ເຊົ້າວັນທີ 15 ພະຈິກ 2025, ພົຕ ສຸລິນະ ແກ້ວປະເສີດ ຮອງລັດຖະມົນຕີກະຊວງ ປກສ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຊີ້ນຳວຽກງານປ້ອງກັນງານມະຫາກຳກິລາແຫ່ງຊາດຄັ້ງທີ XII ຢູ່ຈຸດສະໜາມກິລາແຫ່ງຊາດ ເພື່ອກຽມຄວາມພ້ອມຮັກສາຄວາມສະຫງົບປອດໄພໃຫ້ການນຳພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ ແລະ ມວນຊົນທີ່ຈະເຂົ້າມາຊົມພິທີເປີດງານມະຫາກຳກິລາແຫ່ງ ຊາດຄັ້ງນີ້ຢ່າງເປັນທາງການໃນຕອນຄໍ່າຂອງມື້ນີ້.




ໂອກາດນີ້, ພົຕ ສຸລິນະ ແກ້ວປະເສີດ ໄດ້ເນັ້ນໜັກໃຫ້ກຳ ລັງປ້ອງກັນທຸກພາກສ່ວນ ເອົາໃຈໃສ່ເຮັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງເຂັ້ມງວດ, ປ້ອງກັນເວນຍາມ, ຕິດຕາມ ກວດກາຄວາມເປັນລະບຽບຮຽບຮ້ອຍຕະຫຼອດ 24 ຊົ່ວ ໂມງ, ກວດກາຄົນເຂົ້າ-ອອກຢ່າງເຂັ້ມງວດ ພ້ອມທັງວາງກຳລັງປະຈຳການຢູ່ແຕ່ລະຈຸດແຕ່ລະບ່ອນໃຫ້ພຽງພໍ ຮັບ ປະກັນໃຫ້ໄດ້ຄວາມສະຫງົບ-ປອດໄພ, ພ້ອມນີ້ ທ່ານ ຍັງໄດ້ລົງກວດກາຄວາມເປັນລະບຽບຮຽບຮ້ອຍຢູ່ແຕ່ລະຈຸດແຕ່ລະພາບພາຍໃນສະໜາມກິລາແຫ່ງຊາດ; ທັງກໍເພື່ອຮັບປະກັນຄວາມສະຫງົບ-ປອດໄພໃຫ້ພິທີເປີດງານມະຫະກຳກິລາແຫ່ງຊາດຄັ້ງນີ້ ກໍຄືໄລຍະການດຳເນີນການແຂ່ງ ຂັນກິລາ ຈົນກວ່າຈະສຳເລັດ ມີຄວາມສະຫງົບປອດໄພ 100%.



