ພິທີປະກາດການເລື່ອນຊັ້ນ ໃຫ້ນາຍທະຫານຂັ້ນສູງ ກະ ຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນທີ 14 ພະຈິກ 2025 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະ ທານປະເທດ ແຫ່ງ ສປປ ລາວ, ມີການນໍາກະຊວງປ້ອງກັນປະເທດ, ຄະນະນໍາກົມໃຫຍ່, ພະນັກງານຫຼັກແຫ່ງທີ່ໄດ້ຮັບຊັ້ນໃໝ່ເຂົ້າຮ່ວມ.





ສະຫາຍ ສຸລິຍາ ພົມມີສິດ ວ່າການຫົວໜ້າກົມຄຸ້ມຄອງພະ ນັກງານ ໄດ້ຜ່ານດໍາລັດຂອງປະທານປະເທດ ວ່າດ້ວຍການເລື່ອນຊັ້ນນາຍທະຫານຊັ້ນພົນຕີ ຂຶ້ນຊັ້ນ ພົນໂທ, ຊັ້ນພົນຈັດຕະວາ ຂຶ້ນຊັ້ນພົນຕີ ແລະ ຊັ້ນພັນເອກ ຂຶ້ນຊັ້ນ ພົນຈັດຕະວາ ແລະ ຜ່ານດໍາລັດຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ ຊັ້ນພັນໂທ ຂຶ້ນຊັ້ນພັນເອກ. ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ອອກດໍາລັດ ເລື່ອນຊັ້ນ ພົນຕີ ຂຶ້ນຊັ້ນ ພົນໂທ ຈໍານວນ 2 ສະຫາຍຄື: ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ. ເລື່ອນຊັ້ນ ພົນຈັດຕະວາ ຂຶ້ນຊັ້ນ ພົນຕີ 6 ສະຫາຍຄື: ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ສະ ຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ສະ ຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນຈັດຕະວາ ສີພອນໄຊ ຄໍາທອງເຫວີນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ແລະ ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ເລື່ອນຊັ້ນ ພັນເອກ ຂຶ້ນຊັ້ນ ພົນຈັດຕະວາ ຈໍານວນ 28 ສະຫາຍ ແລະ ເລື່ອນຊັ້ນພັນໂທ ຂຶ້ນຊັ້ນພັນເອກ ຈໍານວນ 32 ສະຫາຍ.


ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ບັນດາຜົນງານທີ່ພະນັກງານ ການນໍາກະຊວງປ້ອງ ກັນປະເທດ ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງຮຽກ ຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃໝ່ ກໍ່ຄືພະນັກງານຂັ້ນສູງທົ່ວກອງທັບ ສືບຕໍ່ກຳແໜ້ນແນວທາງນະໂນບາຍຂອງພັກ, ເປັນເຈົ້າການຊີ້ນໍາ – ບັນຊາ ໃນທຸກດ້ານຂົງເຂດວຽກງານຂອງກອງທັບ, ເປັນຕົ້ນແມ່ນທາງດ້ານແນວຄິດການເມືອງໃຫ້ໜັກແໜ້ນ, ສືບຕໍ່ຮັກສາມູນເຊື້ອຄຸນງາມຄວາມດີຂອງພັກ, ຄຸນສົມບັດສິນທຳປະຕິວັດ, ເປັນເຈົ້າການຜັນຂະຫຍາຍມະຕິ, ຄໍາສັ່ງຂອງພັກ – ກົດ ໝາຍຂອງລັດ, ປັບປຸງລະບຽບແບບແຜນການຄຸ້ມຄອງ, ປະຕິບັດວຽກງານ ປະສານສົບທົບເຊິ່ງກັນ ແລະ ກັນ ພາຍໃນ ແລະ ເພື່ອນມິດຮ່ວມຍຸດທະສາດ ໃຫ້ແນບແໜ້ນ, ສອດຄ່ອງ, ມີປະຊາທິປະໄຕເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານ ສືບຕໍ່ນຳພາ-ຊີ້ນໍາກອງທັບປະຊາຊົນລາວ ໃຫ້ນັບມື້ເຂັ້ມແຂງ, ກ້າວໜ້າ ແລະ ທັນສະໄໝ ສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພ້ອມເຮັດສໍາເລັດໜ້າທີ່ການເມືອງ ໃນໄລຍະໃໝ່.


