງບັນຊາການປ້ອງກັນສູນ ກາງເປັນຕົ້ນແມ່ນ ຕ້ອງເພີ່ມທະວີຄວາມສາມັກຄີ ເປັນປຶກ ແຜ່ນແໜ້ນໜາ, ເດັດດ່ຽວສູ້ຊົນຜ່ານຜ່າອຸປະສັກຕ່າງໆ;ໃນທ້າຍປີ 2025, ຕົ້ນປີ 2026 ນີ້ ພວກເຮົາຈະໄດ້ສຸມໃສ່ປ້ອງ ກັນວັນສໍາຄັນຂອງຊາດ,ຂອງພັກ, ປ້ອງກັນຄະນະຜູ້ແທນຂັ້ນສູງ, ປ້ອງກັນມະຫາກໍາກິລາແຫ່ງຊາດ,ປ້ອງກັນກອງປະ ຊຸມໃຫຍ່ ຄັ້ງທີ XII ຂອງພັກໃຫ້ມີຄວາມສະຫງົບປອດໄພ 100%, ເພື່ອເຮັດໃຫ້ຄາດໝາຍລວມ ກໍຄື ວຽກງານຈຸດສຸມ ທີ່ພວກສະຫາຍ ໄດ້ວາງໄວ້ໃຫ້ປະກົດຜົນເປັນຈິງ,ເພື່ອເປັນການເສີມຂະຫຍາຍມູນເຊື້ອ, ສ້າງຄວາມເຊື່ອໜັ້ນໄວ້ວາງຈາກການນໍາພັກ-ລັດ, ແຂກຕ່າງປະເທດ ທີ່ມາເຄື່ອນໄຫວຢ້ຽມຢາມ, ເຮັດວຽກຢູ່ ສ ປປ ລາວ, ການປ້ອງກັນສໍານັກງານ-ອົງການ ກົງຈັກມັນສະໝອງຂອງພັກ-ລັດ ມີຄວາມສະຫງົບປອດໄພຮອບດ້ານ.

